UNITEL ວາງຮາກຖານການສ້າງລັດຖະບານດິຈິຕອນ ໃນນະຄອນຫຼວງວຽງຈັນ ແລະ ຈຳປາສັກ ເພື່ອຂະຫຍາຍການຮ່ວມມື ດ້ານການຫັນປ່ຽນດິຈິຕອນຢ່າງຮອບດ້ານໃນ ສປປ ລາວ

ໃນວັນທີ 8 ຕຸລາ 2026, ທີ່ກອງປະຊຸມສົ່ງເສີມການລົງທຶນລາວ – ຫວຽດນາມ. ບໍລິສັດ ສະຕາ ໂທລະຄົມ ຈຳກັດ ຫຼື Unitel ໄດ້ມອບບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື (MOU) ຈຳນວນ 3 ສະບັບ ໃຫ້ແກ່ອົງການປົກຄອງຂອງນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ. ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດດັ່ງກ່າວ, ຕໍ່ໜ້າການເປັນສັກຂີພິຍານ ຂອງຜູ້ນຳຂັ້ນສູງຂອງທັງສອງປະເທດ, ທ່ານ ນາງ ຫງວຽນ ທິ ເຕິມ, ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈຳກັດ, ໃນນາມຜູ້ຕາງໜ້າ Unitel ໄດ້ມອບ MOU ຈຳນວນ 3 ສະບັບ ໃຫ້ແກ່ສະພາປະຊາຊົນນະຄອນຫຼວງວຽງຈັນ, ຄະນະບໍລິຫານງານນະຄອນຫຼວງວຽງຈັນ ແລະ ຄະນະບໍລິຫານງານແຂວງຈຳປາສັກ.

ເຫດການຄັ້ງນີ້ ເປັນອີກກ້າວສຳຄັນ ໃນທິດທາງການພັດທະນາຂອງ Unitel ຈາກຜູ້ໃຫ້ບໍລິການໂຄງລ່າງພື້ນຖານໂທລະຄົມຊັ້ນນຳ ສູ່ການເປັນຄູ່ຮ່ວມມືດ້ານເຕັກໂນໂລຊີ ທີ່ໜ້າເຊື່ອຖື ເພື່ອຮ່ວມກັບລັດຖະບານລາວ ສ້າງລັດຖະບານດິຈິຕອນ, ຂັບເຄື່ອນເສດຖະກິດດິຈິຕອນ ແລະ ພັດທະນາສັງຄົມດິຈິຕອນ. ການຮ່ວມມືດັ່ງກ່າວມຸ່ງເນັ້ນການຍົກລະດັບການບໍລິຫານໃຫ້ທັນສະໄໝ, ການບໍລິຫານວຽກງານລັດ ແລະ ການນຳໃຊ້ວິທີແກ້ໄຂດ້ານເຕັກໂນໂລຊີ. ຜ່ານ MOU ທັງ 3 ສະບັບ, Unitel ຈະຮ່ວມມືກັບບັນດາອົງການປົກຄອງນະຄອນຫຼວງວຽງຈັນ ໃນການສຶກສາຄົ້ນຄວ້າເພື່ອຍົກລະດັບການບໍລິຫານ, ປ່ຽນຂັ້ນຕອນການບໍລິຫານໃຫ້ເປັນດິຈິຕອນ ແລະ ພັດທະນາລະບົບບໍລິການແບບປະຕູດຽວ. ຂະນະດຽວກັນ ຈະຮ່ວມກັບອົງການປົກຄອງແຂວງຈຳປາສັກ ເພື່ອສຶກສາ ແລະ ສະເໜີວິທີແກ້ໄຂດ້ານເຕັກໂນໂລຊີ ທີ່ເໝາະສົມກັບຄວາມຕ້ອງການຂອງແຕ່ລະທ້ອງຖິ່ນ. ການຮ່ວມມືນີ້ຈະຊ່ວຍຍົກສູງປະສິດທິພາບໃນການຄຸ້ມຄອງ, ຊຸກຍູ້ການປະຕິຮູບການບໍລິຫານລັດ ແລະ ປັບປຸງຄຸນນະພາບການ ໃຫ້ບໍລິການສາທາລະນະ ເພື່ອກ້າວໄປສູ່ການສ້າງລັດຖະບານທີ່ທັນສະໄໝ, ໂປ່ງໃສ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ພາກທຸລະກິດໄດ້ດີຍິ່ງຂຶ້ນ.

ເຖິງແມ່ນວ່າ MOU ທັງ 3 ສະບັບ ຈະມີຈຸດເນັ້ນສະເພາະທີ່ແຕກຕ່າງກັນ, ແຕ່ມີເປົ້າໝາຍຮ່ວມກັນຄື ການນຳເອົາເຕັກໂນໂລຊີ ເຂົ້າມາປະຍຸກໃຊ້ ໃນວຽກງານບໍລິຫານ, ຫັນລະບົບລັດຖະການທັນສະໄໝ ແລະ ຍົກສູງປະສິດທິຜົນໃນການສະໜອງບໍລິການສາທາລະນະ. ການຮ່ວມມືກັບອົງການປົກຄອງທັງໃນນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ຍັງເປັນການເປີດໂອກາດ ໃຫ້ການຫັນປ່ຽນດິຈິຕອນຂະຫຍາຍຕົວ ໃນຫຼາຍລະດັບ ໂດຍເຊື່ອມໂຍງວິທີແກ້ໄຂດ້ານເຕັກໂນໂລຊີ ເຂົ້າກັບສະພາບຕົວຈິງ ແລະ ຄວາມຕ້ອງການຂອງແຕ່ລະທ້ອງຖິ່ນ.

ໃນຂະບວນການຫັນປ່ຽນດິຈິຕອນແຫ່ງຊາດ, ໂຄງລ່າງພື້ນຖານໂທລະຄົມເປັນຮາກຖານສຳຄັນສຳລັບການເຊື່ອມຕໍ່. ແຕ່ຄຸນຄ່າຫຼັກຂອງເຕັກໂນໂລຊີຢູ່ທີ່ຄວາມສາມາດ ໃນການປັບປຸງຮູບແບບການດຳເນີນງານ ແລະ ຍົກລະດັບຄຸນນະພາບການບໍລິຫານ. ສຳລັບ Unitel, ການລົງນາມໃນ MOU ຄັ້ງນີ້ ສະທ້ອນໃຫ້ເຫັນທິດທາງການຂະຫຍາຍຂີດຄວາມສາມາດ ຈາກການສະໜອງບໍລິການເຊື່ອມຕໍ່ ໄປສູ່ການສຶກສາຄົ້ນຄວ້າ, ໃຫ້ຄຳປຶກສາ ແລະ ພັດທະນາວິທີແກ້ໄຂດ້ານເຕັກໂນໂລຊີ ເພື່ອຮັບໃຊ້ວຽກງານຂອງພາກລັດ.

ໂດຍອີງໃສ່ຄວາມຕ້ອງການ ແລະ ຜົນການສຳຫຼວດສະພາບຕົວຈິງ, ທິດທາງການຮ່ວມມືເຫຼົ່ານີ້ ອາດກາຍເປັນພື້ນຖານສຳລັບ ການສຶກສາພັດທະນາອົງປະກອບສຳຄັນ ຂອງລັດຖະບານດິຈິຕອນ ເຊັ່ນ: ສູນບັນຊາການອັດສະລິຍະ (IOC), ຫ້ອງການດິຈິຕອນ (e-Office) ແລະ ລະບົບບໍລິການລັດແບບປະຕູດຽວ. ລະບົບເຫຼົ່ານີ້ມຸ່ງເນັ້ນການເພີ່ມຂີດຄວາມສາມາດໃນການລວບລວມ ແລະ ແລກປ່ຽນຂໍ້ມູນ, ປ່ຽນຂັ້ນຕອນການດຳເນີນວຽກງານ ໃຫ້ເປັນດິຈິຕອນ, ຊ່ວຍຕິດຕາມຄວາມຄືບໜ້າ ແລະ ຍົກສູງປະສິດທິພາບການປະສານງານລະຫວ່າງບັນດາອົງການ.

ຖ້າຫາກໄດ້ຮັບການອອກແບບ ແລະ ນຳໃຊ້ຢ່າງເໝາະສົມ, ເຕັກໂນໂລຊີຈະຊ່ວຍຫຼຸດຜ່ອນການເພິ່ງພາຂັ້ນຕອນການເຮັດວຽກແບບເອກະສານ ຫຼື ດ້ວຍມື, ເພີ່ມຄວາມສາມາດໃນການກວດກາ ແລະ ຄ່ອຍໆສະໜັບສະໜູນການຕັດສິນໃຈ ໂດຍອີງໃສ່ຂໍ້ມູນທີ່ທັນສະໄໝ. ສຳລັບປະຊາຊົນ ແລະ ພາກທຸລະກິດ, ການຍົກລະດັບການບໍລິການລັດຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ, ສາມາດຕິດຕາມຄວາມຄືບໜ້າໃນການແກ້ໄຂເອກະສານໄດ້ສະດວກຂຶ້ນ ແລະ ເພີ່ມໂອກາດໃນການເຂົ້າເຖິງບໍລິການລັດ.

ເພື່ອໃຫ້ຜົນປະໂຫຍດເຫຼົ່ານີ້ເກີດຂຶ້ນໄດ້ຢ່າງເປັນຮູບປະທຳ, ການຫັນປ່ຽນດິຈິຕອນຈຳເປັນຕ້ອງດຳເນີນຄວບຄູ່ກັບການປັບປຸງຂັ້ນຕອນການເຮັດວຽກ, ການເຊື່ອມໂຍງແລກປ່ຽນຂໍ້ມູນ, ການຮັບປະກັນຄວາມປອດໄພຂອງຂໍ້ມູນ ແລະ ການຍົກສູງທັກສະການນຳໃຊ້ເຕັກໂນໂລຊີຂອງບຸກຄະລາກອນພາກລັດ. ດັ່ງນັ້ນ, ການສຶກສາຄວາມຕ້ອງການ ແລະ ກຳນົດແຜນການທີ່ເໝາະສົມສຳລັບແຕ່ລະທ້ອງຖິ່ນ ຈຶ່ງເປັນຂັ້ນຕອນສຳຄັນ ເພື່ອໃຫ້ວິທີແກ້ໄຂດ້ານເຕັກໂນໂລຊີສາມາດຕອບໂຈດ ບັນຫາການບໍລິຫານໄດ້ຢ່າງແທ້ຈິງ ບໍ່ແມ່ນພຽງແຕ່ປ່ຽນຂັ້ນຕອນເດີມໃຫ້ຢູ່ໃນຮູບແບບດິຈິຕອນເທົ່ານັ້ນ.

ສຳລັບ MOU ທັງ 3 ສະບັບ ທີ່ມອບໃນກອງປະຊຸມສົ່ງເສີມການລົງທຶນລາວ – ຫວຽດນາມຄັ້ງນີ້ ບໍ່ພຽງແຕ່ເປີດທິດທາງໃໝ່ສຳລັບການຮ່ວມມືດ້ານເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງສະທ້ອນເຖິງຄວາມມຸ່ງໝັ້ນ ໃນການຮ່ວມເດີນໜ້າໄລຍະຍາວຂອງ Unitel ກັບລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນຂອງລາວ ໃນຂະບວນການຫັນປ່ຽນດິຈິຕອນ. ບົນພື້ນຖານໂຄງລ່າງພື້ນຖານໂທລະຄົມທີ່ໄດ້ສ້າງຂຶ້ນ, Unitel ມຸ່ງໝັ້ນຂະຫຍາຍບົດບາດຂອງຕົນ ໃຫ້ກາຍເປັນຄູ່ຮ່ວມມືດ້ານເຕັກໂນໂລຊີທີ່ໜ້າເຊື່ອຖື, ຮ່ວມມືກັບບັນດາອົງການພາກລັດ ໃນການສຶກສາຄົ້ນຄວ້າວິທີແກ້ໄຂ, ວາງແຜນການດຳເນີນງານ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ໃຫ້ສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາ. ເປົ້າໝາຍສຸດທ້າຍບໍ່ແມ່ນພຽງແຕ່ການນຳເອົາເຕັກໂນໂລຊີ ມານຳໃຊ້ໃນວຽກງານບໍລິຫານເທົ່ານັ້ນ, ແຕ່ຍັງແມ່ນການສ້າງຜົນປ່ຽນແປງທີ່ເປັນຮູບປະທຳ ເຊັ່ນ: ການບໍລິຫານທີ່ມີປະສິດທິຜົນຫຼາຍຂຶ້ນ, ການບໍລິການລັດທີ່ສະດວກຂຶ້ນ ແລະ ໂອກາດການພັດທະນາທີ່ກວ້າງຂວາງຂຶ້ນ ສຳລັບປະຊາຊົນ ແລະ ພາກທຸລະກິດ.

ເຊິ່ງນີ້ແມ່ນເປົ້າຄວາມໝາຍ ໃນໄລຍະຍາວຂອງການຮ່ວມເດີນໜ້າກັບ ສປປ ລາວ ເພື່ອຂັບເຄື່ອນການຫັນປ່ຽນດິຈິຕອນຢ່າງຮອບດ້ານ ໂດຍມີລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ເປັນສາມເສົາຄ້ຳຫຼັກຂອງການພັດທະນາ. ດ້ວຍພື້ນຖານຄວາມຮ່ວມມືອັນແໜ້ນແຟ້ນລະຫວ່າງ ລາວ – ຫວຽດນາມ ແລະ ຂີດຄວາມສາມາດດ້ານເຕັກໂນໂລຊີ, Unitel ຢືນຢັນຄວາມມຸ່ງໝັ້ນທີ່ຈະສືບຕໍ່ປະກອບສ່ວນ ດ້ວຍວິທີແກ້ໄຂທີ່ຕອບໂຈດຕົວຈິງ, ຊ່ວຍການບໍລິຫານລັດທີ່ທັນສະໄໝ, ສ້າງແຮງຂັບເຄື່ອນ ໃຫ້ແກ່ການພັດທະນາເສດຖະກິດ ແລະ ນຳມາຊຶ່ງຄຸນຄ່າທີ່ຍືນຍົງໃຫ້ແກ່ປະຊາຊົນລາວ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles