ທ່ານທູດຈີນ ເຂົ້າອວຍພອນທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບຕຳແໜ່ງນາຍົກລັດຖະມົນຕີຄົນໃຫມ່ ຂອງ ສປປ ລາວ

ໃນຕອນບ່າຍຂອງວັນທີ 12 ຕຸລານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ນາງ ຟາງ ຫົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ພ້ອມທັງສານອວຍພອນອັນອົບອຸ່ນ ມາຍັງ ທ່ານ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກພັກ, ລັດ ແລະ ປະຊາຊົນລາວ ເຂົ້າດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ພ້ອມກັນນັ້ນ, ທາງປະເທດຈີນ ຍັງໄດ້ຕີລາຄາສູງຕໍ່ຜົນງານການນຳພາ-ຊີ້ນຳໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານເສດຖະກິດ ແລະ ການຕ່າງປະເທດ.

ພິເສດ, ທ່ານທູດຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄຳເຊື້ອເຊີນຢ່າງເປັນທາງການ ຈາກທ່ານນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງ ທ່ານ ສະເຫຼີມໄຊ ກົມມະສິດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນໄວໆນີ້.

ໃນໂອກາດອັນດີດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄຳອວຍພອນອັນຈົບງາມ ແລະ ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າຈາກພັກ, ລັດ ແລະ ປະຊາຊົນຈີນ ທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດມາ.

ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ຫນຽວແໜ້ນ ລະຫວ່າງສອງປະເທດ ລາວ-ຈີນ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮ່ວມມືກັນຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງເລຂາທິການໃຫຍ່ ໃຫ້ເກີດດອກອອກຜົນຕົວຈິງ.

ໃນໂອກາດດຽວກັນນີ້, ທ່ານຍັງໄດ້ຕາງໜ້າໃຫ້ລັດຖະບານລາວ ກ່າວອວຍພອນເນື່ອງໃນໂອກາດ ວັນຊາດ ສປ ຈີນ ຄົບຮອບ 77 ປີ ຢ່າງສົມກຽດ.​

ຂ່າວ-ພາບ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

Related Articles

0FansLike
325FollowersFollow
0SubscribersSubscribe
- Advertisement -spot_img

Latest Articles