ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໃຫ້ຮູ້ວ່າ ໃນໄລຍະ 9 ເດືອນຜ່ານມາ ອົງການໄດ້ດຳເນີນການກວດກາຕາມພາລະບົດບາດ ແລະ ມະຕິຂອງສະພາແຫ່ງຊາດ ເຊິ່ງເຫັນວ່າລັດຖະບານ ແລະ ອົງການປົກຄອງແຕ່ລະຂັ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດໄດ້ດີພໍສົມຄວນ ແຕ່ຍັງພົບບັນຫາ ແລະ ຂໍ້ຂາດຕົກບົກພ່ອງສຳຄັນຫຼາຍຂົງເຂດ. ການກວດກາ 58 ໂຄງການລົງທຶນຂອງລັດຢູ່ນະຄອນຫຼວງວຽງຈັນ ພົບວ່າໂຄງການສ່ວນຫຼາຍຕັ້ງແຕ່ປີ 2015 ເປັນຕົ້ນມາ ບໍ່ມີບົດສະເໜີໂຄງການ, ບໍ່ຜ່ານການປະເມີນ ແລະ ການປະມູນ, ບໍ່ວາງເງິນຄ້ຳປະກັນສັນຍາ 10%, ສັນຍາບໍ່ໄດ້ຈົດທະບຽນສານ ແລະ ບໍ່ມີໃບມອບ-ຮັບໂຄງການຖາວອນ. ນອກນັ້ນ ມີ 30 ໂຄງການທີ່ຕົວເລກການຊຳລະເງິນລະຫວ່າງພະແນກການເງິນນະຄອນຫຼວງ ກັບບໍລິສັດ ຜິດດ່ຽງກັນເຖິງ 706.47 ຕື້ກີບ ແລະ 21 ໂຄງການມີມູນຄ່າເຫຼືອຈາກສັນຍາ 276.63 ຕື້ກີບ ທີ່ຕ້ອງຫັກລົບອອກ.
ດ້ານເຂດເສດຖະກິດພິເສດ ກວດ 4 ເຂດຢູ່ນະຄອນຫຼວງວຽງຈັນ ພົບວ່າການແກ້ໄຂສິ່ງກີດຂວາງ, ການຊົດເຊີຍ ແລະ ການອອກໃບຕາດິນຍັງບໍ່ສຳເລັດ, ບາງເຂດ (ດົງໂພສີ) ຍັງບໍ່ມີການພັດທະນາ, ຜູ້ລົງທຶນຈຳນວນຫຼາຍນຳເຂົ້າທຶນໂດຍບໍ່ຜ່ານທະນາຄານແຫ່ງ ສປປ ລາວ ແລະ ບໍ່ປະຕິບັດພັນທະອາກອນມູນຄ່າເພີ່ມ ແລະ ຄ່າຊັບພະຍາກອນທຳມະຊາດ. ດ້ານການນຳເຂົ້າພາຫະນະ ກວດ 9 ແຂວງ ພົບການອະນຸມັດບໍ່ເປັນລະບົບ, ພາຫະນະນຳເຂົ້າຊົ່ວຄາວ (IM8) ແລະ ນຳເຂົ້າເສຍພາສີ 1% ຈຳນວນ 141 ຄັນ ຢູ່ 6 ແຂວງ ທີ່ສັນຍາໝົດກຳນົດແຕ່ບໍ່ຕໍ່ສັນຍາ ແລະ ບໍ່ສົ່ງລົດອອກ, ພ້ອມພາຫະນະບໍ່ມີເອກະສານນຳເຂົ້າຖືກຕ້ອງ 310 ຄັນ ຢູ່ແຂວງໄຊສົມບູນ ແລະ ບໍລິຄຳໄຊ. ສ່ວນການກວດຖານລາຍຮັບ 6 ແຂວງ ພົບບາງແຂວງມອບເງິນຄ່າຊັບພະຍາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ; ການອອກໃບຕາດິນ 4 ແຂວງ ພົບການເຜີຍແຜ່ນິຕິກຳບໍ່ທັນແທດເຖິງ, ເກັບລາຍຮັບບໍ່ໄດ້ຕາມແຜນ ແລະ ຖານຂໍ້ມູນບໍ່ທັນລວມສູນ.
ດ້ານສັນຍາຈັດຊື້-ຈັດຈ້າງ (2019-2026) ກວດສຳເລັດ 148 ສັນຍາ ພົບວ່າກອງຄຸ້ມຄອງສະໜາມບິນມີ 19 ສັນຍາ (ມູນຄ່າ 139 ຕື້ກີບ) ທີ່ໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ ແລະ ມູນຄ່າສູງເກີນຕະຫຼາດ 13.38 ຕື້ກີບ, ສ່ວນກອງຈະລາຈອນທາງອາກາດພົບ 3 ສັນຍາ ມູນຄ່າ 100 ລ້ານກີບ ທີ່ໜ້າວຽກບໍ່ໄດ້ປະຕິບັດ. ການນຳໃຊ້ເງິນກູ້ຢືມຮູບແບບ EPC ໃນ 11 ສັນຍາຂອງຂະແໜງ ຍທຂ ພົບວ່າບໍ່ສອດຄ່ອງເງື່ອນໄຂຕົວຈິງ, ຄິດເງິນບໍລິຫານ-ຄຸ້ມຄອງໂຄງການສູງເກີນລະບຽບ, ບໍລິສັດຄຸ້ມຄອງເງິນເອງ ແລະ ບໍ່ມອບຊັບສິນຄືນລັດ ພ້ອມມີເງິນເຫຼືອ 4.70 ລ້ານໂດລາ ທີ່ຕ້ອງຫັກລົບຈາກວົງເງິນກູ້. ການຄຸ້ມຄອງທາດເຄມີ ກວດ 6 ແຂວງ ພົບບໍລິສັດທີ່ໄດ້ຮັບອະນຸຍາດນຳເຂົ້າ 144 ບໍລິສັດ ບາງສ່ວນບໍ່ແຈ້ງຂະແໜງການ, ເກັບຮັກສາບໍ່ໄດ້ມາດຕະຖານ, ພາຫະນະບໍ່ຕິດສະຫຼາກເຕືອນເປັນພາສາລາວ ແລະ ມີການລັກລອບນຳເຂົ້າທາດເຄມີອັນຕະລາຍ.
ດ້ານການຄຸ້ມຄອງຊັບສິນລັດ ແລະ ເຊົ່າ-ສຳປະທານ ພົບການຫັນຊັບສິນໃຫ້ບຸກຄົນ-ນິຕິບຸກຄົນ ຊຳລະບໍ່ຄົບ, ບາງສ່ວນບໍ່ຜ່ານສະພາປະຊາຊົນແຂວງ ແລະ ບໍ່ຜ່ານການປະມູນ; ໃນ 720 ໂຄງການເຊົ່າ-ສຳປະທານທີ່ດິນ ນິຕິກຳ ແລະ ສະຖິຕິຂອງ 3 ຂະແໜງການບໍ່ກົງກັນ, ບາງໂຄງການບໍ່ມີສັນຍາ, ບໍ່ວາງເງິນຄ້ຳປະກັນ ແລະ ບໍ່ເຮັດບົດປະເມີນຜົນກະທົບສິ່ງແວດລ້ອມ (EIA). ສຳລັບການຊົດເຊີຍ, ເຂື່ອນເຊປຽນ-ເຊນ້ຳນ້ອຍ ບໍລິສັດ PNPC ຈ່າຍແລ້ວ 10 ລ້ານໂດລາ ໃຫ້ແຂວງອັດຕະປື ຊົດເຊີຍປະຊາຊົນແລ້ວ 956 ຄອບຄົວ (98.7%) ຍັງເຫຼືອ 12 ຄອບຄົວທີ່ບໍ່ຍອມຮັບ. ໂຄງການທາງລົດໄຟລາວ-ຈີນ ຮອດເດືອນມິຖຸນາ 2026 ເບີກຈ່າຍຄ່າຊົດເຊີຍແລ້ວ 1,640.47 ຕື້ກີບ ຍັງຄ້າງ 209.51 ຕື້ກີບ ແລະ ມີ 600 ຕອນດິນທີ່ເຈົ້າຂອງຍັງບໍ່ຮັບຄ່າຊົດເຊີຍ; ມີຄອບຄົວເຂົ້າຢູ່ເຮືອນຈັດສັນແລ້ວ 257 ຫຼັງ ຈາກ 349 ຫຼັງ.
ຄັດຈາກ: ໜັງສືພິມປະຊາຊົນ


