ລາວ–ສະຫະລັດ ຮ່ວມມືບູລະນະ “ທາດສາມປາງ” ອະນຸລັກມໍລະດົກລ້ຳຄ່າ ແຫ່ງແຂວງຈຳປາສັກ

ພິທີເປີດໂຄງການບູລະນະ ແລະ ຟື້ນຟູ “ທາດສາມປາງ” ທີ່ບ້ານທາດສາມປາງ ເມືອງສຸຂຸມາ ແຂວງຈຳປາສັກ ໄດ້ຈັດຂຶ້ນຢ່າງເປັນທາງການ ພາຍໃຕ້ຄວາມຮ່ວມມືລະຫວ່າງ ສະຖານທູດສະຫະລັດອາເມລິກາ ປະຈຳວຽງຈັນ ແລະ ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ.

ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກກອງທຶນທ່ານທູດສະຫະລັດເພື່ອການອະນຸລັກມໍລະດົກທາງວັດທະນະທຳ (AFCP) ໂດຍກຳນົດໄລຍະເວລາຈັດຕັ້ງປະຕິບັດ 1 ປີ ເພື່ອດຳເນີນວຽກງານບູລະນະ ແລະ ຟື້ນຟູສະຖານທີ່ມໍລະດົກແຫ່ງນີ້.

ການອະນຸລັກທາດສາມປາງ ມີຄວາມສຳຄັນໃນການຮັກສາຄຸນຄ່າທາງປະຫວັດສາດ ແລະ ມໍລະດົກວັດທະນະທຳຂອງທ້ອງຖິ່ນ ໃຫ້ຄົງຢູ່ເປັນມໍລະດົກສຳລັບຄົນຮຸ່ນຕໍ່ໄປ. ພ້ອມກັນນັ້ນ ຍັງເປັນການສົ່ງເສີມທ່າແຮງດ້ານການທ່ອງທ່ຽວວັດທະນະທຳ ເພື່ອດຶງດູດຜູ້ມາຢ້ຽມຢາມໃຫ້ມາສຳຜັດກັບຄຸນຄ່າຂອງມໍລະດົກໃນແຂວງຈຳປາສັກ.

ການຮ່ວມມືຄັ້ງນີ້ ຍັງສະທ້ອນເຖິງສາຍພົວພັນລາວ–ສະຫະລັດ ໃນດ້ານການອະນຸລັກມໍລະດົກທາງວັດທະນະທຳ ໂດຍມຸ່ງໝາຍໃຫ້ການບູລະນະຟື້ນຟູສະຖານທີ່ສຳຄັນແຫ່ງນີ້ ກໍ່ໃຫ້ເກີດຜົນດີຕໍ່ການສືບສານມໍລະດົກ ແລະ ການທ່ອງທ່ຽວຂອງທ້ອງຖິ່ນໃນອະນາຄົດ.

ທີ່ມາ: ບ້ານທາດສາມປາງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
538,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles