ຝົນດາວຕົກໂອໄຣອອນິດສ໌ (Orionids) ຫຼື ຝົນດາວຕົກຈາກກຸ່ມດາວນາຍພານ ມີຕົ້ນກຳເນີດຈາກເສດຝຸ່ນຂອງດາວຫາງຮັນເລ (1P/Halley) ເມື່ອໂລກເຄື່ອນທີ່ຜ່ານເສັ້ນທາງວົງໂຄຈອນຂອງດາວຫາງ ເສດຝຸ່ນເຫຼົ່ານີ້ຈະສຽດສີກັບຊັ້ນບັນຍາກາດໂລກ ເກີດເປັນແສງສະຫວ່າງວາບຜ່ານທ້ອງຟ້າຢ່າງສວຍງາມ.
ສຳລັບປີ 2026 ຄາດວ່າຝົນດາວຕົກປາກົດສູງສຸດໃນຄືນວັນທີ 21 ຕຸລາ ຕໍ່ເນື່ອງຮອດຮຸ່ງເຊົ້າຂອງວັນທີ 22 ຕຸລາ 2026 ໂດຍອາດເຫັນດາວຕົກສະເລ່ຍປະມານ 20 ດວງຕໍ່ຊົ່ວໂມງ ຈຸດກະຈາຍຂອງຝົນດາວຕົກຈະຢູ່ບໍລິເວນກຸ່ມດາວນາຍພານ ເຊິ່ງຈະເລີ່ມປາກົດທາງທິດຕາເວັນອອກປະມານ 22:30 ໂມງ ແລະ ສາມາດຕິດຕາມຊົມໄດ້ຕະຫຼອດຄືນຈົນຮອດຮຸ່ງເຊົ້າ.
ຂໍ້ຄວນຮູ້: ແສງຂອງດວງຈັນຈະລົບກວນການສັງເກດຝົນດາວຕົກຕັ້ງແຕ່ຫົວຄ່ຳຈົນເຖິງປະມານ 02:30 ໂມງ. ຜູ້ທີ່ສົນໃຈຄວນເລືອກບ່ອນທີ່ມືດ ຫ່າງຈາກແສງໄຟ ແລະ ປ່ອຍໃຫ້ສາຍຕາປັບຕົວກັບຄວາມມືດ ເພື່ອເພີ່ມໂອກາດໃນການຊົມປະກົດການທາງດາລາສາດນີ້.
ທີ່ມາ: NARIT ສະຖາບັນວິທະຍາສາດແຫ່ງຊາດໄທ


