ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ອອກແຈ້ງການເຕືອນປະຊາຊົນ, ຜູ້ປະກອບການຮ້ານຄ້າ, ພະນັກງານ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຊາວຕ່າງປະເທດ ໃຫ້ປະຕິບັດລະບຽບການແລກປ່ຽນເງິນຕາ ແລະການຊຳລະເງິນຢ່າງເຂັ້ມງວດ.
ແຈ້ງການລະບຸວ່າ ຫ້າມກຳນົດອັດຕາແລກປ່ຽນ ຫຼືແລກປ່ຽນເງິນຕາຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມນຳໃຊ້ເງິນຕາຕ່າງປະເທດຊຳລະຄ່າສິນຄ້າ ແລະຄ່າບໍລິການໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມນຳໃຊ້ລະບົບ ຫຼືເຄື່ອງມືຊຳລະເງິນທີ່ບໍ່ໄດ້ຮັບອະນຸຍາດ ເຊັ່ນ QR Code ສ່ວນບຸກຄົນ ເພື່ອຮັບຊຳລະຄ່າສິນຄ້າ-ບໍລິການ; ພ້ອມທັງຫ້າມໃຊ້ບັນຊີສ່ວນບຸກຄົນຮັບຊຳລະ ຫຼືຕິດປະກາດລາຄາສິນຄ້າ, ຄ່າບໍລິການ ແລະຄ່າທຳນຽມຕ່າງໆເປັນເງິນຕາຕ່າງປະເທດ ໂດຍບໍ່ມີການອະນຸຍາດ.
ທຫລ ສາຂາພາກເໜືອ ຍັງເນັ້ນວ່າ ຜູ້ຝ່າຝືນຈະຖືກດຳເນີນການຕາມກົດໝາຍ ລວມທັງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາ ແລະກົດໝາຍວ່າດ້ວຍລະບົບການຊຳລະເງິນ. ພ້ອມຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຕິດຕາມກວດກາ ແລະຈັດການກັບຜູ້ຝ່າຝືນຢ່າງຈິງຈັງ.


