ໂລກຂອງເຮົາກໍາລັງສົ່ງສັນຍານເຕືອນຢ່າງໜັກໜ່ວງ! ຈາກລາຍງານການປະເມີນສຸຂະພາບໂລກ ຫຼື “ຂີດຈຳກັດຂອງໂລກ” ຫຼ້າສຸດ ໄດ້ເປີດເຜີຍຂໍ້ມູນທີ່ໜ້າຕົກໃຈວ່າ ມະນຸດໄດ້ລະເມີດ ແລະ ກ້າວຂ້າມຂີດຈຳກັດຄວາມປອດໄພຂອງໂລກໄປແລ້ວເຖິງ 7 ດ້ານ ຈາກທັງໝົດ 9 ດ້ານ ເຊິ່ງກຳລັງຍົກຍ້າຍໂລກໄປສູ່ວິກິດທີ່ອາດບໍ່ສາມາດຟື້ນຟູຄືນມາໄດ້.
7 ຂີດຈຳກັດທີ່ໂລກກ້າວຂ້າມຂີດອັນຕະລາຍແລ້ວ:
1. ພາວະໂລກຮ້ອນ: ອຸນຫະພູມໂລກສູງຂຶ້ນຢ່າງຕໍ່ເນື່ອງ.
2. ປ່າ: ການສູນເສຍຄວາມຫຼາກຫຼາຍທາງຊີວະພາບ: ສັດ ແລະ ພືດສ່ຽງສູນພັນໃນອັດຕາທີ່ໄວ.
3. ການປົນເປື້ອນຂອງສານສັງເຄາະ: ຂະຫຍາຍຕົວຂອງປລາສະຕິກ ແລະ ສານເຄມີອັນຕະລາຍ.
4. ການໃຊ້ນ້ຳຈືດ: ວິໄສທັດ ແລະ ຄວາມຕ້ອງການໃຊ້ນ້ຳຈືດເກີນຂອບເຂດ.
5. ການຕັດໄມ້ທຳລາຍປ່າ: ຜືນປ່າທຳມະຊາດຖືກທຳລາຍຢ່າງໜັກ.
6. ວົງຈອນໄນໂຕຣເຈນ ແລະ ຟົດສະຟໍຣັດ: ການໃຊ້ປຸ໋ຍເຄມີເກີນຂະໜາດຈົນເສຍສົມດຸນ.
7. ການເປັນກົດຂອງມະຫາສະໝຸດ: ນ້ຳທະເລເປັນກົດສູງຂຶ້ນ ເຮັດໃຫ້ລະບົບນິເວດທາງທະເລຖືກທຳລາຍ.
2 ຂໍ້ທີ່ຍັງຢູ່ໃນເຂດປອດໄພ (ແຕ່ຕ້ອງເຝົ້າລະວັງ):
1. ການສະລາຍຕົວຂອງຊັ້ນໂອໂຊນ: ສາມາດຟື້ນຟູໄດ້ດີຂຶ້ນຈາກການຮ່ວມມືສາກົນ.
2. ມົນລະພິດທາງອາກາດ: ຍັງບໍ່ຂ້າມເກນ ເເກ່ບາງພື້ນທີ່ຍັງມີຄວາມສ່ຽງສູງ.
ຜົນກະທົບທີ່ເກີດຂຶ້ນຈິງທົ່ວໂລກ: ນັກວິທະຍາສາດ Boris Sakschewski ແລະ Dr. Friederike Otto ໄດ້ເຕືອນວ່າ ຖ້າເຮົາບໍ່ຟ້າວເລັ່ງປັບໂຕ ແລະ ຫຼຸດການປ່ອຍກາສເຮືອນແກ້ວໃຫ້ເປັນສູນ ເຮົາຈະຕ້ອງປະເຊີນກັບໄພພິບັດທີ່ຮຸນແຮງຂຶ້ນເຊັ່ນ:
1. ເອີຣົບ: ເຜີຍຄື້ນຄວາມຮ້ອນ ແລະ ໄພແລ້ງຢ່າງໜັກ. ໃນເຢຍລະມັນຄາດວ່າມີຜູ້ເສຍຊີວິດຈາກຄື້ນຄວາມຮ້ອນຫຼາຍເຖິງ 14,000 ຄົນ.
2. ປາກິດສະຖານ: ອຸທົກກະໄພໃຫຍ່ຈາກມໍລະສຸມ ແລະ ນ້ຳກ້ອນລະລາຍ ຟ້ອງກະທົບປະຊາຊົນກວ່າ 6.9 ລ້ານຄົນ.
3. ເນປານ-ທິເບດ: ຫິມະ ແລະ ຖານນ້ຳກ້ອນຖະລົ່ມໃນເທືອກເຂົາຫິມາໄລ ກໍ່ໃຫ້ເກີດນ້ຳຖ້ວມກະທັນຫັນ ພາກຊີວິດຜູ້ຄົນໄປຫຼາຍກວ່າ 1,300 ຄົນ.
4. ແນວໂນ້ມອະນາຄົດ: ອາດຮຸນແຮງຂຶ້ນຕື່ມຈາກປາກົດການ “ຊູເປີເອລນີນໂຍ” (Super El Niño).
ທາງອອກ ແລະ ຄວາມຫວັງ: ເຮົາຈະຊ່ວຍໂລກໄດ້ແນວໃດ?
Johan Rockström ນັກວິທະຍາສາດຊື່ດັງ ໄດ້ຍົກຕົວຢ່າງຄວາມສໍາເລັດໃນການຟື້ນຟູ “ຊັ້ນໂອໂຊນ” ວ່າ ຖ້າມະນຸດຮ່ວມມືກັນຢ່າງແທ້ຈິງ ເຮົາກໍສາມາດແກ້ໄຂໄດ້.
ແຫຼ່ງອ້າງອີງ: Stockholm Resilience Centre (SRC), Potsdam Institute for Climate Impact Research (PIK)


