ຕໍາຫຼວດຈາລະຈອນ ໄດ້ລົງຕິດຕາມຊີ້ນຳການປ່ຽນທິດການສັນຈອນ ຖະໜົນປາງຄໍາ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ)

ໃນວັນທີ 12 ຕຸລາ 2026 ພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບພະແນກຕໍາຫຼວດຈາລະຈອນ ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການປ່ຽນທິດການສັນຈອນ ຖະໜົນປາງຄໍາ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) ແຄມຂອງ.

ທ່ານ ລໍ້າຄ່າ ໄຊຍະສານ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ ນວ ໄດ້ກ່າວວ່າ: ຕາມມະຕິກອງປະຊຸມໃຫຍ່ ອົງການປົກຄອງນະຄອນຫຼວງຄັ້ງທີ 5 ເພື່ອໃຫ້ທິດທາງການສັນຈອນມີຄວາມໂລ່ງລ່ຽນ ເລີ່ມແຕ່ວັນທີ 12 ຕຸລາ 2026 ການປັບປ່ຽນທິດທາງການສັນຈອນ ຂອງ ຖະໜົນປາງຄໍາ ຄືນໃໝ່ ເຊິ່ງມີລາຍລະອຽດ ດັ່ງນີ້:

ທິດທາງເດີມ: ໄລຍະຜ່ານມາ ການສັນຈອນຢູ່ ຖະໜົນປາງຄໍາ ແມ່ນໄດ້ກຳນົດເປັນການສັນຈອນທິດ ທາງດຽວ (One-Way) ມີທິດທາງເຂົ້າເບື້ອງ ຖະໜົນເຈົ້າຟ້າງຸ່ມ (ເບື້ອງທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ) ແລ້ວອອກເບື້ອງ ຖະໜົນເສດຖາທິລາດ (ເບື້ອງສວນນໍ້າພຸ);

ປັບປ່ຽນທິດທາງໃໝ່: ປັດຈຸບັນ ກຳນົດເປັນການສັນຈອນທິດທາງດຽວ (One-Way) ແບບເດີມ ແຕ່ປ່ຽນເບື້ອງ ເຂົ້າ-ອອກ ໃໝ່ ຄື: ໃຫ້ເຂົ້າເບື້ອງ ຖະໜົນເສດຖາທິລາດ (ເບື້ອງສວນນໍ້າພຸ) ແລ້ວອອກ ເບື້ອງຖະໜົນເຈົ້າຟ້າງຸ່ມ (ເບື້ອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ).

ກ່ອນຈະມີການຈັດຕັ້ງປະຕິບັດ ໄດ້ແມ່ນໄດ້ປັບປຸງເຄື່ອງໝາຍຈາລະຈອນ ໜ້າທາງ ແລະ ປ້າຍຈາລະຈອນ ເພື່ອໃຫ້ຜູ້ໃຊ້ລົດໃຊ້ຖະນົນຮັບຮູ້ ເພື່ອໃຫ້ຖະນົນມີຄວາມໂລ່ງລ່ຽນ ຫຼຸດຜ່ອນການເກີດອຸບັດຕິເຫດ.

ທີ່ມາ: ລາຍການຂັບຂີ່ປອດໄພ

Related Articles

0FansLike
18,900FollowersFollow
0SubscribersSubscribe
- Advertisement -spot_img

Latest Articles