ທະນາຄານແຫ່ງ ສປປ ລາວ ຕັ້ງເປົ້າຄວບຄຸມເງິນເຟີ້ ໃຫ້ຢູ່ປະມານ 5,5-5,8% ໃນປີ 2027

ທະນາຄານແຫ່ງ ສປປ ລາວ (ທຫລ) ຈະສືບຕໍ່ດຳເນີນນະໂຍບາຍເງິນຕາແບບປະສົມປະສານ ໂດຍເນັ້ນຄວບຄຸມອັດຕາເງິນເຟີ້, ຮັກສາສະຖຽນລະພາບຄ່າເງິນກີບ, ຄຸ້ມຄອງປະລິມານເງິນ ແລະ ອັດຕາແລກປ່ຽນ ຄຽງຄູ່ກັບການຊຸກຍູ້ສິນເຊື່ອໃຫ້ໄຫຼເຂົ້າສູ່ຂະແໜງການຜະລິດ, ກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ການສົ່ງອອກ.

ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ​ທະນາຄານແຫ່ງ ສປປ ລາວ ກ່າວຊີ້ແຈງຕໍ່ສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 7 ຕຸລາ 2026 ນີ້ວ່າ: ທຫລ ຈະຄວບຄຸມປະລິມານເງິນ (M2) ໃຫ້ເໝາະສົມ ເພື່ອຈຳກັດແຮງກົດດັນຕໍ່ເງິນເຟີ້ ພ້ອມທັງຮັກສາການເຂົ້າເຖິງແຫຼ່ງທຶນຂອງເສດຖະກິດ.

ສຳລັບ 9 ເດືອນປີ 2026 ອັດຕາເງິນເຟີ້ຢູ່ທີ່ 7,9% ໂດຍປັດໄຈສຳຄັນທີ່ຜັກດັນເງິນເຟີ້ ໄດ້ແກ່ ລາຄາໄຟຟ້າ, ລາຄານ້ຳມັນເຊື້ອໄຟ ແລະ ອັດຕາແລກປ່ຽນ. ທຫລ ຄາດຄະເນວ່າ ເງິນເຟີ້ສະເລ່ຍໝົດປີ 2026 ຈະຢູ່ທີ່ 7,9% ເຊິ່ງສູງກວ່າເປົ້າໝາຍ 5% ທີ່ສະພາແຫ່ງຊາດຮັບຮອງ ໂດຍກຳນົດໃຫ້ເໜັງຕີງຢູ່ພາຍໃນ ±2%.

ສຳລັບປີ 2027 ທຫລ ຕັ້ງເປົ້າຄວບຄຸມເງິນເຟີ້ສະເລ່ຍໃຫ້ຢູ່ປະມານ 5,5-5,8% ແລະ ໂດຍລວມບໍ່ເກີນ 6%. ໃນນີ້ ຈະຄວບຄຸມການຂະຫຍາຍຕົວສິນເຊື່ອບໍ່ໃຫ້ເກີນ 16% ຕໍ່ປີ ຈາກລະດັບປັດຈຸບັນ 17,6% ພ້ອມກັບຄຸ້ມຄອງອັດຕາແລກປ່ຽນ, ພັດທະນາເຄື່ອງມືປ້ອງກັນຄວາມສ່ຽງດ້ານອັດຕາແລກປ່ຽນ ແລະ ເສີມສ້າງກົນໄກຕະຫຼາດແລກປ່ຽນເງິນຕາ.

ນອກຈາກນີ້ ທຫລ ຈະຄົ້ນຄວ້າສ້າງຕະຫຼາດຊື້-ຂາຍເງິນຕາຕ່າງປະເທດມູນຄ່າສູງ, ເພີ່ມຊ່ອງທາງການຊື້-ຂາຍຜ່ານກົນໄກການປະມູນ, ເສີມສ້າງຄັງສຳຮອງເງິນຕາຜ່ານຕະຫຼາດລະຫວ່າງທະນາຄານ ແລະ ຄຸ້ມຄອງການນຳເຂົ້າ ໂດຍສະເພາະນ້ຳມັນເຊື້ອໄຟ ໃຫ້ສອດຄ່ອງກັບສະພາບປັດຈຸບັນ.

ພ້ອມກັນນີ້ ທຫລ ຈະເລັ່ງສ້າງຄວາມຕ້ອງການນຳໃຊ້ເງິນກີບ, ນຳເງິນຕາຕ່າງປະເທດເຂົ້າສູ່ລະບົບ ແລະ ຄຸ້ມຄອງເງິນຕາຈາກການສົ່ງອອກໃຫ້ໄດ້ 75% ໃນທ້າຍປີ 2026 ແລະ 85% ໃນທ້າຍປີ 2030 ພ້ອມທັງຄົ້ນຄວ້າຍຸດທະສາດຫັນສູ່ການນຳໃຊ້ເງິນກີບເປັນສະກຸນເງິນດຽວໃນປະເທດ ໃນໄລຍະ 2026-2035.

ດ້ານການຊຳລະຂ້າມແດນ ທຫລ ໄດ້ເຊື່ອມຕໍ່ລະບົບຊຳລະຍ່ອຍຜ່ານ QR Code ກັບ 4 ປະເທດ ຄື ໄທ, ສສ ຫວຽດນາມ, ກຳປູເຈຍ ແລະ ສປ ຈີນ. ພ້ອມນັ້ນ ຍັງເລີ່ມທົດສອບລະບົບປ່ອຍກູ້ລາຍຍ່ອຍແບບດີຈິຕອນ ແລະ ເປີດໂຄງການຊຳລະຍ່ອຍຂ້າມແດນ ລາວ-ຈີນ ດ້ວຍ e-CNY ຜ່ານ QR Code ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວຈີນ.

ສຳລັບດ້ານສິນເຊື່ອ ທຫລ ຈະສົ່ງເສີມໃຫ້ທະນາຄານທຸລະກິດສະໜອງສິນເຊື່ອທີ່ມີຄຸນນະພາບ, ຮັດກຸມ ແລະ ມີຈຸດສຸມ ໂດຍດຳເນີນຕາມ ນະໂຍບາຍຄຸ້ມຄອງສິນເຊື່ອ ຂອງ ສປປ ລາວ ຮອດປີ 2030 ເຊິ່ງກຳນົດ 11 ແຜນງານ ແລະ 30 ຕົວຊີ້ວັດ ໃນໄລຍະ 2026-2030. ຈຸດເນັ້ນສຳຄັນ ປະກອບມີ ການພັດທະນາຖານຂໍ້ມູນສິນເຊື່ອ, ຄຸ້ມຄອງຄວາມສ່ຽງ, ແກ້ໄຂໜີ້ບໍ່ກໍ່ໃຫ້ເກີດດອກອອກຜົນ (NPLs), ພັດທະນາຜະລິດຕະພັນສິນເຊື່ອໃຫ້ຫຼາກຫຼາຍ ແລະ ເພີ່ມໂອກາດໃຫ້ປະຊາຊົນ-ທຸລະກິດເຂົ້າເຖິງແຫຼ່ງທຶນ.

ທັງນີ້ ມາດຕະການຂອງ ທຫລ ຈະສຸມໃສ່ການຮັກສາຄ່າເງິນກີບ, ຄວບຄຸມເງິນເຟີ້, ດຸ່ນດ່ຽງຕະຫຼາດເງິນຕາ, ສົ່ງເສີມສິນເຊື່ອເຂົ້າສູ່ຂະແໜງການຜະລິດ ແລະ ເສີມສ້າງລະບົບການເງິນໃຫ້ມີສະຖຽນລະພາບ ແລະ ຮອງຮັບການເຕີບໂຕຂອງເສດຖະກິດໃນໄລຍະຕໍ່ໄປ.

​ທີ່ມາ: ໜັງສືພິມກອງທັບ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles