ຢ່າຟ້າວຖິ້ມ “ໃບໄມ້ແຫ້ງ-ເສດຫຍ້າ” ໃຫ້ກາຍເປັນປຸ໋ຍໝັກຄຸນນະພາບສູງ ຫຼຸດຂີ້ເຫຍື້ອສ້າງໂລກສີຂຽວ

ຫຼາຍຄົນມັກເຫັນ ໃບໄມ້ແຫ້ງ ແລະ ເສດຫຍ້າ ຕາມສວນເປັນພຽງແຕ່ຂີ້ເຫຍື້ອທີ່ຕ້ອງກວາດຖິ້ມ ຫຼື ເຜົາທຳລາຍ ແຕ່ຮູ້ບໍ່ວ່າ ວັດຖຸດິບເຫຼົ່ານີ້ສາມາດນຳມາ “ປ່ຽນເປັນສິ່ງຂອງວິເສດ” ດ້ວຍການເຮັດເປັນປຸ໋ຍໝັກອິນຊີ ເພື່ອຊ່ວຍບຳລຸງດິນໃຫ້ອຸດົມສົມບູນ ພ້ອມທັງຊ່ວຍຫຼຸດປະລິມານຂີ້ເຫຍື້ອອິນຊີໃນຄົວເຮືອນໄດ້ຢ່າງມີປະສິດທິພາບ.

6 ຂັ້ນຕອນເຮັດປຸ໋ຍໝັກແບບງ່າຍໆ ທີ່ໃຜກໍເຮັດໄດ້

1. ແຍກເສດພືດທີ່ຈະນຳມາເຮັດປຸ໋ຍ: ເລີ່ມຈາກການແຍກໃບໄມ້ແຫ້ງອອກຈາກເສດຫຍ້າ ແລະ ເສດພືດສົດໃຫ້ເປັນລະບຽບ.

2. ຕັດເປັນຊິ້ນນ້ອຍໆ: ສັບ ຫຼື ຕັດໃບໄມ້ ແລະ ເສດພືດຕ່າງໆ ໃຫ້ມີຂະໜາດນ້ອຍລົງ ເພື່ອຊ່ວຍໃຫ້ຈຸລິນຊີຍ່ອຍສະຫຼາຍໄດ້ໄວຂຶ້ນ.

3. ປະສົມໃຫ້ເໝາະສົມ: ໃຊ້ເສດພືດແຫ້ງປະມານ 2 ສ່ວນ ຕໍ່ວັດສະດຸສົດ 1 ສ່ວນ ແລ້ວປະສົມໃຫ້ເຂົ້າກັນຢ່າງລົງຕົວ.

4. ເພີ່ມຄວາມຊຸ່ມ: ພົ່ນນ້ຳໃສ່ເສດພືດຜັກທີ່ກະກຽມໄວ້ໃຫ້ຊຸ່ມພໍດີ ແຕ່ຢ່າໃຫ້ປຽກ ຫຼື ປຽກຫຼາຍເກີນໄປ.

5. ກັບກອງປຸ໋ຍເປັນໄລຍະ: ຊ່ວຍໃຫ້ອາກາດເຂົ້າເຖິງດ້ານໃນ ແລະ ຊ່ວຍຫຼຸດການເກີດກິ່ນເໝັນ.

6. ລໍຖ້າໃຫ້ປຸ໋ຍບົ່ມຈົນສຳເລັດ: ເມື່ອຜ່ານຂະບວນການຈົນປຸ໋ຍມີສີເຂັ້ມ, ເນື້ອຮ່ວນ ແລະ ມີກິ່ນຫອມຄ້າຍຄືດິນທຳມະຊາດ ກໍພ້ອມນຳໄປໃຊ້ບຳລຸງດິນ ແລະ ຕົ້ນໄມ້ໄດ້ເລີຍ.

💡 ການແຍກຂີ້ເຫຍື້ອອິນຊີ ແລະ ນຳມາໝັກໃຊ້ປະໂຫຍດແບບນີ້ ບໍ່ພຽງແຕ່ຊ່ວຍຫຼຸດຜ່າວິກິດຂີ້ເຫຍື້ອລົ້ນເມືອງເທົ່ານັ້ນ, ແຕ່ຍັງເປັນການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດຄວາມຄຸ້ມຄ່າສູງສຸດອີກດ້ວຍ.

ທີ່ມາ: Zero Waste Laos

Related Articles

0FansLike
325FollowersFollow
0SubscribersSubscribe
- Advertisement -spot_img

Latest Articles