ບໍລິສັດ ໂຕໂຢຕ້າ ເອທີ ພາກເໜືອ ຈຳກັດ ປີດສູນບໍລິການຢ່າງເປັນທາງການ

ບໍລິສັດ ໂຕໂຢຕ້າ ເອທີ ພາກເໜືອ ຈຳກັດ, ຕົວແທນຈຳໜ່າຍລົດໂຕໂຢຕ້າ ເຈົ້າທີ 7 ໃນ ສປປ ລາວ ໄດ້ຈັດພິທີເປີດສູນບໍລິການຢ່າງເປັນທາງການ ໃນວັນທີ 20 ຕຸລາ 2026 ຢູ່ທີ່ ບ້ານ ມົກກະຈອກ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ໂດຍມີຄະນະນຳພາກລັດ, ຜູ້ບໍລິຫານ ແລະ ແຂກຜູ້ມີກຽດເຂົ້າຮ່ວມຢ່າງພ້ອມພຽງ!

ທ່ານ ໄຊທະວົງ ວິຍາເດດ, ປະທານ ບໍລິສັດ ໂຕໂຢຕ້າ ເອທີ ພາກເໜືອ ຈຳກັດ ໄດ້ແບ່ງປັນວ່າ ດ້ວຍຄວາມຜູກພັນກັບໂຕໂຢຕ້າມາຫຼາຍກວ່າ 29 ປີ ແລະ ເຫັນເຖິງຄວາມຍາກລຳບາກຂອງພີ່ນ້ອງປະຊາຊົນພາກເໜືອທີ່ຕ້ອງເດີນທາງໄກໄປເຖິງ ນະຄອນຫຼວງວຽງຈັນ ເພື່ອຊື້ລົດ ຫຼື ເອົາລົດໄປສ້ອມແປງ ຕົນຈຶ່ງມຸ່ງໝັ້ນສ້າງສູນບໍລິການແຫ່ງນີ້ຂຶ້ນມາ ເພື່ອໃຫ້ຢູ່ໃກ້ຊິດກັບຊຸມຊົນຫຼາຍກວ່າເກົ່າ.

ພີ່ນ້ອງປະຊາຊົນພາກເໜືອຈະໄດ້ຮັບຄວາມສະດວກສະບາຍ, ຄວາມຄຸ້ມຄ່າ ແລະ ມາດຕະຖານດຽວກັນກັບສູນໂຕໂຢຕ້າທົ່ວປະເທດ ໂດຍບໍ່ຕ້ອງເດີນທາງໄກອີກຕໍ່ໄປ!

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
123,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles