ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍຄວບຄຸມເຫຼົ້າສະບັບປັບປຸງ ມຸ່ງເພີ່ມຄວາມເຂັ້ມງວດ ຫຼຸດຜົນກະທົບຕໍ່ສຸຂະພາບ ແລະ ສັງຄົມ

ວັນທີ​ 14 ຕຸລາ 2026 — ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈຳເປັນ ແລະ ເນື້ອໃນສຳຄັນຂອງຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໂດຍມີທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ເປັນປະທານ.

ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ເລກທີ 54/ສພຊ ລົງວັນທີ 19 ທັນວາ 2014 ເປັນພື້ນຖານສຳຄັນໃນການຈັດຕັ້ງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າມາເປັນເວລາຫຼາຍປີ. ແຕ່ໃນສະພາບທີ່ເສດຖະກິດ-ສັງຄົມມີການປ່ຽນແປງ ແລະ ທຸລະກິດຜະລິດ ຈຳໜ່າຍ ແລະ ນຳເຂົ້າເຫຼົ້າຂະຫຍາຍຕົວຂຶ້ນ ຈຶ່ງຈຳເປັນຕ້ອງປັບປຸງກົດໝາຍໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິຜົນ.

ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພົບວ່າ ກົດໝາຍບາງມາດຕາຍັງບໍ່ຮັດກຸມ ແລະ ບໍ່ຄວບຄຸມພຽງພໍ ໂດຍສະເພາະການຄຸ້ມຄອງການຜະລິດເຫຼົ້າໃນຄົວເຮືອນ ແລະ ຊຸມຊົນ, ການໂຄສະນາທີ່ອາດສົ່ງເສີມໃຫ້ເຍົາວະຊົນ ແລະ ຊາວໜຸ່ມເກີດຄ່ານິຍົມໃນການດື່ມ, ລວມເຖິງການຄວບຄຸມເວລາ ແລະ ສະຖານທີ່ຈຳໜ່າຍ ຕະຫຼອດຮອດມາດຕະການລົງໂທດຜູ້ລະເມີດທີ່ຍັງບໍ່ຊັດເຈນ ຫຼື ບໍ່ເຂັ້ມງວດພຽງພໍ.

ຂໍ້ຈຳກັດດັ່ງກ່າວອາດສົ່ງຜົນໃຫ້ການຜະລິດ ແລະ ບໍລິໂພກເຫຼົ້າທີ່ບໍ່ຜ່ານການກວດສອບຄຸນນະພາບຍັງຄົງມີຢູ່, ພ້ອມທັງສ້າງຄວາມສ່ຽງຕໍ່ສຸຂະພາບ, ຄວາມປອດໄພທາງຖະໜົນ, ເສດຖະກິດຄອບຄົວ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ຂໍ້ມູນການສຳຫຼວດປີ 2019 ທີ່ຖືກນຳສະເໜີລະບຸວ່າ ສປປ ລາວ ມີອັດຕາການບໍລິໂພກເຫຼົ້າສະເລ່ຍ 11.5 ລິດຕໍ່ຄົນຕໍ່ປີ ແລະ ປະຊາກອນອາຍຸ 15 ປີຂຶ້ນໄປທີ່ດື່ມເຫຼົ້າມີສັດສ່ວນ 58.8%. ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມຈຳເປັນໃນການເພີ່ມມາດຕະການປ້ອງກັນ ໂດຍສະເພາະໃນກຸ່ມໄວໜຸ່ມ ແລະ ກຳລັງແຮງງານຫຼັກຂອງປະເທດ.

ການບໍລິໂພກເຫຼົ້າຍັງກ່ຽວຂ້ອງກັບຄວາມສ່ຽງຕໍ່ພະຍາດຫຼາຍປະເພດ ເຊັ່ນ ມະເຮັງ, ພະຍາດຕັບ, ພະຍາດຫົວໃຈ ແລະ ບັນຫາສຸຂະພາບຈິດ ພ້ອມທັງເພີ່ມຄວາມສ່ຽງຕໍ່ອຸບັດເຫດທາງຖະໜົນ.

ສຳລັບສະຖິຕິອຸບັດເຫດທາງຖະໜົນໃນ ສປປ ລາວ ປີ 2025 ລະບຸວ່າ ມີອຸບັດເຫດຮຸນແຮງທັງໝົດ 6,779 ຄັ້ງ ໃນນັ້ນ 1,440 ຄັ້ງ ກ່ຽວຂ້ອງກັບການດື່ມເຫຼົ້າ. ມີຜູ້ບາດເຈັບ 10,464 ຄົນ, ໃນນັ້ນເປັນຜູ້ບາດເຈັບສາຫັດ 1,321 ຄົນ ແລະ ມີຜູ້ເສຍຊີວິດ 917 ຄົນ.

ຕາມຂໍ້ມູນທີ່ຖືກນຳສະເໜີຕໍ່ກອງປະຊຸມຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2026, ຜູ້ເສຍຊີວິດຈາກອຸບັດເຫດທາງຖະໜົນໃນໄລຍະຫຼາຍປີຜ່ານມາມີປະມານ 900-1,000 ຄົນຕໍ່ປີ. ໃນນັ້ນ ປະມານ 80% ເປັນກຸ່ມຊາວໜຸ່ມ, ເຍົາວະຊົນ ແລະ ກຳລັງແຮງງານຫຼັກ ຂະນະທີ່ມູນຄ່າຄວາມເສຍຫາຍທາງເສດຖະກິດມີປະມານ 175 ລ້ານໂດລາຕໍ່ປີ.

ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ປະກອບມີ 12 ພາກ, 9 ໝວດ ແລະ 99 ມາດຕາ. ໃນນີ້ ມີການເພີ່ມໃໝ່ 2 ພາກ, 1 ໝວດ ແລະ 32 ມາດຕາ, ຕັດອອກ 1 ພາກ, ປັບປຸງ 64 ມາດຕາ ແລະ ຮັກສາເນື້ອໃນເດີມ 3 ມາດຕາ.

ກະຊວງສາທາລະນະສຸກຄາດຫວັງວ່າ ພາຍຫຼັງຮ່າງກົດໝາຍສະບັບນີ້ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ ຈະຊ່ວຍຍົກສູງປະສິດທິພາບການຄວບຄຸມການຜະລິດ, ຈຳໜ່າຍ ແລະ ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ມີລະບົບການຄຸ້ມຄອງ, ຕິດຕາມ ແລະ ກວດກາທີ່ຊັດເຈນຂຶ້ນ ນັບແຕ່ສູນກາງລົງສູ່ທ້ອງຖິ່ນ.

ພ້ອມກັນນີ້ ຍັງມຸ່ງເນັ້ນການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ, ການກຳນົດນະໂຍບາຍຂອງລັດໃຫ້ເໝາະສົມ ແລະ ການເພີ່ມມາດຕະການປ້ອງກັນສຸຂະພາບປະຊາຊົນ ໃຫ້ສອດຄ່ອງກັບທິດທາງຂອງພາກພື້ນ ແລະ ສາກົນ.

ທັງນີ້ ການປັບປຸງກົດໝາຍດັ່ງກ່າວຖືເປັນອີກບາດກ້າວສຳຄັນໃນການເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງເຫຼົ້າ ພ້ອມກັບຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບ, ຄວາມປອດໄພ ແລະ ຄຸນນະພາບຊີວິດຂອງປະຊາຊົນ.

​ທີ່ມາ: ປະຊາຊົນ

Related Articles

0FansLike
35,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles