ແມ່ຍິງລາວສະແດງສັກກະຍະພາບ! 2 ຕົວແທນລາວ​ ສຳເລັດຫຼັກສູດພັດທະນາຜູ້ນຳແມ່ຍິງໃນວົງການບານເຕະອາຊີ

ສະທ້ອນໃຫ້ເຫັນເຖິງຄວາມສາມາດ, ຄວາມມຸ່ງໝັ້ນ ແລະ ບົດບາດທີ່ກ້າວໜ້າຂອງແມ່ຍິງລາວ ໃນວົງການກິລາລະດັບພາກພື້ນ ເມື່ອຕົວແທນຈາກ ສປປ ລາວ ຈຳນວນ 2 ທ່ານ ສຳເລັດຫຼັກສູດພັດທະນາຜູ້ນຳແມ່ຍິງໃນວົງການບານເຕະ ທີ່ຈັດໂດຍສະຫະພັນບານເຕະອາຊີ (AFC).

ໃນວັນທີ 8 ຕຸລາ 2026 ຜ່ານມາ, ສະຫະພັນບານເຕະອາຊີ (Asian Football Confederation – AFC) ໄດ້ມອບໃບປະກາດສະນີຍະບັດໃຫ້ແກ່ຜູ້ສຳເລັດການສຶກສາຈາກໂຄງການ AFC Empowering Women in Football Programme (AEWFP) ຮຸ່ນທີ 2 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ຈາກທົ່ວທະວີບອາຊີ.

ສຳລັບຕົວແທນຈາກ ສປປ ລາວ ທີ່ສຳເລັດຫຼັກສູດໃນຄັ້ງນີ້ ປະກອບມີ:

ນາງ ດາຣູນີ ຊະນະແກ້ວ ຮອງປະທານສະຫະພັນບານເຕະແຂວງຫຼວງພະບາງ ແລະ ຜູ້ບໍລິຫານສະໂມສອນຫຼວງພະບາງ ຟຟລ ທີ່ກຳລັງແຂ່ງຂັນໃນລາຍການລາວລີກ 1.

ນາງ ປຣະຣີຊາດ ສຸກສຳລານ ຜູ້ຊ່ວຍເລຂາທິການສະຫະພັນບານເຕະລາວ (ສຕລ) ແລະ ຜູ້ຈັດການທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 17 ປີ.

ຫຼັກສູດດັ່ງກ່າວໃຊ້ເວລາຮຽນຮູ້ເປັນເວລາ 6 ເດືອນ ຜ່ານລະບົບອອນລາຍ ໂດຍເປີດໂອກາດໃຫ້ບຸກຄະລາກອນແມ່ຍິງໃນວົງການບານເຕະຈາກຫຼາຍປະເທດ ໄດ້ພັດທະນາຄວາມຮູ້ ແລະ ທັກສະທີ່ຈຳເປັນຕໍ່ການເປັນຜູ້ນຳ.

ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການວາງແຜນຍຸດທະສາດ, ການສື່ສານ, ການແລກປ່ຽນທັດສະນະ ແລະ ປະສົບການລະຫວ່າງຜູ້ຮ່ວມຫຼັກສູດ ລວມທັງການສຶກສາບັນຫາ ແລະ ສິ່ງທ້າທາຍຕ່າງໆ ທີ່ພົບໃນວົງການບານເຕະ.

ເປົ້າໝາຍສຳຄັນ ແມ່ນການສ້າງໂອກາດໃຫ້ແມ່ຍິງໄດ້ສະແດງຄວາມສາມາດ, ເພີ່ມທັກສະການບໍລິຫານ ແລະ ມີສ່ວນຮ່ວມໃນການຕັດສິນໃຈ ເພື່ອຊ່ວຍຂັບເຄື່ອນວົງການບານເຕະໃຫ້ມີຄວາມຫຼາກຫຼາຍ, ເທົ່າທຽມ ແລະ ກ້າວໜ້າຫຼາຍຂຶ້ນ.

ຄວາມສຳເລັດຄັ້ງນີ້ ບໍ່ແມ່ນພຽງການຮັບຮອງຄວາມຮູ້ ແຕ່ຍັງເປັນອີກກ້າວສຳຄັນໃນການພັດທະນາບຸກຄະລາກອນແມ່ຍິງລາວ ໃຫ້ມີຄວາມພ້ອມດ້ານຄວາມຮູ້, ປະສົບການ ແລະ ທັກສະການນຳພາ ເພື່ອສ້າງຜົນງານໃນລະດັບຊາດ ແລະ ພາກພື້ນ.

ທີ່ມາ: ສຕລ

Related Articles

0FansLike
35,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles