ບຸນຊ່ວງເຮືອຈອມແຈ້ງປີນີ້ ແຊ້ມຈະໄດ້ຮັບເງິນລາງວັນສູງເຖິງ 100 ລ້ານກີບແລະ ຂັນເງິນໝູນວຽນ 1 ກິໂລ​

ທ່ານ ທິນນະກອນ ທອງຄຳ ປະທານຄະນະກຳມະການປົກຄອງເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທັງເປັນຫົວໜ້າກອງເລຂາ ຄະນະຮັບຜິດຊອບ ງານບຸນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2026 ໄດ້ໃຫ້ສຳພາດວ່າ: ມາຮອດປະຈຸບັນ ການກະກຽມງານແມ່ນມີຄວາມພ້ອມຫລາຍດ້ານ ເຊິ່ງໄດ້ກຳນົດຂອບເຂດຈັດງານ ນັບແຕ່ ຫລັກ 4 ໄປຫາ ບ້ານໄຊສະຖານ ຈະມີກິດຈະກຳຫລາກຫລາຍ ເປັນຕົ້ນ ງານຕະຫຼາດນັດ ສີນຄ້າໂອດ໊ອບ ຈາກບັນດາເມືອງອ້ອມຂ້າງນະຄອນຫຼວງ ຕະຫຼອດຮອດບັນດາແຂວງ ຫຼາຍກວ່າ 40 ຮ້ານ ແລະ ສິນຄ້າປະເພດອື່ນໆ ໃຫ້ຜູ້ມາທ່ຽວງານໄດ້ຊົມ ແລະ ເລືອກຊື້ ເຊິ່ງເລີ່ມແຕ່ວັນທີ 14-18 ຕຸລາ 2026.

ງານບຸນໃນປີນີ້ແມ່ນມີຄວາມພິເສດ ໂດຍສະເພາະແມ່ນການແຂ່ງຂັນຊ່ວງເຮືອ ໃນວັນທີ 17 ຕຸລາ 2026 ແມ່ນຈະແຂ່ງຂັນຊ່ວງເຮືອກິລາ ປະເພດ 12 ສີພາຍ (ຍິງ-ຊາຍ) ແລະ ໃນວັນທີ 18 ຕຸລາ 2026 ຈະແຂ່ງຂັນເຮືອປະເພນີບູຮານ 55 ສີພາຍ ແລະ ເຮືອສູດ) 55 ສີພາຍ ພ້ອມກັບການແຂ່ງຂັນກອງເຊຍເຊີ້ງມ່ວນ, ເຊີ້ງງາມ ໂດຍປີນີ້ ໄດ້ວາງລາງວັນໃນການແຂ່ງຂັນສູງ​ ຄື: ເຮືອປະເພນີ 55 ສີພາຍ (ຊາຍ) ທີ 1 ຈະໄດ້ຮັບຂັນ 1 ຫນ່ວຍ ແລະ ເງິນ 100 ລ້ານກີບ ພ້ອມດ້ວຍຂັນໜູນວຽນ 1 ໜ່ວຍ​ ເປັນຂັນເງິນ 1 ກິໂລ.

ສ່ວນລາງວັນທີ 2 ຈະໄດ້ຮັບຂັນລາງວັນ 1 ໜ່ວຍ+ເງິນສົດ = 80.000.000 ກີບ.

ລາງວັນທີ 3 ຈະໄດ້ຮັບຂັນລາງວັນ 1 ໜ່ວຍ+ເງິນສົດ = 60.000.000 ກີບ.

ລາງວັນທີ 4 ຈະໄດ້ຮັບຂັນລາງວັນ 1 ໜ່ວຍ+ເງິນສົດ = 40.000.000 ກີບ.

ທ່ານ ທິນນະກອນ ທອງຄຳ ຍັງໄດ້ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນທີ່ບໍ່ມີຈຸດປະສົງມາທ່ຽວງານບຸນ ໃນຊ່ວງໄລຍະຈັດງານໃຫ້ຫລີກລ້ຽງເສັ້ນທາງທີ່ມີການຈັດງານ ໄປໃຊ້ເສັ້ນທາງອື່ນກ່ອນ ເພື່ອຄວາມສະດວກໃນການສັນຈອນໄປມາ ພ້ອມທັງຂໍເຊີນຊວນທຸກໆທ່ານໃນທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມທ່ຽວຊົມງານບຸນຕະຫຼາດນັດ ສິນຄ້າໂອດ໊ອບ ຮ່ວມຊົມຮ່ວມເຊີຍ ການແຂ່ງຂັນຊ່ວງເຮືອຈອມແຈ້ງ ນວ ປະຈໍາປີ 2026 ໃຫ້ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles