ກະຊວງການຕ່າງປະເທດ ປະກາດແຕ່ງຕັ້ງກົງສຸນໃຫຍ່ ປະຈຳຫວຽດນາມ ແລະ ກຳປູເຈຍ

ຕອນເຊົ້າຂອງວັນທີ 08 ຕຸລາ 2026: ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງ, ເລື່ອນຊັ້ນນັກການທູດ, ເລື່ອນທຽບຊັ້ນນັກການທູດ ປະຈຳປີ 2026 ແລະ ພິທີມອບສັນຍາບັດກົງສຸນໃຫຍ່ ແຫ່ງ ສປປ ລາວ ຢ່າງສົມກຽດ.

ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການໃຫ້ກຽດເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ໂດຍມີຄະນະພັກ-ຄະນະນຳ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ວັນດີ ບຸດສະດີ, ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານໄປປະຈຳການຢູ່ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ຈຳນວນ 02 ທ່ານ ຄື:

1. ທ່ານ ບຸນທະວີ ບຸດສາແສງ (ຮອງຫົວໜ້າຫ້ອງການກະຊວງ) ໄດ້ຮັບການແຕ່ງຕັ້ງເປັນ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ທີ່ ນະຄອນໂຮ່ຈິມິນ.​​

2. ທ່ານ ແສງແກ້ວ ມີທອງ (ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ) ໄດ້ຮັບການແຕ່ງຕັ້ງເປັນ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ລາຊະອານາຈັກ ກຳປູເຈຍ ທີ່ ຊຽງແຕງ.​​

ນອກຈາກນີ້, ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຕຳແໜ່ງບໍລິຫານ ແລະ ເລື່ອນຊັ້ນນັກການທູດ ດັ່ງນີ້:

ແຕ່ງຕັ້ງ ຮອງຫົວໜ້າກົມ: ຈຳນວນ 02 ທ່ານ

ແຕ່ງຕັ້ງ ຫົວໜ້າພະແນກ: ຈຳນວນ 05 ທ່ານ

ແຕ່ງຕັ້ງ ຮອງຫົວໜ້າພະແນກ: ຈຳນວນ 09 ທ່ານ

ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນນັກການທູດ: ຈຳນວນ 143 ທ່ານ (ທັງພະນັກງານພາຍໃນກະຊວງ ແລະ ຜູ້ທີ່ກຳລັງປະຕິບັດໜ້າທີ່ຢູ່ຕ່າງປະເທດ).

ໃນໂອກາດອັນມີຄວາມໝາຍນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນໃນຄັ້ງນີ້. ທ່ານໄດ້ເນັ້ນໜັກວ່າ ນີ້ແມ່ນການມອບໝາຍໜ້າທີ່ການເມືອງ-ການຕ່າງປະເທດ ທີ່ສຳຄັນ ເພື່ອເພີ່ມກຳລັງແຮງໃຫ້ກົງຈັກການຈັດຕັ້ງຂອງກະຊວງມີຄວາມເຂັ້ມແຂງຍິ່ງໆຂຶ້ນ.

ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ກໍຄື ພະນັກງານ-ລັດຖະກອນທຸກຄົນ ຈົ່ງຍົກສູງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍຄວາມສາມັກຄີ, ເຮັດວຽກຢ່າງມີແບບແຜນ ແລະ ເສຍສະຫຼະເພື່ອສ່ວນລວມ. ທັງນີ້ ກໍເພື່ອຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ ພາຍໃຕ້ຄຳຂວັນ:

“ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”

ທີ່ມາ: ກະຊວງການຕ່າງປະເທດ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles