ໃນວັນທີ 13 ຕຸລາ 2026 ນີ້ ທີ່ດ່ານສາກົນບໍ່ເຕ່ນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ສປປ ລາວ ໄດ້ຈັດກິດຈະກຳພົບປະຊາຍແດນຂອງສອງກອງທັບ ລາວ-ຈີນ ຄັ້ງທີ V ຢ່າງເປັນທາງການ ໂດຍຝ່າຍລາວ ນຳໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ແລະ ຝ່າຍຈີນ ນຳໂດຍ ສະຫາຍ ພົນໂທ ຫວັງ ສຽງເຟິງ ຮອງຜູ້ບັນຊາການ ຫົວໜ້າເສນາທິການເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ
ພາຍຫຼັງສຳເລັດພິທີຕ້ອນຮັບ ຄະນະຜູ້ແທນທັງສອງຝ່າຍໄດ້ຮ່ວມກັນປັກຫຼັກໝາຍ ແລະ ແຕ້ມສີຫຼັກໝາຍຊາຍແດນ ຫຼັກທີ 29 ຢູ່ດ່ານສາກົນບໍ່ເຕ່ນ ກ່ອນຈະເດີນທາງໄປຢ້ຽມຢາມກອງຮ້ອຍຊາຍແດນ 315 ເພື່ອຮັບຟັງການລາຍງານສະພາບ ພ້ອມທັງຊົມພາຫະນະເຕັກນິກ ອາວຸດຍຸດໂທປະກອນ ຫ້ອງສະໝຸດ ວິດີໂອສັ້ນສະເຫຼີມສະຫຼອງສາຍພົວພັນ ລາວ-ຈີນ ຄົບຮອບ 65 ປີ ແລະ ການຫັດແອບສາທິດເຝິກຊ້ອມສະແດງບິນໂດຣນໂຈມຕີ ຈາກນັ້ນ ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ຈີນ ແລະ ເດີນທາງໄປມອບເຄື່ອງຊ່ວຍເຫຼືອ ພ້ອມທັງອຸປະກອນການຮຽນໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ ໂຮງຮຽນປະຖົມຊີຫວ້າງ
ຕໍ່ມາ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ທີ່ເມືອງຫຼ້າ ແຂວງຢຸນນານ ສປ ຈີນ ເພື່ອຕີລາຄາຜົນສຳເລັດການຮ່ວມມືໃນໄລຍະຜ່ານມາ ເຊິ່ງການຈັດກິດຈະກຳໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ເປັນຂີດໝາຍອັນສຳຄັນໃນຂົງເຂດວຽກງານປ້ອງກັນຊາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງກອງທັບ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ
ທັງເປັນການປົກປັກຮັກສາຊາຍແດນໃຫ້ມີຄວາມສະຫງົບປອດໄພ ໝັ້ນຄົງ ແລະ ຍືນຍົງ ພ້ອມທັງສ້າງເງື່ອນໄຂອັນດີໃຫ້ປະຊາຊົນທັງສອງຊາດໄປມາຫາສູ່ກັນເປັນປົກກະຕິ ເພື່ອຸທິດສ້າງຄູ່ຮ່ວມຊະຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ຮ່ວມກັນ
ທີ່ມາ: ໜັງສືພິມກອງທັບ


