ສະຖານທູດສະຫະລັດອາເມລິກາ ຈັດງານລ້ຽງສັງສັນສະເຫຼີມສະຫຼອງການຮ່ວມມືອັນຍາວນານກັບອະດິດນັກສຶກສາ ທີ່ນະຄອນຫຼວງວຽງຈັນ

ເມື່ອບໍ່ດົນມານີ້ — ບັນດາອະດິດນັກສຶກສາຈາກໂຄງການແລກປ່ຽນຂອງລັດຖະບານສະຫະລັດ ຫຼາຍກວ່າ 200 ທ່ານໄດ້ເຂົ້າຮ່ວມການໃນງານລ້ຽງສັງສັນພົບປະອະດິດນັກສຶກສາ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວາລະຄົບຮອບ 250 ປີ ເຊິ່ງເປັນກິດຈະກໍາຕະຫຼອດປີຂອງສະຖານທູດ ສະຫະລັດອາເມລິກາ ເນື່ອງໃນໂອກາດສະຫຼອງຄົບຮອບ 250 ປີ ແຫ່ງການປະກາດເອກະລາດຂອງສະຫະລັດອາເມລິກາ. ໃນງານດັ່ງກ່າວໄດ້ຈັດຂື້ນ ເພື່ອຍົກຍ້ອງ ແລະ ສະຫຼອງການປະກອບສ່ວນອັນສຳຄັນ ແລະ ຍາວນານຂອງບັນດາພະນັກງານແຖວຫນ້າ, ບັນດາຜູ້ປະກອບການ, ບັນດານັກວິຊາການ ຜູ້ທີ່ເຄີຍເຂົ້າຮ່ວມໂຄງການແລກປ່ຽນຂອງສະຫະລັດ ແລະ ຍັງສືບຕໍ່ມີບົດບາດສຳຄັນໃນການສົ່ງເສີມສາຍພົວພັນສອງຝ່າຍ ລວມທັງການສ້າງສາຍພົວພັນກັບບັນດາສະຖາບັນ ແລະ ທຸລະກິດຂອງສະຫະລັດ.

ທ່ານ ນາງ ມິແຊວ ເອົ້າລໍ, ອຸປະທູດຮັກສາການ ປະຈຳ ສປປ ລາວ ເນັ້ນເຖິງ ບົດບາດອັນສຳຄັນຂອງອະດິດນັກສຶກສາຈາກໂຄງການແລກປ່ຽນໃນການເຮັດຫນ້າທີ່ໃນການເສີມຂະຫຍາຍເປົ້າໜາຍຮ່ວມກັນຂອງພາກພື້ນ ແລະ ຮັດແໜ້ນຄວາມເຂັ້ມແຂງທາງດ້ານເສດຖະກິດ.

“ໃນຂະນະທີ່ພວກເຮົາສະຫຼອງວາລະຄົບຮອບ 250 – ເຊິ່ງເປັນການຄົບຮອບ 250 ປີ ນັບຕັ້ງແຕ່ສະຫະລັດໄດ້ຮັບເອກະລາດ – ພວກເຮົາສະຫຼອງເນື້ອໃນຈິດໃຈອັນສຳຄັນທາງດ້ານກາລະໂອກາດ ແລະ ດ້ານນະວັດຕະກຳຂອງສະຫະລັດ, ລວມເຖິງບັນດາອະດິດນັກສຶກສາຜູ້ທີ່ໄດ້ດຳເນີນສືບໄປ ໃນ ສປປ ລາວ,” ທ່ານໄດ້ກ່າວ. “ອະດິດນັກສຶກສາໄດ້ສ້າງເຄືອຂ່າຍດ້ານອາຊີບ, ເປີດໂອກາດໃຫ້ທຸລະກິດຂອງສະຫະລັດ ແລະ ຮັດແໜ້ນສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ນຳອິກ.”

ງານດັ່ງກ່າວຍັງໄດ້ຍ້ອງຍໍຊົມເຊີຍບັນດາອະດິດນັກສຶກສາ ຜູ້ທີ່ໄດ້ນຳໃຊ້ປະສົບການຈາກການແລກປ່ຽນ ເພື່ອມາສົ່ງເສີມການເປັນຜູ້ປະກອບການ, ສ້າງສາຍພົວພັນດ້ານເສດຖະກິດ ແລະ ຂະຫຍາຍການຮ່ວມືກັບບໍລິສັດຈາກສະຫະລັດ, ມະຫາວິທະຍາໄລ ແລະ ລວມທັງຊຸມຊົນ. ຜົນສຳເລັດດັ່ງກ່າວຂອງພວກເຂົາເຈົ້າໄດ້ສະແດງໃຫ້ເຫັນເຖິງຄຸນຄ່າອັນຍາວນານຂອງການສຶກສາ ແລະ ການຝຶກອົບຮົມ ຂອງ ສະຫະລັດອາເມລິກາ.

ໂດຍຜ່ານການເຊື່ອມສານສຳພັນຄືນໃໝ່ຂອງບັນດາອະດິດນັກສຶກສາ ທົ່ວທຸກຮຸ່ນ ແລະ ທົ່ວທຸກໂຄງການ, ງານພົບປະຍັງໄດ້ ເສີມສ້າງເຄືອຂ່າຍຄູ່ຮ່ວມງານຜູ້ທີ່ໃຫ້ຄວາມສຳຄັນ ຕໍ່ກັບວິຊາສະເພາະຂອງສະຫະລັດອາເມລິກາ ແລະ ສົ່ງເສີມດ້ານການຄ້າແລະ ສາຍພົວພັນລະຫວ່າງປະຊາຊົນກັບສະຫະລັດນັບມື້ນັບໃຫ້ເຂັ້ມແຂງຂື້ນ, ລວມທັງອະນາຄົດທີ່ໝັ້ນຄົງ ແລະ ຄວາມຜາສຸກ ຂອງສອງປະເທດ ອິກດ້ວຍ.

Related Articles

0FansLike
325FollowersFollow
0SubscribersSubscribe
- Advertisement -spot_img

Latest Articles