2027 ລັດຖະບານຈັດສັນງົບປະມານ ລົງທຶນທັງໝົດ 17.000 ຕື້ກີບ ເພື່ອພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງວ່າ ການຈັດສັນງົບປະມານປະຕິບັດຕາມດຳລັດວ່າດ້ວຍການສ້າງແຜນງົບປະມານ ເລກທີ 254/ລບ (ລົງວັນທີ 18 ສິງຫາ 2023) ແລະ ຄຳສັ່ງນາຍົກລັດຖະມົນຕີ ເລກທີ 17/ນຍ (ລົງວັນທີ 10 ກໍລະກົດ 2025) ໂດຍອີງໃສ່ຄວາມສາມາດເກັບລາຍຮັບ ແລະ ສຸມໃສ່ລາຍຈ່າຍບຸລິມະສິດ ຄື ການເພີ່ມເງິນເດືອນ ແລະ ເງິນນະໂຍບາຍໃຫ້ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານບຳນານ; ການຊຳລະໜີ້ສິນພາຍໃນ-ຕ່າງປະເທດ ເພື່ອຫຼຸດໜີ້ເຫຼືອ 70% ຂອງ GDP ຮອດປີ 2030; ແລະ ການເພີ່ມງົບໃຫ້ຂະແໜງສຶກສາ ແລະ ສາທາລະນະສຸກ ພ້ອມລາຍຈ່າຍບໍລິຫານປົກກະຕິເພື່ອຮັບປະກັນການເຄື່ອນໄຫວຂອງກົງຈັກພັກ-ລັດ.

ການຈັດສັນໂຄງການລົງທຶນຂອງລັດ: ໄລຍະຜ່ານມາ ຈັດສັນຕາມຄວາມຕ້ອງການຂອງຂະແໜງການ-ທ້ອງຖິ່ນ ເຮັດໃຫ້ບໍ່ມີຈຸດສຸມ ແລະ ເກີດໜີ້ສິນ. ນັບແຕ່ປີ 2026 ລັດຖະບານຈຶ່ງກຳນົດຈຸດສຸມບຸລິມະສິດ ເພື່ອຫຼຸດການລົງທຶນກະແຈກກະຈາຍ ໃຫ້ສອດຄ່ອງກັບ 6 ເປົ້າໝາຍຂອງແຜນ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2027 ຄື ໂຄງການທີ່ໃຫ້ຜົນຕອບແທນສູງ ແລະ ແກ້ໄຂບັນຫາເສດຖະກິດ-ການເງິນ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ໂຄງລ່າງພື້ນຖານຄົມມະນາຄົມ, ການຄ້ຳປະກັນສະບຽງອາຫານ ແລະ ແກ້ໄຂຜົນກະທົບຈາກໄພພິບັດ, ແລະ ການພັດທະນາການສຶກສາ-ສາທາລະນະສຸກ-ສີມືແຮງງານ.

ສຳລັບປີ 2027 ງົບລົງທຶນຂອງລັດທັງໝົດ 17,000 ຕື້ກີບ (ເພີ່ມ 7,500 ຕື້ກີບ ທຽບປີ 2026) ແບ່ງເປັນ 2 ບ້ວງ: ທຶນປົກກະຕິ 2,394.78 ຕື້ກີບ (ເພີ່ມ 1,200 ຕື້ກີບ) ສຳລັບກະຊວງ-ອົງການ ແລະ ມອບສິດໃຫ້ແຂວງ/ນະຄອນຫຼວງຈັດສັນ; ແລະ ທຶນ 6 ເປົ້າໝາຍບຸລິມະສິດ 14,605.22 ຕື້ກີບ ເຊິ່ງລວມບ້ວງກອງທຶນທາງ, ການກໍ່ສ້າງເສັ້ນທາງໄລຍະໃໝ່ (ມະຕິ 165/ສພຊ), ວາລະແຫ່ງຊາດພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ທຶນພັດທະນາ 2 ແຂວງເຕົ້າໂຮມ, ທຶນພັດທະນາ 5 ສ ນະຄອນຫຼວງວຽງຈັນ, ການຟື້ນຟູໄພພິບັດ ແລະ ການປ້ອງກັນຕາຝັ່ງເຈື່ອນ.

ຂໍ້ມູນ: ກະຊວງການເງິນ

Related Articles

0FansLike
325FollowersFollow
0SubscribersSubscribe
- Advertisement -spot_img

Latest Articles