5 ຂັ້ນຕອນການເຮັດປຸ໋ຍບົ່ມຈາກເສດອາຫານຢ່າງງ່າຍດາຍ

ທ່ານຮູ້ຫຼືບໍ່ວ່າ? ເສດອາຫານທີ່ພວກເຮົານຳຖິ້ມໃນແຕ່ລະວັນ ບໍ່ວ່າຈະເປັນເສດເຂົ້າ, ເສດຜັກ ຫຼື ເປືອກໄຂ່ ສາມາດປ່ຽນເປັນ “ປຸ໋ຍບົ່ມອິນຊີຄຸນນະພາບສູງ” ໄດ້ງ່າຍໆໂດຍບໍ່ຕ້ອງຊື້! ນອກຈາກຈະຊ່ວຍປະຢັດເງິນໃນກະເປົາແລ້ວ ຍັງເປັນການຮັກສາສິ່ງແວດລ້ອມຢ່າງຍືນຍົງອີກດ້ວຍ! ຝຸ່ນບົ່ມຈາກເສດອາຫານເຮັດງ່າຍ ຫຼື ບໍ່? ພວກເຮົາມາເບິ່ງ 5 ຂັ້ນຕອນງ່າຍໆ ນຳກັນເລີຍ! ຕົກແຕ່ງບ້ານເຮືອນໃຫ້ຂຽວສົດງາມໄດ້ດ້ວຍຝີມືເຮົາເອງ ງ່າຍກວ່າທີ່ຄິດ.

5 ຂັ້ນຕອນການເຮັດປຸ໋ຍບົ່ມຈາກເສດອາຫານຢ່າງງ່າຍດາຍ:

1. ກຽມຖັງໝັກ: ໃຊ້ຖັງປລາສະຕິກທີ່ມີຝາປິດ ພ້ອມເຈາະຮູລະບາຍອາກາດອ້ອມຂ້າງ ແລະ ກົ້ນຖັງ (ເຈາະຫ່າງກັນປະມານ 5-10 ຊັງຕີແມັດ) ເພື່ອໃຫ້ອາກາດໄຫຼວຽນດີ. ຈາກນັ້ນ ເອົາໃບໄມ້ແຫ້ງຮອງກົ້ນຖັງ ແລ້ວເທເສດອາຫານລົງໄປ (ຄວນຫຼີກເວັ້ນອາຫານທີ່ມີນ້ຳແກງ ຫຼື ນ້ຳມັນຫຼາຍ). ໃສ່ເສດອາຫານສະລັບກັບໃບໄມ້ແຫ້ງ ແລະ ຈຸລິນຊີ ຫຼື ມູນສັດ ເປັນຊັ້ນໆຈົນເຕັມຖັງ.

2. ເພີ່ມຈຸລິນຊີ: ໂຮຍດິນ ຫຼື ປຸ໋ຍຄອກບາງໆ ເທິງຊັ້ນເສດອາຫານ ເພື່ອໃຫ້ຈຸລິນຊີໃນດິນຊ່ວຍຍ່ອຍສະຫຼາຍໄດ້ໄວຂຶ້ນ.

3. ຫົດນ້ຳ ແລະ ໝັກໄວ້: ຫົດນ້ຳໃຫ້ຊຸ່ມພໍດີ ແລ້ວປິດຝາຖັງ ວາງໄວ້ໃນບ່ອນຮົ່ມ.

4. ຄົນກອງປຸ໋ຍ: ໝັ່ນສັງເກດ ແລະ ຄົນກອງປຸ໋ຍທຸກໆ 3-5 ວັນ ເພື່ອໃຫ້ອາກາດໝຸນວຽນໄດ້ທົ່ວເຖິງ.

5. ພ້ອມນຳໄປໃຊ້: ລໍຖ້າປະມານ 1 ເດືອນ ເສດອາຫານຈະປ່ຽນສະພາບເປັນປຸ໋ຍສີດຳ ທີ່ບໍ່ມີກິ່ນເໝັນ ພ້ອມນຳໄປບຳລຸງຕົ້ນໄມ້ໄດ້ເລີຍ.

ປະໂຫຍດມະຫາສານຂອງການເຮັດປຸ໋ຍບົ່ມຈາກເສດອາຫານ:

1. ຫຼຸດຂີ້ເຫຍື້ອ & ຫຼຸດໂລກຮ້ອນ: ຊ່ວຍຫຼຸດປະລິມານຂີ້ເຫຍື້ອອິນຊີທີ່ຕ້ອງນຳໄປຝັງ, ຫຼຸດຜ່ອນການປ່ອຍອາຍຜິດເຮືອນແກ້ວ ເຊິ່ງເປັນສາເຫດຂອງໂລກຮ້ອນ.

2. ທາດອາຫານຄົບຖ້ວນ: ໄດ້ປຸ໋ຍອິນຊີຄຸນນະພາບສູງ ທີ່ອຸດົມໄປດ້ວຍແຮ່ທາດອາຫານຫຼັກ ແລະ ທາດອາຫານຮອງ ທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງພືດ.

3. ປັບປຸງຄຸນນະພາບດິນ: ຊ່ວຍຟື້ນຟູ ແລະ ປັບປຸງໂຄງສ້າງຂອງດິນໃຫ້ໂລ່ງ, ຊຸ່ມຊື່ນ ແລະ ອຸດົມສົມບູນໃນໄລຍະຍາວ.

ທີ່ມາ: Zero Waste Laos

Related Articles

0FansLike
325FollowersFollow
0SubscribersSubscribe
- Advertisement -spot_img

Latest Articles