ສສຊ ປະກອບຄຳເຫັນຮ່າງກົດໝາຍຕ້ານອາຊະຍາກຳທາງໄຊເບີ (ສະບັບປັບປຸງ) ສະເໜີຮັດກຸມການຂຶ້ນທະບຽນຊິມ, ປົກປ້ອງຜູ້ສູງອາຍຸ ແລະ ຕັ້ງຄະນະຮັບຜິດຊອບລົງຮອດບ້ານ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 20 ຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ສສຊ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ (ສະບັບປັບປຸງ) ດັ່ງນີ້:

ທ່ານ ພັນເອກ ພອນແກ້ວ ພົງແສນຫຼວງ (ເຂດ 3 ແຂວງຫຼວງນ້ຳທາ) ສະເໜີ:

ການຂຶ້ນທະບຽນຊິມ: ຜູ້ໃຊ້ລົງທະບຽນແລ້ວ ແລະ ເຊື່ອວ່າຈະປອດໄພ ແຕ່ຍັງມີການຖືກແຮັກຂໍ້ມູນ.

ການຈຳໜ່າຍຊິມ: ການຄຸ້ມຄອງຍັງບໍ່ຮັດກຸມ ຍັງອະນຸຍາດຂາຍທົ່ວໄປຕາມຮ້ານຂາຍ ແລະ ສ້ອມແປງໂທລະສັບ ຈຶ່ງຂໍໃຫ້ກວດກາ ແລະ ຮັດກຸມກົນໄກ ເຊັ່ນ ຈຳກັດຈຳນວນຊິມຕໍ່ຄົນ.

ການປະສານງານຂອງເຈົ້າໜ້າທີ່: ຕຳຫຼວດປະສານກັບສາຂາບໍລິສັດໂທລະຄົມ ແລະ ພະແນກເຕັກໂນໂລຊີທ້ອງຖິ່ນ ຍັງມີຫຼາຍຂັ້ນຕອນ ເຮັດໃຫ້ຊັກຊ້າ ແລະ ຊອກຫາຜູ້ກະທຳຜິດບໍ່ທັນເຫດການ.

ທ່ານ ນາງ ມະນີຈຸ ຢາຈົງວາ (ເຂດ 4 ແຂວງອຸດົມໄຊ) ສະເໜີ:

ມາດຕາ 7 ແລະ 2: ມາດຕາ 7 ປົກປ້ອງພະນັກງານ, ເຈົ້າໜ້າທີ່ ແລະ ຄອບຄົວຂອງຜູ້ໃຫ້ຂໍ້ມູນ ແລະ ມາດຕາ 2 ປົກປ້ອງແມ່ຍິງ-ເດັກນ້ອຍ ຈຶ່ງຂໍໃຫ້ຄົ້ນຄວ້າເພີ່ມເນື້ອໃນ ເພື່ອປົກປ້ອງທຸກຄົນ ໂດຍສະເພາະຜູ້ສູງອາຍຸ ທີ່ຕົກເປັນເຫຍື່ອຂອງກຸ່ມສະແກມເມີຫຼາຍທີ່ສຸດ ເພາະມີປະສົບການໃຊ້ດີຈີຕອນຈຳກັດ (ມາດຕາ 8 ກວມເອົາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຢູ່ແລ້ວ).

ມາດຕາ 45: ພິຈາລະນາຕັ້ງຄະນະຮັບຜິດຊອບຂັ້ນເມືອງ, ຕາແສງ ແລະ ບ້ານ ໂດຍຂັ້ນຕາແສງເປັນໃຈກາງປະສານກັບບ້ານ, ເມືອງ ແລະ ຕຳຫຼວດ; ຂັ້ນບ້ານສຳຄັນ ເພາະໃກ້ຊິດປະຊາຊົນ ຮັບແຈ້ງເຫດໄດ້ງ່າຍ. ຖ້າມີເງື່ອນໄຂ ຄວນພິຈາລະນາຈຸດບໍລິການຊຸມຊົນນຳ.

ມາດຕາ 53: ປະໂຫຍກ “ລົງວິໄນຕໍ່ພະນັກງານລັດຖະກອນ” ບໍ່ແມ່ນສິດຂອງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເພາະກຳນົດໄວ້ໃນກົດໝາຍພະນັກງານ-ລັດຖະກອນ ຈຶ່ງສະເໜີປ່ຽນເປັນ “ມີສິດສະເໜີລົງວິໄນ”.

ຂໍ້ສະເໜີທົ່ວໄປ: ຮັດກຸມການຕິດຕາມ ປົກປ້ອງຂໍ້ມູນສ່ວນຕົວ ແລະ ຊັບສິນ, ແກ້ໄຂເຫດໃຫ້ວ່ອງໄວ ລົດຂັ້ນຕອນ ແລະ ແນະນຳລະອຽດ ບໍ່ໃຫ້ມີການໂຍນໄປໂຍນມາ; ເຜີຍແຜ່ກົດໝາຍໃຫ້ທົ່ວເຖິງຮາກຖານ ໂດຍສະເພາະເຂດຫ່າງໄກ; ແລະ ໃຫ້ລັດຖະບານລົງໂທດໜັກຕໍ່ຜູ້ກະທຳຜິດ ແລະ ຜູ້ໃຫ້ການຊ່ວຍເຫຼືອກຸ່ມສະແກມເມີທັງພາຍໃນ ແລະ ຕ່າງປະເທດ.

ທີ່ມາ: ໜັງສືພິມປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
123,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles