ກະຊວງສຶກສາທິການ ແລະ ກິລາ (ສສກ) ກຳລັງຄົ້ນຄວ້າແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ເພື່ອພິຈາລະນາ ແລະ ດັດສົມການເກັບຄ່າຮຽນຂອງໂຮງຮຽນເອກະຊົນ ແລະ ໂຮງຮຽນອິນເຕີ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງເສດຖະກິດ-ສັງຄົມ ພ້ອມທັງແບ່ງຄວາມຮັບຜິດຊອບລະຫວ່າງຂັ້ນກະຊວງ ແລະ ທ້ອງຖິ່ນ ເພື່ອໃຫ້ການຄຸ້ມຄອງມີປະສິດທິພາບຍິ່ງຂຶ້ນ. ຄະນະກຳມະການດັ່ງກ່າວຈະມີການມີສ່ວນຮ່ວມຈາກທັງພາກລັດ ແລະ ພາກເອກະຊົນ.
ໃນກອງປະຊຸມຂອງສະພາແຫ່ງຊາດ ຊຸດທີ X ວັນທີ 7 ຕຸລາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ໄດ້ຊີ້ແຈງຕໍ່ຄຳຖາມຂອງ ສສຊ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມຊຸກຍູ້ໂຮງຮຽນເອກະຊົນ ໂດຍຍອມຮັບວ່າ ໄລຍະຜ່ານມາຍັງມີບາງດ້ານທີ່ບໍ່ທັນເຂັ້ມງວດ ໂດຍສະເພາະການຕິດຕາມ ແລະ ກວດກາການເຄື່ອນໄຫວຂອງໂຮງຮຽນເອກະຊົນ.
ປັດຈຸບັນ ສສກ ໄດ້ແຈ້ງໃຫ້ພະແນກສຶກສາທິການ ແລະ ກິລາ ທົ່ວປະເທດ ສົມທົບກັບສະມາຄົມການສຶກສາພາກເອກະຊົນໃນທ້ອງຖິ່ນ ສະຫຼຸບຕີລາຄາການເຄື່ອນໄຫວໄລຍະຜ່ານມາ ເພື່ອນຳໄປປັບປຸງນິຕິກຳ ແລະ ກົນໄກການຄຸ້ມຄອງ. ທິດທາງການຄຸ້ມຄອງຈະແບ່ງເປັນ 2 ຂັ້ນ ຄື ຂັ້ນກະຊວງ ຄຸ້ມຄອງມະຫາພາກ ແລະ ຄົ້ນຄວ້ານິຕິກຳ-ລະບຽບການ; ສ່ວນຂັ້ນທ້ອງຖິ່ນ ຄຸ້ມຄອງຈຸນລະພາກ, ຕິດຕາມ ແລະ ກວດກາການເຄື່ອນໄຫວຕົວຈິງຂອງໂຮງຮຽນຢ່າງໃກ້ຊິດ.
ດ້ານຄວາມປອດໄພຂອງນັກຮຽນ, ກະຊວງໄດ້ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄູ ແລະ ນັກຮຽນສາມັນສຶກສາ (ສະບັບເລກທີ 814/ສສກ ລົງວັນທີ 23 ກຸມພາ 2026) ເຊິ່ງກຳນົດ 15 ຂໍ້ຫ້າມໃນການຄຸ້ມຄອງນັກຮຽນ ເພື່ອຮັບປະກັນຄວາມປອດໄພໃນສະຖານການສຶກສາຢ່າງເຂັ້ມງວດ.
ຂໍ້ມູນ: ໜັງສືພິມເສດຖະກິດສັງຄົມ


