ຄະນະກຳມະການປົກຄອງນະຄອນຫຼວງພະບາງ ໃນນາມຄະນະກຳມະການຈັດງານບຸນ ໄດ້ອອກແຈ້ງການເລກທີ 051/ຄປນ.ຫຼບ ລົງວັນທີ 19 ຕຸລາ 2026 ກ່ຽວກັບການປະຕິບັດລະບຽບການຫຼິ້ນບຸນອອກພັນສາປະວໍລະນາ ຫຼື ບຸນໄຫຼເຮືອໄຟ ປະຈຳປີ ພ.ສ. 2569 ຄ.ສ. 2026 ເພື່ອຮັກສາມູນເຊື້ອວັດທະນະທຳ-ປະເພນີອັນດີງາມ ພ້ອມທັງຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫຼອດໄລຍະການຈັດງານ.
ເພີ່ມຄວາມເຂັ້ມງວດ ຮັກສາຄວາມປອດໄພ
ແຈ້ງການສະບັບນີ້ກຳນົດໃຫ້ອົງການຈັດຕັ້ງພາກລັດ, ພາກເອກະຊົນ, ຕາແສງ, ອົງການປົກຄອງບ້ານ ແລະ ປະຊາຊົນ ຮ່ວມກັນເຄົາລົບລະບຽບກົດໝາຍ ພ້ອມທັງຈັດຕັ້ງກຳລັງເວນຍາມ, ກວດກາ ແລະ ລາດຕະເວນຕາມພື້ນທີ່ຮັບຜິດຊອບ ເພື່ອປ້ອງກັນການກໍ່ເຫດ, ການລັກຊັບ ແລະ ບັນຫາຄວາມບໍ່ສະຫງົບຕ່າງໆ.
ພ້ອມກັນນີ້ ສະຖານບັນເທີງ, ຄາລາໂອເກະ, ວົງດົນຕີ, ຮ້ານກິນດື່ມ, ຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ກິດຈະການອື່ນໆ ຕ້ອງປະຕິບັດຕາມຂໍ້ຕົກລົງເລກທີ 723/ຈຂ.ຫຼບ ຢ່າງເຂັ້ມງວດ.
ເຕືອນລະວັງອັກຄີໄພ ແລະ ຮັກສາຄວາມສະອາດ
ຜູ້ຈັດງານ ແລະ ປະຊາຊົນ ຕ້ອງລະມັດລະວັງໃນການຕົ້ມຫຸງອາຫານ, ຈຸດທູບທຽນ, ການເຜົາຂີ້ເຫຍື້ອ, ການນຳໃຊ້ວັດຖຸໄວໄຟ ແລະ ອຸປະກອນໄຟຟ້າ. ຫຼັງຈາກນຳໃຊ້ແລ້ວ ຕ້ອງກວດກາໃຫ້ແນ່ໃຈວ່າໄດ້ມອດໄຟ ແລະ ຈັດເກັບຢ່າງປອດໄພ ເພື່ອປ້ອງກັນໄຟໄໝ້.
ສ່ວນຄະນະຮັບຜິດຊອບເຮືອໄຟແຕ່ລະລຳ ຕ້ອງແນະນຳຜູ້ເຂົ້າຮ່ວມໃຫ້ຮັກສາຄວາມສະອາດ ກຽມຖົງໃສ່ຂີ້ເຫຍື້ອ ແລະ ຫ້າມຖິ້ມຂີ້ເຫຍື້ອຊະຊາຍຕາມເສັ້ນທາງໃນເວລາແຫ່ຂະບວນ.
ຂໍ້ຫ້າມສຳຄັນໃນຊ່ວງບຸນໄຫຼເຮືອໄຟ
ແຈ້ງການໄດ້ກຳນົດຂໍ້ຫ້າມສຳຄັນຫຼາຍປະການ ເພື່ອປ້ອງກັນບັນຫາທີ່ອາດເກີດຂຶ້ນໃນໄລຍະຈັດງານ ດັ່ງນີ້:
ຫ້າມຂຶ້ນລາຄາສິນຄ້າ ແລະ ທີ່ພັກໂດຍບໍ່ໄດ້ຮັບອະນຸຍາດ: ຜູ້ປະກອບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າ, ອາຫານ, ໂຮງແຮມ ແລະ ເຮືອນພັກ ໂດຍພະລະການ.
ຫ້າມຂັບຂີ່ລົດໃນສະພາບມຶນເມົາ ແລະ ຈອດລົດຊະຊາຍ: ຜູ້ທີ່ນຳພາຫະນະມາຮ່ວມງານ ຕ້ອງຈອດລົດຕາມຈຸດທີ່ກຳນົດ ແລະ ເຄົາລົບກົດຈະລາຈອນຢ່າງເຂັ້ມງວດ.
ຫ້າມການພະນັນ ແລະ ການກະທຳຜິດກົດໝາຍ: ລວມທັງການເສບຢາເສບຕິດ, ການຕີກັນ, ຊິງຊັບ, ປຸ້ນຊັບ, ລັກຊັບ, ການຄ້າປະເວນີ ແລະ ການກະທຳອື່ນໆທີ່ຂັດຕໍ່ລະບຽບກົດໝາຍ.
ຫ້າມນຳເຂົ້າ ຄອບຄອງ ຈຳໜ່າຍ ຫຼື ນຳໃຊ້ວັດຖຸລະເບີດ: ລວມທັງອຸປະກອນ ແລະ ວັດຖຸທີ່ນຳໄປຜະລິດເປັນລະເບີດ ເຊັ່ນ ບັ້ງໄຟດອກ, ໝາກກະໂພກ, ລູກປືນ ແລະ ວັດຖຸອັນຕະລາຍອື່ນໆ.
ຫ້າມຈຸດບັ້ງໄຟດອກ ຫຼື ໝາກກະໂພກທີ່ສ້າງສຽງດັງ: ເພື່ອປ້ອງກັນບໍ່ໃຫ້ປະຊາຊົນແຕກຕື່ນ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ຄວາມປອດໄພ.
ກຳນົດເວລາຫຼິ້ນບຸນຕອນຄ່ຳຮອດ 24:00 ໂມງ
ແຈ້ງການລະບຸວ່າ ການຫຼິ້ນບຸນຕອນຄ່ຳກຳນົດເຖິງເວລາ 24:00 ໂມງ. ຫາກຍັງມີການເປີດສຽງດັງ ຫຼື ຈັດກິດຈະກຳເກີນເວລາ ຜູ້ກ່ຽວຂ້ອງຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ; ຖ້າຍັງຝ່າຝືນ ຈະຖືກດຳເນີນການຕາມລະບຽບກົດໝາຍ.
ມາດຕະການຕໍ່ຜູ້ລະເມີດ ສຳລັບຜູ້ທີ່ກໍ່ເຫດຜິດຖຽງ ຫຼື ອາລະວາດຕີກັນ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ. ຖ້າເປັນກໍລະນີຮ້າຍແຮງ ຈະຖືກສົ່ງມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງພິຈາລະນາຕາມຂັ້ນຕອນ.
ຜູ້ທີ່ລັກລອບຫຼິ້ນການພະນັນ ຈະຖືກສັ່ງຢຸດກິດຈະກຳ ແລະ ຍຶດອຸປະກອນການພະນັນ. ສ່ວນການລະເມີດກົດຈະລາຈອນ ການຂຶ້ນລາຄາສິນຄ້າ ຫຼື ຄ່າທີ່ພັກໂດຍບໍ່ຖືກຕ້ອງ ຈະຖືກສຶກສາອົບຮົມ, ກ່າວເຕືອນ ຫຼື ປັບໃໝຕາມຄວາມໜັກເບົາຂອງການກະທຳຜິດ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.
ສຳລັບການລະເມີດທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ຈະຖືກສົ່ງມອບໃຫ້ໜ່ວຍງານທີ່ກ່ຽວຂ້ອງພິຈາລະນາ ແລະ ດຳເນີນການຢ່າງເຂັ້ມງວດ.
ຄະນະກຳມະການຈັດງານໄດ້ມອບໃຫ້ອົງການຈັດຕັ້ງພັກ-ລັດ, ກອງບັນຊາການ ປກຊ-ປກສ ນະຄອນ, ຕາແສງ, ອົງການປົກຄອງບ້ານ ແລະ ອະນຸກຳມະການຈັດງານ ເຜີຍແຜ່ແຈ້ງການໃຫ້ພະນັກງານ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ ແລະ ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ພ້ອມທັງຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.
ຖ້າພົບບັນຫາຮ້າຍແຮງ ຕ້ອງຮີບຮ້ອນລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ເພື່ອແກ້ໄຂໃຫ້ທັນເວລາ.
ການຮ່ວມມືຂອງທຸກພາກສ່ວນ ແມ່ນປັດໄຈສຳຄັນໃນການຮັກສາຄຸນຄ່າຂອງບຸນປະເພນີ. ການເຄົາລົບລະບຽບ, ຮັກສາຄວາມສະອາດ, ບໍ່ສວຍໂອກາດຂຶ້ນລາຄາ ແລະ ບໍ່ກໍ່ຄວາມວຸ້ນວາຍ ຈະຊ່ວຍໃຫ້ບຸນໄຫຼເຮືອໄຟປະຈຳປີ 2026 ຂອງນະຄອນຫຼວງພະບາງດຳເນີນໄປຢ່າງສະຫງົບປອດໄພ ສົມກັບການເປັນເມືອງມໍລະດົກໂລກ.


