ເມືອງລອງອອກແຈ້ງການເຂັ້ມງວດ! ຄຸ້ມຄອງຮ້ານບັນເທີງ ຫ້າມເດັກຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການ ພ້ອມກຳນົດມາດຕະການຕໍ່ຜູ້ລະເມີດ

ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງລອງ ໄດ້ອອກແຈ້ງການແນະນຳ ເພື່ອເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍເນັ້ນໃສ່ການຄຸ້ມຄອງທຸລະກິດບໍລິການດ້ານວັດທະນະທຳ ແລະ ການທ່ອງທ່ຽວພາຍໃນເມືອງ.

ແຈ້ງການດັ່ງກ່າວມຸ່ງເນັ້ນໃຫ້ພາກສ່ວນປົກຄອງ, ໂຮງຮຽນ, ພໍ່ແມ່ຜູ້ປົກຄອງ ແລະ ຜູ້ປະກອບການ ຮ່ວມກັນຄຸ້ມຄອງໄວໜຸ່ມ ແລະ ຈັດລະບຽບການເຄື່ອນໄຫວຂອງຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານບັນເທີງ, ໂຮງແຮມ ແລະ ເຮືອນພັກ ໃຫ້ເປັນໄປຕາມລະບຽບການ ແລະ ກົດໝາຍ.

9 ຂໍ້ກຳນົດຕາມແຈ້ງການ

1. ຄຸ້ມຄອງໄວໜຸ່ມ ແລະ ນັກຮຽນ

ໃຫ້ຄະນະກຳມະການປົກຄອງຕາແສງປະສານກັບນາຍບ້ານ, ໂຮງຮຽນ ແລະ ພໍ່ແມ່ຜູ້ປົກຄອງ ເພື່ອສຶກສາອົບຮົມລູກຫຼານໃຫ້ຮັບຮູ້ລະບຽບການ ແລະ ກົດໝາຍ ພ້ອມທັງສະກັດກັ້ນພຶດຕິກຳທີ່ບໍ່ເໝາະສົມໃນໄວໜຸ່ມ.

2. ຫ້າມເດັກຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການ

ຫ້າມເດັກອາຍຸຕ່ຳກວ່າ 18 ປີເຂົ້າໃຊ້ບໍລິການຕາມທີ່ແຈ້ງການກຳນົດ ໂດຍເນັ້ນການປ້ອງກັນການດື່ມເຫຼົ້າ, ການສູບຢາໄຟຟ້າ, ການພະນັນ ແລະ ການມົ່ວສຸມສິ່ງເສບຕິດ.

3. ຄວບຄຸມເວລາເປີດ-ປິດຮ້ານ

ຜູ້ປະກອບການຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ຕ້ອງປະຕິບັດຕາມເວລາທີ່ກຳນົດ ໂດຍແຈ້ງການລະບຸເວລາປິດບໍລິການ 23:30 ໂມງ ພ້ອມທັງຫ້າມສົ່ງສຽງດັງລົບກວນສັງຄົມ.

4. ຫ້າມສວຍໃຊ້ສະຖານທີ່ເພື່ອກິດຈະກຳຜິດກົດໝາຍ

ຫ້າມນຳໃຊ້ຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ໂຮງແຮມ ແລະ ເຮືອນພັກ ເພື່ອກິດຈະກຳທີ່ຜິດລະບຽບ ຫຼື ກົດໝາຍ ເຊັ່ນ ການມົ່ວສຸມສິ່ງເສບຕິດ, ການພະນັນ ແລະ ການຄ້າປະເວນີ.

5. ເພີ່ມການຄຸ້ມຄອງໂຮງແຮມ ແລະ ເຮືອນພັກ

ເຈົ້າຂອງໂຮງແຮມ, ເຮືອນພັກ, ຣີສອດ, ຫ້ອງແຖວ ແລະ ຫ້ອງເຊົ່າ ຕ້ອງຈົດບັນທຶກຂໍ້ມູນການເຂົ້າ-ອອກຂອງຜູ້ໃຊ້ບໍລິການ ຕາມແບບຟອມທີ່ກຳນົດ ແລະ ຫ້າມສວຍໃຊ້ສະຖານທີ່ເພື່ອກິດຈະກຳຜິດກົດໝາຍ.

6. ກຳນົດມາດຕະການຕໍ່ຫົວໜ່ວຍທຸລະກິດ

ຫົວໜ່ວຍທຸລະກິດທີ່ລະເມີດຈະຖືກປະຕິບັດມາດຕະການຕາມແຈ້ງການ ຊຶ່ງລະບຸເຖິງການຍົກເລີກການດຳເນີນທຸລະກິດ ຫຼື ຖອນໃບອະນຸຍາດ, ປັບໄໝ 10,000,000 ກີບ ແລະ ໃຊ້ແທນຄ່າເສຍຫາຍຕາມທີ່ກຳນົດ.

7. ກຳນົດມາດຕະການຕໍ່ລູກຄ້າຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການທີ່ລະເມີດຈະຖືກກ່າວເຕືອນ, ສ້າງບົດບັນທຶກສຶກສາອົບຮົມ ແລະ ປັບໄໝຕາມຂໍ້ກຳນົດທີ່ກ່ຽວຂ້ອງ. ໃນແຈ້ງການລະບຸຈຳນວນປັບໄໝ 10,000,000 ກີບ.

8. ປະຕິບັດມາດຕະການຕໍ່ການລະເມີດອື່ນໆ

ການລະເມີດອື່ນໆ ໃຫ້ປະຕິບັດຕາມດຳລັດວ່າດ້ວຍການບັນເທີງ ເລກທີ 315/ລບ ແລະ ຂໍ້ຕົກລົງວ່າດ້ວຍສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ ເລກທີ 985–986/ວທ ຢ່າງເຂັ້ມງວດ.

9. ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ

ໃຫ້ພາກສ່ວນປົກຄອງບ້ານ, ໂຮງຮຽນ, ພໍ່ແມ່ຜູ້ປົກຄອງ ແລະ ຜູ້ປະກອບການ ຮ່ວມກັນເຜີຍແຜ່ແຈ້ງການ, ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໃຫ້ຄອບຄຸມທຸກຂັ້ນ ຕັ້ງແຕ່ຂັ້ນເມືອງ, ຕາແສງ ຈົນເຖິງຮາກຖານບ້ານ.

ທັງນີ້ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້, ສ້າງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຮັກສາວັດທະນະທຳອັນດີງາມຂອງຊາດ.

Related Articles

0FansLike
35,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles