ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 8 ຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນວຽກປີ 2026, ຜົນການກວດສອບປີ 2026 ແລະ ແຜນວຽກປີ 2027. ໃນປີ 2026 ອົງການໄດ້ຕິດຕາມ, ຊຸກຍູ້ ແລະ ກວດຄືນການແກ້ໄຂຜົນການກວດສອບຕາມມະຕິ ສພຊ ເລກທີ 173/ສພຊ ລົງວັນທີ 21 ພະຈິກ 2025 ໂດຍແຕ່ງຕັ້ງຄະນະລົງຕິດຕາມເປົ້າໝາຍ, ອອກແຈ້ງການໃຫ້ລາຍງານຄວາມຄືບໜ້າຕາມມາດຕາ 71 ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ອອກຄຳແນະນຳ, ສົ່ງຂໍ້ມູນໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອລາຍງານຄວາມຄືບໜ້າເປັນລາຍໄຕມາດ, ຈັດກອງປະຊຸມຮ່ວມ ແລະ ອອກໜັງສືເລັ່ງທວງໃຫ້ມອບພັນທະເຂົ້າງົບປະມານແຫ່ງລັດ.
ບັນຫາທີ່ຕ້ອງແກ້ໄຂແມ່ນລາຍຮັບສຳຄັນຂອງລັດທີ່ຍັງເກັບບໍ່ໄດ້ ຫຼື ເກັບຕ່ຳກວ່າກົດໝາຍກຳນົດ ເຊັ່ນ ເງິນທີ່ກວດສອບເຫັນເພີ່ມ, ໜີ້ຕ້ອງຮັບສ່ວຍສາອາກອນ, ຄ່າເຊົ່າ-ສຳປະທານ, ບັນຊີ 547 ແລະ ລາຍຮັບທີ່ເປັນທ່າແຮງບົ່ມຊ້ອນຈາກວິສາຫະກິດ, ທະນາຄານ ແລະ ການຂຸດຄົ້ນແຮ່ທາດ. ຂົງເຂດງົບປະມານລັດ ຕ້ອງແກ້ໄຂທັງໝົດ 14,124.88 ຕື້ກີບ ແລະ 25.42 ລ້ານໂດລາ ແກ້ໄຂໄດ້ 5,577.68 ຕື້ກີບ ແລະ 3.75 ລ້ານໂດລາ ເທົ່າກັບ 38.57%. ໃນນັ້ນ ການມອບເປັນເງິນ ຕ້ອງມອບ 12,456.28 ຕື້ກີບ ແລະ 25.25 ລ້ານໂດລາ ແກ້ໄຂໄດ້ 3,417.84 ຕື້ກີບ ແລະ 3.70 ລ້ານໂດລາ; ສ່ວນການຈົດຮັບ-ຈົດຈ່າຍ ແລະ ຫັກລົບຜ່ານລະບົບງົບປະມານ ຕ້ອງສະສາງ 1,668.60 ຕື້ກີບ ແກ້ໄຂໄດ້ 56.76 ຕື້ກີບ (3.46%).
ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ ມີ 81.26 ຕື້ກີບ ແກ້ໄຂໄດ້ 52.10 ຕື້ກີບ (64.11%). ຂົງເຂດລັດວິສາຫະກິດ ມີ 1,963.16 ຕື້ກີບ ແກ້ໄຂໄດ້ 1,760.60 ຕື້ກີບ (89.68%) ເຊິ່ງເປັນຂົງເຂດທີ່ແກ້ໄຂໄດ້ດີທີ່ສຸດ ໂດຍການປັບປຸງບັນທຶກບັນຊີທີ່ບໍ່ຄົບຖ້ວນແກ້ໄຂໄດ້ 90.79% ແຕ່ການມອບເປັນເງິນແກ້ໄຂໄດ້ພຽງ 31.24%.
ຂົງເຂດທະນາຄານ ມີ 14,345.52 ຕື້ກີບ ແກ້ໄຂໄດ້ 3,781.07 ຕື້ກີບ (26.36%) ເຊິ່ງເປັນຂົງເຂດທີ່ແກ້ໄຂໄດ້ຕ່ຳທີ່ສຸດ. ສ່ວນໃຫຍ່ແມ່ນການເກັບກູ້ເງິນຄືນຈາກການປ່ອຍກູ້ ແລະ ເງິນລັກໂລບ 14,343.70 ຕື້ກີບ ແກ້ໄຂໄດ້ 3,779.91 ຕື້ກີບ (26.35%), ສ່ວນການມອບເປັນເງິນແກ້ໄຂໄດ້ 63.88%.
ຄັດຈາກ: ໜັງສືພິມປະຊາຊົນ


