ໃນໂລກທຸລະກິດຍຸກປັດຈຸບັນທີ່ເຕັມໄປດ້ວຍການແຂ່ງຂັນ, ການຊອກຫາ “ເສັ້ນທາງທີ່ແຕກຕ່າງ” ຖືເປັນຫົວໃຈສຳຄັນທີ່ຈະພາທຸລະກິດກ້າວໄປຂ້າງໜ້າໄດ້ຢ່າງຍືນຍົງ ມື້ນີ້ເເອັດມິນໄດ້ມີໂອກາດເຈາະເລິກເລື່ອງລາວຂອງ “ໃດໂນເຊົາ ມະຫາວົງ ຫຼື ອ້າຍ ບັອບ” ຜູ້ກໍ່ຕັ້ງ Talad Design Lab ຜູ້ຊາຍຜູ້ເຊື່ອໝັ້ນໃນການລົງທຶນກັບຕະຫຼາດເລີ່ມຕົ້ນ ແລະ ສາຍງານສ້າງສັນທີ່ເນັ້ນ “Know-how” ຫຼື ເຕັກນິກໃນການປະຕິບັດງານຕົວຈິງໃຫ້ປະສົບຜົນສຳເລັດທີ່ດີ.
ບັອບ “ມັກລົງທຶນກັບຕະຫຼາດແລກເລີ່ມ, ຕະຫຼາດທີ່ບໍ່ມີໃຜສົນໃຈ ແຕ່ສາມາດສ້າງການປ່ຽນແປງໄດ້, ມັກທຸລະກິດສາຍສ້າງສັນທີ່ໃຫ້ຄວາມສຳຄັນກັບ Know How ແລະ ລະບົບການຜະລິດທີ່ບໍ່ເອື່ອຍອີງມະນຸດຫຼາຍເກີນໄປ.”
ຜົນງານ Hero Product ທີ່ສ້າງຊື່ສຽງ ແລະ ຍອດຂາຍໃຫ້ Talad Design Lab ໄປຕໍ່ໄດ້ຢ່າງງ່າຍດາຍຄື: Collection ສິນຄ້າຂອງຕ້ອນຂອງຝາກທີ່ອອກແບບມາຄ້າຍຄືຕົວຕໍ່ Lego ເພື່ອໃຫ້ລູກຄ້າໄດ້ມີສ່ວນຮ່ວມ, ພ້ອມທັງໃສ່ແສງໄຟ ເພື່ອການໃຊ້ງານໄດ້ຈິງ ພາຍໃຕ້ແນວຄິດ “ຄວາມງາມທີ່ໃຊ້ງານໄດ້”.
ນອກຈາກນີ້, ຍັງມີການສອດແຊກຂໍ້ມູນປະຫວັດສາດ ແລະ ວັດທະນະທຳອັນຊົງຄຸນຄ່າ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບຄວາມຮູ້ຄົບຖ້ວນ ເມື່ອສົ່ງຕໍ່ໃຫ້ຍາດຕິພີ່ນ້ອງກໍຍິ່ງຈະຊ່ວຍກະຕຸ້ນການທ່ອງທ່ຽວໃນບ້ານເຮົາໃຫ້ເປັນທີ່ຮູ້ຈັກກວ້າງຂວາງຂຶ້ນ.
ຫຼັງຈາກປະສົບຜົນສຳເລັດໃນສິນຄ້າທ່ອງທ່ຽວ, ຕອນນີ້ອ້າຍບັອບກຳລັງສຸ່ມໃສ່ ຕະຫຼາດຂອງຫຼິ້ນເສີມພັດທະນາການເດັກນ້ອຍ ເນື່ອງຈາກມີລູກນ້ອຍ ແລະ ມັກປະດິດຄິດສ້າງຂອງຫຼິ້ນໃຫ້ລູກຢູ່ສະເໝີ ໂດຍປັດຈຸບັນກຳລັງຢູ່ໃນຂັ້ນຕອນການລົງທຶນດ້ານລະບົບແປຮູບຫຼັງບ້ານ, ສ້າງ Prototype ແລະ R&D ໃຫ້ຕອບໂຈດຕະຫຼາດກຸ່ມນີ້ຢ່າງແທ້ຈິງ.
ເມື່ອເວົ້າເຖິງຄວາມປະສົບຜົນສຳເລັດ ຖ້າວັດຈາກຍອດຂາຍ ຖືວ່າຫາກໍເລີ່ມຕົ້ນ. ຖ້າວັດຈາກຄວາມສຸກຖືວ່າ “ປະສົບຜົນສຳເລັດສຸດໆ” ເພາະຕັ້ງແຕ່ນ້ອຍຈົນໃຫຍ່ບໍ່ເຄີຍປ່ຽນອາຊີບເລີຍ, ສ້າງສັນມາຕະຫຼອດ ແລະ ມ່ວນກັບການເຮັດວຽກທີ່ຮັກເຖິງຈະເມື່ອຍກໍຕາມ.
ເຄັດລັບການສ້າງສັນຜົນງານລະດັບ “ຮູຂຸມຂົນ”
1. ໃສ່ໃຈໃນລາຍລະອຽດ: ລະດັບຮູຂຸມຂົນ ແລະ ປ່ອຍໃຫ້ຜົນງານ ຫຼື ສິນຄ້າສົ່ງສຽງແທນເຮົາຜ່ານ KPI/ROI ທີ່ພິສູດໄດ້.
2. ເລື່ອງລາວຕ້ອງແຂງແຮງ: ປະເມີນຄຸນປະໂຫຍດ ແລະ ການແກ້ໄຂບັນຫາໃຫ້ຊັດເຈນ ບາງສິນຄ້າອາດໃຊ້ເວລາເປັນປີເພື່ອການຂາຍພຽງ 1 ຄັ້ງ
ຍ້ອນກັບໄປໃນປີ 2015 ທີ່ວົງການ CGI (Computer-Generated Imagery) ຍັງບໍ່ເປັນທີ່ແພ່ຫຼາຍ, ອ້າຍບັອບໄດ້ກໍ່ຕັ້ງ ກຸ່ມ 3033 ດ້ວຍທຶນສ່ວນຕົວ ເພື່ອລວມຕົວກຸ່ມໄວໜຸ່ມທີ່ມັກ ແລະ ຢາກຮຽນຮູ້ເຕັກໂນໂລຊີ 3D ມາເປັນຂົວເຊື່ອມຕໍ່ຄວາມຮູ້ສູ່ພາກທຸລະກິດທ້ອງຖິ່ນ
ຄະຕິເຕືອນໃຈຂອງອ້າຍບັອບເຖິງໄວໜຸ່ມລາວ
“ເຮັດຫຍັງກໍຕາມຈົ່ງເຮັດມັນດ້ວຍຫົວໃຈທີ່ຫຼົງໄຫຼຕໍ່ສິ່ງນັ້ນແທ້ໆ ຫົວໃຈທີ່ບໍລິສຸດໃນສິ່ງທີ່ມັກ “ເມື່ອພົບບັນຫາໜັກໆລະຫວ່າງທາງແຫ່ງການເຕີບໂຕ ໄຟຈຶ່ງບໍ່ມອດງ່າຍໆ”
ທ້າຍນີ້, ອ້າຍບັອບຂໍຝາກຄຳຂອບໃຈຈາກໃຈຈິງເຖິງພັນລະຍາສຸດທີ່ຮັກ (ຜູ້ຢູ່ຄຽງຂ້າງໃນທຸກຊ່ວງເວລາຍາກລຳບາກ), ພໍ່ ແລະ ແມ່ ທີ່ສະໜັບສະໜຸນມາຕະຫຼອດ, ລວມໄປເຖິງ ເພື່ອນຮ່ວມງານ ແລະ ຜູ້ສະໜັບສະໜູນທຸກໆທ່ານ ທີ່ເຮັດໃຫ້ມີ Talad Design Lab ໃນມື້ນີ້.


