ກະຊວງ ປກສ ສັ່ງເພີ່ມທະວີ ສະກັດກັ້ນອາຊະຍາກຳອອນລາຍ ແລະ ພະນັນອອນລາຍ

ວັນທີ 24 ກັນຍາ 2026, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໃນນາມກອງເລຂາ ໄດ້ອອກແຈ້ງການເຖິງບັນດາພາກສ່ວນທີ່ກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີການສະກັດກັ້ນ-ແກ້ໄຂອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ.

1. ສະພາບການ ແລະ ການຮ່ວມມື

ການຈັດຕັ້ງປະຕິບັດຜ່ານມາ ໃນການແກ້ໄຂອາຊະຍາກຳທາງອິນເຕີເນັດ ແລະ ພະນັນອອນລາຍ ໄດ້ຮັບການຮ່ວມມືຈາກບຸກຄົນ, ນິຕິບຸກຄົນ, ອົງການ, ຫົວໜ່ວຍທຸລະກິດ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນຕ່າງໆ ໃນການແຈ້ງຂໍ້ມູນ ແລະ ເບາະແສໃຫ້ແກ່ເຈົ້າໜ້າທີ່.

ການຮ່ວມມືດັ່ງກ່າວ ຊ່ວຍໃຫ້ສາມາດສະກັດກັ້ນ ແລະ ແກ້ໄຂອາຊະຍາກຳປະເພດນີ້ໄດ້ດີຂຶ້ນ. ຫ້ອງວ່າການ ພ້ອມຄະນະພັກ ແລະ ຄະນະນຳກະຊວງ ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ໄດ້ຮ່ວມມື.

2. ເຕືອນເຈົ້າຂອງເຄຫະສະຖານໃຫ້ກວດກາຜູ້ເຊົ່າ

ເຈົ້າຂອງເຄຫະສະຖານ ເຊັ່ນ ເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ, ເຮືອນພັກ, ໂຮງແຮມ, ອາພາດເມັນ, ຕຶກອາຄານ ແລະ ອື່ນໆ ທີ່ໃຫ້ບຸກຄົນ, ນິຕິບຸກຄົນ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ຫຼື ຄົນບໍ່ມີສັນຊາດເຊົ່າ ຕ້ອງເອົາໃຈໃສ່ຕິດຕາມ ແລະ ກວດກາການນຳໃຊ້ເຄຫະສະຖານຂອງຕົນ.

ຫາກພົບວ່າຜູ້ເຊົ່າມີພຶດຕິກຳລະເມີດກົດໝາຍ ຫຼື ມີພຶດຕິກຳຕ້ອງສົງໄສ ຕ້ອງຮີບແຈ້ງຕໍ່ເຈົ້າໜ້າທີ່ ປກສ ແຂວງ, ເມືອງ, ຕາແສງ, ປກສ ບ້ານ ຫຼື ໜ່ວຍງານໃກ້ທີ່ສຸດ.

3. ມາດຕະການຕໍ່ເຈົ້າຂອງສະຖານທີ່ທີ່ສົມຮູ້ຮ່ວມຄິດ

ຖ້າເຈົ້າຂອງເຄຫະສະຖານ ຫຼື ຫົວໜ່ວຍບໍລິສັດ ພົບເຫັນບຸກຄົນ ຫຼື ນິຕິບຸກຄົນ ກຳລັງເຄື່ອນໄຫວກໍ່ອາຊະຍາກຳທາງອິນເຕີເນັດ ຫຼື ພະນັນອອນລາຍ ແຕ່ມີການປິດບັງ, ເຊື່ອງອຳ, ບໍ່ໃຫ້ຄວາມຮ່ວມມື ຫຼື ສົມຮູ້ຮ່ວມຄິດ ຈະຖືກສຶກສາອົບຮົມ, ກ່າວເຕືອນ ຫຼື ປັບໃໝ.

ສຳລັບຫ້ອງແຖວ, ເຮືອນພັກ, ໂຮງແຮມ, ອາພາດເມັນ, ຕຶກອາຄານ ແລະ ຫົວໜ່ວຍບໍລິສັດ ຫາກຖືກກ່າວເຕືອນເຖິງ 2 ຄັ້ງ ແລ້ວຍັງລະເມີດອີກ ຈະຖືກຢຸດໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ ຫຼື ດຳເນີນຄະດີຕາມກົດໝາຍ.

4. ດຳເນີນຕາມແຈ້ງການເລກທີ 280/ຫວກ

ກະຊວງຍັງໃຫ້ເອົາໃຈໃສ່ປະຕິບັດຕາມແຈ້ງການເລກທີ 280/ຫວກ ລົງວັນທີ 23 ກໍລະກົດ 2026 ໃນກໍລະນີສະຖານທີ່ພັກເຊົາມີສັນຍາເຊົ່າກັບກຸ່ມແກ້ງກໍ່ອາຊະຍາກຳອອນລາຍ ຫຼື ພະນັນອອນລາຍ ທີ່ໄດ້ຈ່າຍເງິນມັດຈຳ ຫຼື ຄ່າເຊົ່າລ່ວງໜ້າ.

ໃນກໍລະນີດັ່ງກ່າວ ເຈົ້າໜ້າທີ່ຕ້ອງເກັບກູ້ຈຳນວນເງິນດັ່ງກ່າວ ແລະ ຖ້າຈຳເປັນ ໃຫ້ຄວບຄຸມຕົວຜູ້ຮ່ວມຂະບວນການກໍ່ອາຊະຍາກຳໄວ້ຊົ່ວຄາວຕາມຂັ້ນຕອນ. ຖ້າເຈົ້າຂອງເຄຫະສະຖານມີສ່ວນຮ່ວມໂດຍກົງ ໃຫ້ຮັບຜິດຊອບການກິນຢູ່ພັກເຊົາ ຈົນກວ່າຂັ້ນຕອນສືບສວນ-ສອບສວນຈະສຳເລັດ ແລະ ແກ້ໄຂຕາມກົດໝາຍ.

5. ຮຽກຮ້ອງທຸກພາກສ່ວນຮ່ວມປ້ອງກັນ

ສຳນັກງານ, ອົງການ, ການຈັດຕັ້ງ, ເຂດເສດຖະກິດພິເສດ, ວິສາຫະກິດກາຊີໂນ, ເຈົ້າຂອງເຄຫະສະຖານ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ແລະ ທຸກພາກສ່ວນທົ່ວປະເທດ ຖືກຮຽກຮ້ອງໃຫ້ສ້າງຄວາມຮັບຮູ້ ແລະ ກຳໃຫ້ໄດ້ສະພາບອາຊະຍາກຳອອນລາຍໃນປັດຈຸບັນ.

ພ້ອມທັງໃຫ້ປະຊາຊົນມີສະຕິລະວັງຕົວຕໍ່ກົນອຸບາຍ, ການຕົວະຍົວະ, ການຫຼອກລວງ ແລະ ການສໍ້ໂກງຊັບຜ່ານອິນເຕີເນັດ. ທຸກພາກສ່ວນສາມາດຮ່ວມມືດ້ວຍການແຈ້ງຂໍ້ມູນ, ເບາະແສ, ຫຼັກຖານ ຫຼື ຂໍ້ມູນອື່ນໆ ແກ່ເຈົ້າໜ້າທີ່ ແລະ ຊ່ວຍສະກັດກັ້ນຜູ້ກະທຳຜິດຢ່າງທັນເວລາ.

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຈຶ່ງແຈ້ງການສະບັບນີ້ມາຍັງທຸກພາກສ່ວນທົ່ວປະເທດ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ທີ່ມາ: ຄວາມສະຫງົບ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles