ລັດຖະມົນຕີ ກະຊວງ ຍທຂ ຊີ້ແຈງແນວທາງສ້ອມແປງເສັ້ນທາງ ໃຊ້ທຶນລັດຮ່ວມເອກະຊົນ ເລີ່ມເກັບຄ່າຜ່ານທາງເລກ 9

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 7 ຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ການຊັກຖາມຂອງ ສສຊ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບໃນການສ້ອມແປງ, ຟື້ນຟູ ແລະ ກໍ່ສ້າງເສັ້ນທາງ ຕາມມະຕິ 165/ສພຊ ວ່າດ້ວຍນະໂຍບາຍຊຸກຍູ້ການກໍ່ສ້າງ-ສ້ອມແປງເສັ້ນທາງໃນໄລຍະໃໝ່ ການຈັດຕັ້ງປະຕິບັດນຳໃຊ້ 2 ແຫຼ່ງທຶນ ຄື ລັດລົງທຶນໂດຍກົງ ແລະ ລະດົມພາກເອກະຊົນ ໂດຍເປົ້າໝາຍແມ່ນຍົກລະດັບເສັ້ນທາງຫຼວງແຫ່ງຊາດສາຍຫຼັກ ໃຫ້ຮັບນ້ຳໜັກໄດ້ 11 ໂຕນຕໍ່ເພົາ ເປັນໂຄງການທົດລອງ 3-5 ປີ.

ສຳລັບໂຄງການຕົວແບບ ແມ່ນກຳນົດເອົາທາງເລກ 9 ໂດຍມອບໃຫ້ອົງການປົກຄອງທ້ອງຖິ່ນເປັນເຈົ້າການ ແລະ ກົມຂົວທາງ ເປັນຜູ້ຊ່ວຍດ້ານວິຊາການ, ປັດຈຸບັນ ຈະເລີ່ມເກັບຄ່າຜ່ານທາງຢ່າງເປັນທາງການໃນຕົ້ນເດືອນ 10 ນີ້ ໂດຍລັດຮ່ວມກັບລັດວິສາຫະກິດເກັບເຂົ້າບັນຊີສະເພາະ ເພື່ອຊຳລະຄ່າສ້ອມແປງ ແລະ ຟື້ນຟູເສັ້ນທາງ ການລະດົມເອກະຊົນມີຂັ້ນຕອນຫຼັກຄື ກຳນົດຕອນທາງ, ຄັດເລືອກບໍລິສັດທີ່ມີມາດຕະຖານຄົບຖ້ວນເຊັນ MOU, ສຳຫຼວດອອກແບບບໍ່ເກີນ 6 ເດືອນ ແລ້ວຈຶ່ງເຊັນສັນຍາກໍ່ສ້າງ ແລະ ຄຸ້ມຄອງການເກັບຄ່າຜ່ານທາງ.

ດ້ານຄ່າຜ່ານທາງ ຈະຄິດໄລ່ 35% (ລວມອາກອນ) ຂອງທາງດ່ວນວຽງຈັນ-ວັງວຽງ ແລະ ເກັບສະເພາະລົດບັນທຸກສິນຄ້າ ແລະ ໂດຍສານ 12 ໂຕນຂຶ້ນໄປ ສັນຍາມີກຳນົດ 10 ປີ ແລະ ຕໍ່ໄດ້ 1 ຄັ້ງ ໂດຍລັດເປັນເຈົ້າການເກັບຮ່ວມກັບຜູ້ພັດທະນາ.

ສຳລັບທິດທາງຕໍ່ໜ້າ ຈະສຸມໃສ່ໂຄງການທີ່ມີທຶນແລ້ວ ແລະ ທີ່ໄດ້ເຊັນສັນຍາແລ້ວ ຕາມແຜນກໍ່ສ້າງ ແລະ ປັບປຸງເສັ້ນທາງ 2026-2030, ໂດຍໃຊ້ທຶນຈາກຫຼາຍແຫຼ່ງ ເຊັ່ນ ກອງທຶນທາງ, ງົບລົງທຶນຂອງລັດ, ທຶນ ODA, ຮູບແບບ BOT/PPP ແລະ ການປະກອບສ່ວນຂອງພາກທຸລະກິດ ບ້ວງກອງທຶນທາງປີ 2026 (ໃຊ້ສ້ອມແປງປີ 2027) ໄດ້ຮັບແຈ້ງ 2,000 ຕື້ກີບ ເຊິ່ງຈັດສັນ 90% ໃນນັ້ນ 50% ສ້ອມແປງເສັ້ນທາງໃຫ້ໂລ່ງລ່ຽນ ແລະ ອີກ 50% ກໍ່ສ້າງທາງມາດຕະຖານ (ເບຕົງ ຫຼື ອັດສະຟານ) ສະເລ່ຍ 5-10 ກມ ຕໍ່ແຂວງ. ນອກນັ້ນ ໄດ້ແບ່ງງົບກອງທຶນຄວາມປອດໄພທາງຫຼວງ 20% ມາຄຸ້ມຄອງນ້ຳໜັກລົດບັນທຸກ ເຊິ່ງອາດບໍ່ຕົງຕາມດຳລັດ 130/ລບ ທີ່ກຳລັງປັບປຸງຢູ່.

ຂໍ້ມູນຄັດຈາກ: ໜັງສືພິມປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles