8 ເດືອນຕົ້ນປີ ລາວນຳເຂົ້າລົດໄຟຟ້າ 8.330 ຄັນ ແລະ ຄາດວ່າ ປີ 2030 ຈະມີປະມານ 222,784 ຄັນ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈ້ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້ວ່າ: ໃນ 8 ເດືອນຕົ້ນປີ 2026 ໄດ້ມີການນຳເຂົ້າລົດທັງໝົດ 37.475 ຄັນ, ໃນນັ້ນ ເປັນລົດໄຟຟ້າ 100% ຈໍານວນ 8.330 ຄັນ (ເພີ່ມຂຶ້ນ 107%) ແລະ ລົດໄຮບຣິດ 2.804 ຄັນ (ເພີ່ມຂຶ້ນ 114%), ເຮັດໃຫ້ສັດສ່ວນລົດທີ່ໃຊ້ພະລັງງານໃໝ່ກວມເຖິງ 29.7% ຂອງຍອດການນໍາເຂົ້າ.

ດ້ານການຂຶ້ນທະບຽນໃໝ່ 8 ເດືອນຕົ້ນປີ ສາມາດຂຶ້ນທະບຽນລົດໄຟຟ້າໄດ້ 6.104 ຄັນ. ສຳລັບເຄືອຂ່າຍສະຖານີສາກ ໄດ້ອະນຸຍາດຜູ້ປະກອບການແລ້ວ 43 ບໍລິສັດ, ມີສະຖານີ ສາກເປີດບໍລິການແລ້ວ 200 ຈຸດທົ່ວ 18 ແຂວງ/ນະຄອນຫລວງ, ພ້ອມທັງເປີດໃຊ້ງານແອັບ ພລິເຄຊັນ Lao EV Charging ເພື່ອອໍານວຍຄວາມສະດວກໃຫ້ແກ່ສັງຄົມໃນການຄົ້ນຫາ ແລະ ນຳໃຊ້ສະຖານີສາກ. ນອກຈາກນີ້, ຍັງຫັນເຂົ້າສູ່ລະບົບການເງິນ ເຊິ່ງທະນາຄານແຫ່ງ ສປປ ລາວ ໄດ້ຊຸກຍູ້ການຊຳລະສະສາງການຊື້-ຂາຍລົດຜ່ານລະບົບທະນາຄານ ແລະ ສຳເລັດການອອກຮຸ້ນກູ້ສີຂຽວ (Green Bond) ເພື່ອລະດົມທຶນເຂົ້າໃສ່ໂຄງລ່າງ EV ເປັນຕົ້ນແບບແລ້ວ.

ເຖິງຢ່າງໃດກໍຕາມ ກໍຍັງມີບາງບັນຫາ ແລະ ສິ່ງທ້າທາຍໃນການຫັນປ່ຽນໄປສູ່ລົດ EV ເປັນຕົ້ນແມ່ນດ້ານນະໂຍບາຍ ຍັງຂາດນະໂຍບາຍແມ່, ນະໂຍບາຍພາສີຍັງບໍ່ຊັດເຈນ​ ແລະ ການປະສານງານ ລະຫວ່າງ ຂະແໜງການລັດຍັງບໍ່ທັນກົມກຽວ ແລະ ໄປໃນທິດທາງດຽວກັນ;

ດ້ານຕະຫລາດ ລາຄາຊື້ລົດຍັງສູງ, ຜູ້ຊົມໃຊ້ຍັງກັງວົນເລື່ອງຄວາມປອດໄພ/ແບັດເຕີຣີ, ສິນເຊື່ອຍັງມີໜ້ອຍ,​ ແລະ ບໍ່ທັນມີຕະຫລາດລົດມືສອງຮອງຮັບ; ດ້ານການສະໜອງທາງເລືອກຍີ່ຫໍ້ລົດຍັງຈໍາກັດຢູ່ກຸ່ມລົດເບົາ, ສ່ວນລົດຂົນສົ່ງຍັງຈຳກັດ ແລະ ບໍ່ທັນມີລະບົບ

ນິເວດຮັບຮອງ, ຂາດຊ່າງສ້ອມແປງຊ່ຽວຊານ, ອາໄຫລ່ຕ້ອງນຳເຂົ້າ 100%, ແລະ ຍັງບໍ່ມີລະບົບນໍາເອົາແບັດເຕີຣີມາໃຊ້ຄືນໄດ້; ດ້ານໂຄງລ່າງ ສະຖານີສາກຍັງມີໜ້ອຍ (200 ກວ່າແຫ່ງ) ແລະ ສ່ວນໃຫຍ່ຢູ່ພຽງນະຄອນຫລວງວຽງຈັນ, ຫົວສາກບໍ່ເປັນເອກະພາບ (GB/T ປົນ CCS2), ບໍ່ມີຕູ້ສາກໄວສຳລັບລົດບັນທຸກໜັກ ແລະ ຕາຂ່າຍໄຟຟ້າທ້ອງຖິ່ນຍັງສ່ຽງກັບການໃຊ້ໄຟຫລາຍບາດດຽວ; ສິ່ງທ້າທາຍໃໝ່ທີ່ກົດດັນ ການແຂ່ງຂັນຈາກລົດໄຮບຣິດທີ່ອາດເຮັດໃຫ້ຫລຸດເປົ້າໝາຍ EV 100%, ຄວາມສ່ຽງຕູ້ສາກຫລ້າສະໄໝຍ້ອນເຕັກໂນໂລຊີປ່ຽນໄວ ແລະ ແຮງກົດດັນເງິນຕາຕ່າງປະເທດໄຫລອອກຈາກການເລັ່ງນຳເຂົ້າລົດໃໝ່.

ເພື່ອບັນລຸເປົ້າໝາຍ 30% ໃນປີ 2030 (ຄາດຄະເນລົດ EV 4 ລໍ້ ປະມານ 222,784 ຄັນ ແລະ ສະຖານີສາກສາທາລະນະ 1,307 ແຫ່ງ), ກະຊວງ ອຄ ໄດ້ສັງລວມທິດທາງ ແລະ ມາດຕະການແກ້ໄຂ ເປັນຕົ້ນການສົ່ງເສີມດ້ານໂຄງສ້າງລາຄາໄຟຟ້າ ແລະ ສະຖານີສາກ: ລັດວິສາຫະກິດໄຟຟ້າລາວ ໄດ້ສຶກສາຫລຸດລາຄາໄຟຟ້າສະເລ່ຍ 10% ຈາກລາຄາທຸລະກິດປົກກະຕິສຳລັບສະຖານີສາກ, ພ້ອມທັງກຳນົດໂຄງສ້າງລາຄາໄຟຟ້າຕາມຊ່ວງເວລາ ໂດຍກຳນົດຊ່ວງລາຄາສະໜັບສະໜູນ ຖືກກວ່າປົກກະຕິໃນຊ່ວງ ຄົນໃຊ້ໄຟຟ້າບໍ່ຫລາຍ ເພື່ອຊຸກຍູ້ໃຫ້ປະຊາຊົນໄປສາກຢູ່ສະຖານີ, ຊ່ວຍຫລຸດຜ່ອນການໂຫລດກະແສໄຟຟ້າແຮງດັນຕໍ່າຕາມຄົວເຮືອນ; ການຊຸກຍູ້ສິນເພື່ອໃຫ້ທະນາຄານທຸລະກິດປ່ອຍສິນເຊື່ອຊື້ລົດ EV ດ້ວຍດອກເບ້ຍຜ່ອນຜັນ ແລະ ຂະຫຍາຍໄລຍະ ເວລາຜ່ອນຊຳລະ; ເລັ່ງຫັນປ່ຽນລົດບໍລິຫານລັດ ແລະ ລົດປະຈໍາຕຳແໜ່ງທີ່ຈັດຊື້ໃໝ່ໃຫ້ເປັນລົດໄຟຟ້າ 100%, ພ້ອມທັງສົ່ງເສີມໃຫ້ບໍລິສັດຂົນສົ່ງສິນຄ້າ ແລະ ໂດຍສານຫັນມານຳໃຊ້ລົດໄຟຟ້າໃຫ້ກວມ 10% ຂຶ້ນໄປ; ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຮອງຫລັກສູດວິຊາຊີບສ້ອມແປງລົດໄຟຟ້າ ແລະ ສ້າງສູນຝຶກອົບຮົມເຕັກນິກ EV ຂຶ້ນສະເພາະ ເພື່ອຮອງຮັບຕະຫລາດແຮງງານ ແລະ ສູນສ້ອມແປງໃນໄລຍະຍາວ.

​ທີ່ມາ: ຂປລ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles