ໃນຖານະເປັນ “ເສັ້ນເລືອດໃຫຍ່” ແຫ່ງການເຊື່ອມໂຍງເຊື່ອມຈອດລະຫວ່າງສອງປະເທດລາວ-ຈີນ, ທາງລົດໄຟລາວ-ຈີນ ມີພາລະບົດບາດທີ່ສຳຄັນ ໃນການຂົນສົ່ງຜູ້ໂດຍສານ, ຂົນສົ່ງສິນຄ້າ, ສົ່ງເສີມການພັດທະນາດ້ານເສດຖະກິດ,ວັດທະນະທຳ ແລະການທ່ອງທ່ຽວ. ທາງລົດໄຟລາວ-ຈີນ ແມ່ນຂົວຕໍ່ສຳຄັນ ທີ່ນຳຜົນປະໂຫຍດມາສູ່ປະຊາຊົນຂອງທັງສອງຊາດ ແລະ ເປັນການຮ່ວມມືທີ່ໄດ້ຮັບຜົນປະໂຫຍດຮ່ວມກັນທັງສອງຝ່າຍ. ການ
ປົກປັກຮັກສາ ທາງລົດໄຟລາວ-ຈີນ ໃຫ້ມີຄວາມປອດໄພ ແລະ ໂລ່ງລ່ຽນ, ແມ່ນສິ່ງສຳຄັນທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂອງປະເທດຊາດ, ພ້ອມທັງຍັງເປັນໜ້າທີ່ ແລະ ພັນທະອັນສຳຄັນຂອງພົນລະເມືອງທຸກຄົນ ທີ່ກຳນົດໄວ້ໃນ “ກົດໝາຍວ່າດ້ວຍທາງລົດໄຟ” ຂອງ ສປປ ລາວ.
ເພື່ອຮັບປະກັນ ໃຫ້ທາງລົດໄຟລາວ-ຈີນ ດຳເນີນງານໄດ້ຢ່າງໝັ້ນຄົງ ແລະ ເພື່ອປົກປັກຮັກສາຊີວິດ, ຊັບສິນຂອງທຸກຄົນ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຂໍຮຽກຮ້ອງມາຍັງບັນດາທ່ານວ່າ ການກະທຳດັ່ງຕໍ່ໄປນີ້ ແມ່ນຫ້າມເຮັດຢູ່ຕາມແລວທາງລົດໄຟຢ່າງເດັດຂາດ!
1. ຫ້າມຖອດ ຫຼື ລັກເອົາອຸປະກອນທາງລົດໄຟໂດຍສະເພາະແມ່ນນັອດຍຶດລາງລົດໄຟ, ສາຍເຄເບິນສື່ສານ, ແລະ ອຸປະກອນສັນຍານເປັນຕົ້ນ. ນັອດຍຶດລາງລົດໄຟ, ສາຍເຄເບິນສື່ສານ ແລະ ອຸປະກອນສັນຍານ ແມ່ນອົງປະກອບຫຼັກໃນການຄວມຄຸມການແລ່ນລົດໄຟ ແລະ ຄວາມປອດໄພໃນການແລ່ນລົດ. ຖ້າຫາກຖືກຖອດ ຫຼື ຖືກລັກໄປ, ມັນຈະບໍ່ພຽງແຕ່ສ້າງຄວາມເສຍຫາຍທາງດ້ານເສດຖະກິດເທົ່ານັ້ນ, ແຕ່ຍັງອາດຈະສົ່ງຜົນກະທົບໂດຍກົງຕໍ່ສັນຍານການແລ່ນລົດ, ເຮັດໃຫ້ລົດໄຟຊັກຊ້າ, ແລະ ອາດຈະນຳໄປສູ່ອຸປະຕິເຫດຮ້າຍແຮງໄດ້.
2. ຫ້າມປີນຂ້າມ ຫຼື ທໍາລາຍຮົ້ວປ້ອງກັນຕາມທາງລົດໄຟ ແລະ ຫ້າມເຂົ້າໄປໃນເຂດປ້ອງກັນທາງລົດໄຟ ໂດຍບໍ່ໄດ້ຮັບອະນຸຍາດ. ຮົ້ວປ້ອງກັນຕາມທາງລົດໄຟ ແມ່ນກຳແພງກັ້ນຄວາມສ່ຽງ ແລະ ຮັບປະກັນຄວາມປອດໄພໃນການແລ່ນລົດ. ຖ້າຮົ້ວປ້ອງກັນຖຶກທຳລາຍໂດຍມະນຸດ ຈະເຮັດໃຫ້ຄົນ ແລະ ສັດລ້ຽງສາມາດຫຼົງເຂົ້າໄປໃນເສັ້ນທາງລົດໄຟໄດ້ງ່າຍ, ເຊິ່ງອາດຈະນຳໄປສູ່ອຸປະຕິເຫດຮ້າຍແຮງ ແລະ ເປັນອັນຕະລາຍຕໍ່ຊີວິດຂອງຜູ້ໂດຍສານທີ່ຢູ່ໃນລົດ.
3. ຫ້າມຮັບຊື້ ຫຼື ຂາຍຕໍ່ອຸປະກອນ ແລະ ຊິ້ນສ່ວນທາງລົດໄຟ. ອຸປະກອນທາງລົດໄຟແມ່ນວັດຖຸ ແລະ ອຸປະກອນທີ່ໃຊ້ສະເພາະທາງລົດໄຟ. ການຮັບຊື້ ຫຼື ຂາຍຕໍ່ຊິ້ນສ່ວນອຸປະກອນທາງລົດໄຟ ທີ່ມີແຫຼ່ງທີ່ມາບໍ່ຊັດເຈນ, ກໍ່ຖືວ່າເປັນການກະທຳທີ່ຜິດກົດໝາຍເຊັ່ນດຽວກັນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍ ພ້ອມຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນ.
4. ຫ້າມປ່ອຍວ່າວ, ປູມເປົ້າ ແລະ ວັດຖຸທີ່ລອຍຕົວໃນລະດັບຕ່ຳ ພາຍໃນລັດສະໝີ 500 ແມັດ ຫ່າງຈາກສາຍໄຟຟ້າແຮງດັນສູງຂອງທາງລົດໄຟ. ຖ້າວ່າວ ຫຼື ປູມເປົ້າ ໄປພັນກັບສາຍໄຟຟ້າ, ຈະເຮັດໃຫ້ສາຍໄຟຟ້າລັດວົງຈອນ ແລະ ຕັດກະແສໄຟຟ້າ, ເຊິ່ງສົ່ງຜົນກະທົບຕໍ່ລະບົບສັນຍານ ແລະ ລະບົບສະໜອງກະແສໄຟຟ້າຂອງທາງລົດໄຟ, ແລະ ອາດຈະເຮັດໃຫ້ລົດໄຟຢຸດແລ່ນໄດ້.
5. ຫ້າມສຳຜັດ ແລະ ໂຍນວັດຖຸຕ່າງໆໃສ່ຕາຂ່າຍສາຍໄຟຟ້າຂອງທາງລົດໄຟ. ຕາຂ່າຍສາຍໄຟຟ້າມີກະແສໄຟແຮງດັນສູງ, ການສຳຜັດໂດຍກົງ ຫຼື ທາງອ້ອມ ລ້ວນແຕ່ມີຄວາມສ່ຽງທີ່ຈະຖືກໄຟຟ້າຊອດ ແລະ ເສຍຊີວິດ ຫຼື ບາດເຈັບໄດ້; ການໂຍນວັດຖຸຕ່າງໆຂຶ້ນໃສ່ສາຍໄຟ ຍັງຈະເຮັດໃຫ້ລະບົບສະໜອງກະແສໄຟຟ້າເກີດຄວາມຂັດຂ້ອງ ແລະ ເຮັດໃຫ້ລົດໄຟຕ້ອງຢຸດສຸກເສີນ.
6. ຫ້າມຂຸດເຈາະດິນ, ຕອກເສົາ ຫຼື ຖິ້ມສານເຄມີທີ່ເປັນອັນຕະລາຍ ຢູ່ອ້ອມຮອບເສົາໄຟຟ້າ ແລະ ອຸປະກອນຂອງທາງລົດໄຟ. ການກະທຳດັ່ງກ່າວ ຈະເຮັດໃຫ້ພື້ນຖານຂອງເສົາໄຟຟ້າເສຍຫາຍ, ກັດກ່ອນອຸປະກອນ, ເຮັດໃຫ້ເສົາໄຟຟ້າອຽງ ແລະ ລົ້ມລົງ, ເຊິ່ງເປັນການຄຸກຄາມຕໍ່ຄວາມປອດໄພ ໃນການສະໜອງກະແສໄຟຟ້າຂອງທາງລົດໄຟ.
7. ຫ້າມເຜົາສິ່ງຂອງຕ່າງໆ ຫຼື ວາງສິ່ງຂອງທີ່ຕິດໄຟງ່າຍ ແລະ ວັດຖຸລະເບີດຢູ່ຕາມເສັ້ນທາງລົດໄຟ. ແປວໄຟສາມາດຕິດໃສ່ຕົ້ນໄມ້ ແລະ ຫຍ້າຕາມເສັ້ນທາງໄດ້ງ່າຍ, ເຊິ່ງຈະເຮັດໃຫ້ອຸປະກອນໄຟຟ້າ ແລະ ອຸປະກອນສື່ສານເສຍຫາຍ, ແລະ ນຳມາເຊິ່ງຄວາມສ່ຽງຕໍ່ຄວາມປອດໄພໃນການແລ່ນລົດ.
8. ຫ້າມປີນຂຶ້ນເສົາໄຟຟ້າຂອງທາງລົດໄຟ ຫຼື ຕິດຕັ້ງອຸປະກອນ ແລະ ເຄື່ອງມືອື່ນໆໃສ່ເທິງເສົາໄຟຟ້າ. ເສົາໄຟຟ້າຂອງທາງລົດໄຟແມ່ນອຸປະກອນສຳຄັນ ຂອງລະບົບສະໜອງກະແສໄຟຟ້າ. ການປີນຂຶ້ນເສົາໄຟຟ້າອາດຈະເຮັດໃຫ້ຖືກໄຟຟ້າຊອດໄດ້, ສ່ວນການຕິດຕັ້ງອຸປະກອນອື່ນໆໃສ່ເທິງເສົາໄຟຟ້າ ຈະເຮັດໃຫ້ໂຄງສ້າງຂອງອຸປະກອນໄຟຟ້າເສຍຫາຍ, ສົ່ງຜົນກະທົບຕໍ່ຄວາມປອດໄພໃນການສະໜອງກະແສໄຟຟ້າ, ຈະນໍາມາເຊິ່ງຄວາມເສຍຫາຍຮ້າຍແຮງຕໍ່ການດໍາເນີນງານຂອງທາງລົດໄຟ.
9. ຫ້າມກໍ່ສ້າງຕູບຊົ່ວຄາວ ແລະ ວາງສິ່ງຂອງຕ່າງໆຢູ່ຕາມເສັ້ນທາງລົດໄຟ. ການວາງສິ່ງຂອງຕ່າງໆ ແລະ ສິ່ງກໍ່ສ້າງທີ່ຜິດລະບຽບ ເມື່ອພົບສະພາບອາກາດຮຸນແຮງ, ຟ້າລົມຝົນຕົກ ອາດຈະເຮັດໃຫ້ສິ່ງຂອງຕ່າງປີວໄປຕົກໃສ່ທາງລົດໄຟ ຈະເຮັດໃຫ້ອຸປະກອນຕາມເສັ້ນທາງເສຍຫາຍ ແລະ ສ່ຽງຕໍ່ຄວາມປອດໄພໃນການແລ່ນລົດ.
ການປົກປັກຮັກສາທາງລົດໄຟ ແມ່ນໜ້າທີ່ຂອງທຸກໆຄົນ. ພວກເຮົາຈົ່ງຮ່ວມມືກັນ, ປົກປັກຮັກສາເສັ້ນທາງລົດໄຟໃຫ້ມີຄວາມປອດໄພ ແລະ ດຳເນີນງານໄດ້ຢ່າງສະດວກສະບາຍ, ເພື່ອພັດທະນາເສດຖະກິດ-ການຄ້າຂອງສອງປະເທດ ແລະ ເຮັດໃຫ້ການເດີນທາງໄປມາຂອງພໍ່ແມ່ປະຊາຊົນນັບມື້ນັບສະດວກສະບາຍ.


