ແຂວງຫລວງພະບາງ ຈະປັບປຸງລາຄາປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ຢູ່ພາຍໃນແຂວງຄືນໃໝ່ ເລີ່ມ​ 15 ພະຈິກ 2026 ເປັນຕົ້ນໄປ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ໄດ້ອອກໜັງສືແຈ້ງການ ເລກທີ​ 2312/ວທຂ, ລົງວັນທີ 13 ຕຸລາ 2026 ເຖິງບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ກ່ຽວກັບແຈ້ງລາຄາ ປີ້ເຂົ້າຊົມ ສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ແຂວງຫລວງ, ຊຶ່ງຈະເລີ່ມຈັດຕັ້ງປະຕິບັດ ໃນວັນທີ 15 ພະຈິກ 2026 ທີ່ຈະມາເຖິງນີ້.

ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫລວງພະບາງ ຂໍແຈ້ງມາຍັງບັນດາທ່ານ ຜູ້ປະກອບການ ທຸລະກິດທ່ອງທ່ຽວ, ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ຊາບວ່າ: ເລີ່ມແຕ່ ວັນທີ 15 ພະຈິກ 2026 ເປັນຕົ້ນໄປ​ ລາຄາປີ້ເຂົ້າຊົມ ບັນດາສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ປະຕິບັດ ເປັນຕົ້ນ

​ສະຖານທີ່ທ່ອງທ່ຽວ ຫໍພິພິທະພັນແຫ່ງຊາດ ຫລວງພະບາງ: ຄົນຕ່າງປະເທດ 200.000 ກີບຕໍ່ປີ້, ຄົນລາວ 20.000 ກີບຕໍ່ປີ້;

​ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດກວາງຊີ: ຄົນຕ່າງປະເທດ 100.000 ກີບຕໍ່ປີ້, ຄົນລາວ 20.000 ກີບຕໍ່ປີ້;

ສະຖານທີ່ທ່ອງທ່ຽວ ພູສີ: ຄົນຕ່າງປະເທດ 60.000 ກີບຕໍ່ປີ້, ຄົນລາວ15.000 ກີບຕໍ່ປີ້;

ສະຖານທີ່ທ່ອງທ່ຽວ ຖໍ້າຕິ່ງ: ຄົນຕ່າງປະເທດ 60.000 ກີບຕໍ່ປີ້, ຄົນລາວ 15.000 ກີບຕໍ່ປີ້;

ສະຖານທີ່ທ່ອງທ່ຽວ ວັດວິຊຸນນະຣາດ: ຄົນຕ່າງປະເທດ 60.000 ກີບຕໍ່ປີ້;

​ສະຖານທີ່ທ່ອງທ່ຽວ ວັດຊຽງທອງ: ຄົນຕ່າງປະເທດ 60.000 ກີບຕໍ່ປີ້ (ສະຖານທີ່ທ່ອງທ່ຽວ ວັດຕ່າງໆ ສຳລັບຄົນລາວແມ່ນບໍ່ໄດ້ເສຍຄ່າ).

Related Articles

0FansLike
9,833FollowersFollow
0SubscribersSubscribe
- Advertisement -spot_img

Latest Articles