ໂອກາດດີທາງເສດຖະກິດ! ໄວແຮງງານລາວ ກວມເອົາ 65% ແຕ່ຕ້ອງກຽມຮັບມືກັບສັງຄົມຜູ້ສູງອາຍຸ !!!

ຂໍ້ມູນການສຳຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ປີ 2025 ຊຶ່ງໄດ້ຮັບການເປີດເຜີຍ ຢ່າງເປັນທາງການ ໃນວັນທີ 20 ຕຸລາ 2026 ຊີ້ໃຫ້ເຫັນວ່າ, ກຸ່ມຄົນໃນໄວແຮງງານ (ອາຍຸ 15-64 ປີ) ກວມເອົາອັດຕາສ່ວນສູງເຖິງ 65.0% ຂອງພົນລະເມືອງລາວ ທັງໝົດໃນປີ 2025. ຕົວເລກນີ້ເປັນສັນຍານບວກ ທີ່ສຳຄັນຕໍ່ການຂັບເຄື່ອນ ການເຕີບໂຕທາງດ້ານເສດຖະກິດ, ການພັດທະນາອຸດສາຫະກຳ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ ທີ່ຕ້ອງການກຳລັງແຮງງານ ຈຳນວນຫຼາຍ.

ແນວໃດກໍ່ຕາມ, ປະເທດລາວ ກໍກຳລັງສະແດງໃຫ້ເຫັນເຖິງການກ້າວເຂົ້າສູ່ການເປັນສັງຄົມທີ່ອາຍຸຍືນຂຶ້ນ. ອາຍຸໄວກາງ (Median age) ຂອງພົນລະເມືອງໄດ້ເພີ່ມຂຶ້ນຈາກ 23.5 ປີ ໃນປີ 2015 ມາເປັນ 27.0 ປີ ໃນປີ 2025, ພ້ອມທັງມີອາຍຸສະເລ່ຍລວມຢູ່ທີ່ 29.2 ປີ. ນອກຈາກນັ້ນ, ກຸ່ມຜູ້ສູງອາຍຸ (65 ປີຂຶ້ນໄປ) ຍັງໄດ້ເພີ່ມຂຶ້ນກວມເອົາ 5.7% ຂອງພົນລະເມືອງທັງໝົດ, ເຊິ່ງຮຽກຮ້ອງໃຫ້ ລັດຖະບານ ຕ້ອງກຽມພ້ອມດ້ານສະຫວັດດີການ ແລະ ລະບົບສາທາລະນະສຸກ.

ໃນດ້ານອັດຕາການເອື້ອຍອີງລວມນັ້ນ ເຫັນວ່າ ມີທ່າອ່ຽງຫຼຸດລົງມາຢູ່ທີ່ 53.8%, ເຊິ່ງປະກອບມີອັດຕາສ່ວນການເອື້ອຍອີງຂອງເດັກ 45.1% ແລະ ຂອງຜູ້ສູງອາຍຸ 8.7%. ສິ່ງນີ້ໝາຍຄວາມວ່າ ຜູ້ຢູ່ໃນໄວແຮງງານ 100 ຄົນ ຈະມີພາລະ ໃນການເບິ່ງແຍງຜູ້ທີ່ບໍ່ໄດ້ຢູ່ໃນໄວແຮງງານ (ເດັກ ແລະ ຜູ້ເຖົ້າ) ປະມານ 54 ຄົນ ເຊິ່ງຖືວ່າຫຼຸດລົງຫຼາຍ ເມື່ອທຽບກັບປີ 2005 ທີ່ເຄີຍສູງເຖິງ 76.4%.

ເມື່ອເບິ່ງເຖິງອັດຕາການເກີດ ພົບວ່າມີພຽງ 18.1 ຕໍ່ພົນລະເມືອງ 1,000 ຄົນ. ສ່ວນອາຍຸສະເລ່ຍ ເມື່ອເຂົ້າສູ່ຄວາມເປັນແມ່ ຂອງແມ່ຍິງລາວແມ່ນ 23.5 ປີ. ສິ່ງທີ່ໜ້າສົນໃຈຄື ແມ່ຍິງໃນເຂດຕົວເມືອງມີລູກຄົນທໍາອິດຊ້າກວ່າ (ສະເລ່ຍອາຍຸ 25.4 ປີ) ເມື່ອທຽບກັບເຂດຊົນນະບົດ ບໍ່ມີເສັ້ນທາງເຂົ້າເຖິງ (ສະເລ່ຍອາຍຸ 21.2 ປີ), ເຊິ່ງຊີ້ໃຫ້ເຫັນວ່າການຂະຫຍາຍຕົວຂອງຄວາມເປັນເມືອງ, ການສຶກສາ ແລະ ໂອກາດໃນການເຮັດວຽກ ໄດ້ສົ່ງຜົນໂດຍກົງຕໍ່ການຕັດສິນໃຈ ສ້າງຄອບຄົວຂອງແມ່ຍິງຍຸກໃໝ່.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
123,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles