ດອກໄມ້ເເຄມທາງ ແຕ່ເຕັມໄປດ້ວຍຫົວໃຈ ໃນວັນຄູແຫ່ງຊາດ 7 ຕຸລາ

ໃນທຸກໆປີ ເມື່ອຮອດວັນທີ 7 ຕຸລາ ເຊິ່ງເປັນວັນຄູແຫ່ງຊາດລາວ, ບັນຍາກາດທົ່ວປະເທດມັກຈະເຕັມໄປດ້ວຍຮອຍຍິ້ມ, ຄວາມສຸກ ແລະ ຄວາມຊາບຊຶ້ງໃຈ. ນັກຮຽນຫຼາຍໆຄົນຕ່າງກຽມຂອງຂວັນເລັກໆນ້ອຍໆເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານຜູ້ໃຫ້ຄວາມຮູ້.

ແຕ່ມີພາບໜຶ່ງທີ່ມັກຈະສ້າງຄວາມປະທັບໃຈໃຫ້ກັບຜູ້ພົບເຫັນສະເໝີ… ນັ້ນກໍຄື “ຊໍ່ດອກໄມ້” ຈາກເຂດຫ່າງໄກສອກຫຼີກ ທີ່ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ. ດອກໄມ້ທຳມະດາ ທີ່ມີຄ່າເກີນບັນຍາຍ ແລະ ເຕັມໄປດ້ວຍຄວາມຕັ້ງໃຈຂອງນັກຮຽນ.

ຖ້າເຮົາຍ່າງລັດເລາະໄປຕາມທົ່ງນາ ຫຼື ຕາມແຄມທາງໃນເຂດນອກ ຈະເຫັນດອກໄມ້ປ່າ ຫຼື ດອກໄມ້ພື້ນບ້ານທີ່ເບັ່ງບານຢ່າງອິດສະຫຼະ ໂດຍບໍ່ຈຳເປັນຕ້ອງມີຊື່ສຽງຮຽງນາມ ຫຼື ຫາຊື້ໄດ້ຕາມຮ້ານຂາຍດອກໄມ້ໃຫຍ່ໆ.

ແຕ່ໃນສາຍຕາຂອງນ້ອງໆນັກຮຽນຢູ່ເຂດນອກ ດອກໄມ້ເຫຼົ່ານີ້ຄືສິ່ງທີ່ງົດງາມທີ່ສຸດ. ນ້ອງໆພາກັນຍ່າງເກັບດ້ວຍຄວາມເອົາໃຈໃສ່ ເລືອກດອກທີ່ງາມທີ່ສຸດໃນສາຍຕາຂອງເຂົາເຈົ້າ ເພື່ອຈະເອົາມາມອບໃຫ້ “ຄູ” ຜູ້ເປັນດັ່ງພໍ່ແມ່ຄົນທີສອງ.

ສິ່ງທີ່ໜ້າຮັກຍິ່ງກວ່ານັ້ນຄືການຫໍ່ດອກໄມ້. ພວກເຂົາບໍ່ມີເຈ້ຍຫໍ່ລາຄາແພງ ຫຼື ໂບສີສັນສວຍງາມຄືດັ່ງຢູ່ເມືອງໃຫຍ່; ແຕ່ໃຊ້ເຈ້ຍໜັງສືເກົ່າ, ເຈ້ຍເສດເຫຼືອ ຫຼື ຖົງເຈ້ຍ ທີ່ຫາໄດ້ງ່າຍຕາມຕະຫຼາດນ້ອຍໆ ຫຼື ຢູ່ເຮືອນ ມາຫໍ່ມັດຢ່າງຮຽບຮ້ອຍດ້ວຍຄວາມຕັ້ງໃຈ.

ເມື່ອເອົາດອກໄມ້ພື້ນບ້ານມາລວມເຂົ້າກັນແລ້ວຕິດສະກັອດ ທຸກຢ່າງເບິ່ງລຽບງ່າຍ ແຕ່ເຕັມໄປດ້ວຍພະລັງແຫ່ງຄວາມຮັກ ແລະ ຄວາມເຄົາລົບນັບຖື.

ຊໍ່ດອກໄມ້ນັ້ນອາດຈະບໍ່ມີລາຄາແພງ, ບໍ່ມີກິ່ນຫອມກະຈາຍຄືດອກໄມ້ນຳເຂົ້າຈາກຕ່າງປະເທດ, ແຕ່ເມື່ອຄູອາຈານໄດ້ຮັບ… ຮອຍຍິ້ມທີ່ປາກົດຂຶ້ນມາພ້ອມກັບຄວາມຊຸ່ມຊື່ນໃນຫົວໃຈ ກໍເປັນສິ່ງທີ່ຢັ້ງຢືນໄດ້ດີທີ່ສຸດວ່າ “ຄຸນຄ່າຂອງຂອງຂວັນ ບໍ່ໄດ້ຕັ້ງຢູ່ທີ່ລາຄາ ຫາກແຕ່ຢູ່ທີ່ຄວາມຈິງໃຈຂອງຜູ້ໃຫ້”.

ຄວາມຮັກແພງ, ຄວາມບໍລິສຸດຜຸດຜ່ອງ ແລະ ຄວາມກະຕັນຍູຂອງເດັກນ້ອຍເຂດນອກ ສົ່ງຕໍ່ຜ່ານດອກໄມ້ປ່າ ແລະ ດອກໄມ້ແຄມທາງເຮັດໃຫ້ວັນຄູແຫ່ງຊາດໃນປີນີ້ອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງສຳລັບຄູທຸກໆທ່ານ.

ທ້າຍນີ້, ແອັດຂໍອວຍພອນໄຊໃຫ້ຄູອາຈານທຸກທົ່ວໜ້າ ມີຄວາມສຸກ ແລະ ມີສຸຂະພາບເຂັ້ມແຂງ ໃນເສັ້ນທາງການພັດທະນາປະເທດຊາດຂອງພວກເຮົາ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles