ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ວາງມາດຕະການຈຳກັດໄວໜຸ່ມ ທີ່ມີອາຍຸຕໍ່າກວ່າ 18 ປີເຂົ້າໄປໃຊ້ບໍລິການຮ້ານບັນເທີງ ໂດຍໄດ້ອອກດໍາລັດວ່າດ້ວຍການບັນເທີງ, ມາດຕະຖານການບັນເທີງ ແລະ ແນະ ນຳ ໃຫ້ຜູ້ປະກອບການປະຕິບັດກົດໝາຍ, ລະບຽບການທີ່ກ່ຽວ ຂ້ອງ ໂດຍສະເພາະ ການກວດກາຄົນທີ່ເຂົ້າໄປໃຊ້ບໍ ລິການ (ກວດບັດປະຈຳຕົວ) ໃນກໍລະນີທຸລະກິດຫາກມີ ການລະເມີດລະບຽບການທີ່ກຳນົດໄວ້ ແມ່ນປະຕິບັດມາດຕະການ ດ້ານບໍລິຫານ ກໍຄືການປັບໃໝ, ໂຈະ, ຖອນໃບອະນຸຍາດດຳເນີນທຸລະກິດ ແລະ ສະເໜີຂະແໜງການຄ້າຖອນໃບທະບຽນວິສະຫະກິດ, ຖ້າຫາກທຸລະກິດ ຍັງມີ ການຝ່າຝືນສຶບຕໍ່ບໍລິການ ແມ່ນໃຫ້ເຈົ້າໜ້າທີ່ດຳເນີນຕາມຂັ້ນຕອນຂອງລະ ບຽບການ ແລະ ອາດກ້າວໄປສູ່ ຂະບວນການຍຸຕິທໍາຂອງສານ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມັນຕີກະ ຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 7 ຕຸລາ 2026 ວ່າ: ໄລຍະຜ່ານມາ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຕິດຕາມກວດກາ ຫົວໜ່ວຍທຸລະກິດບັນເທີງ ໂດຍໄດ້ມອບໃຫ້ ພະແນກ ວທ ນະຄອນຫລວງ, ແຂວງ ທີ່ກ່ຽວຂ້ອງ ໃນການອອກອະນຸຍາດ ແລະ ຕິດຕາມ, ກວດກາ ເຫັນວ່າມີຫລາຍກິດຈະການຮ້ານບັນເທີງທີ່ອອກອະນຸຍາດ ຍັງບໍ່ຖືກຕ້ອງສອດຄ່ອງກັບດຳລັດວ່າດ້ວຍການບັນເທີງ ຊຶ່ງດຳລັດດັ່ງກ່າວ ໄດ້ກຳນົດລະອຽດ ກ່ຽວກັບປະເພດການບໍລິການບັນເທີງ ໂດຍສະເພາະແມ່ນ ມາດຕະຖານລວມ ທີ່ໄດ້ກຳນົດສະຖານທີ່ຕັ້ງສະເພາະຂອງຫົວໜ່ວຍທຸລະກິດບໍລິການບັນເທີງ ຕ້ອງຫ່າງໄກຈາກສະຖານທີ່ສຳຄັນຕ່າງໆເທົ່າໃດ ເປັນຕົ້ນ ສະຖານທີ່ການສຶກສາ, ໂຮງໝໍ, ສໍານັກງານອົງການຂອງລັດ ແລະ ອົງການຈັດຕັ້ງສາກົນ ແລະ ອື່ນໆ ໄລຍະຫ່າງແມ່ນ 500 ແມັດຂຶ້ນໄປ, ລວມທັງມາດຖານລະບົບສຽງ, ລະບົບໄຟຟ້າ, ການບໍລິ ການ, ພະນັກງານບໍລິ ການ ມີມາດຖານເງື່ອນໄຂແນວໃດ ເປັນຕົ້ນ ອາຍຸຕ້ອງ 18 ປີຂຶ້ນໄປ ລວມທັງຜູ້ເຂົ້າໄປໃຊ້ບໍລິການຢູ່ສະຖານບັນເທີງ ໄດ້ກຳນົດອາຍຸ 18 ປີຂຶ້ນໄປ ຈຶ່ງເຂົ້າໄປໃຊ້ບໍລິການໄດ້.
ຈັດຕັ້ງປະຕິບັດຕົວຈິງແມ່ນລະເມີດຫລາຍ ໂດຍສະເພາະ ມາດຕະຖານສະເພາະ ຂອງສະຖານທີ່ບັນເທີງ ບໍ່ເປັນຫ້ອງປິດ, ເປີດກາຍໂມງ-ເວລາ, ສະຖານທີ່ບໍ່ເໝາະສົມ, ອາຍຸຕໍ່າກວ່າ 18 ປີເຂົ້າໄປມົ້ວສຸມມຶນເມົາ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ, ສຽງເນື່ອງນັນທີ່ສົ່ງຜົນກະທົບຕໍ່ປະຊາຊົນທີ່ອາໄສຢູ່ໃກ້ຄຽງ ແລະ ຍັງມີບາງທ້ອງຖິ່ນ ໄດ້ອອກນິຕິກຳສະເພາະ ໂດຍບໍ່ທັນໄດ້ສົມທົບກັບສູນກາງ ໃນອອກໃບອະນຸຍາດກິດຈະການດັ່ງກ່າວ ເຮັດໃຫ້ເກີດມີບັນຫາການຄຸ້ມຄອງບໍ່ທັນເປັນເອກະພາບກັນ.
ທີ່ມາ: ຄວາມສະຫງົບ


