ເມືອງປາກຊັນ ກຳລັງເລັ່ງແກ້ໄຂບັນຫາຂີ້ເຫຍື້ອໃນຕົວເມືອງ ເພື່ອສ້າງໃຫ້ເປັນຕົວເມືອງທີ່ສະອາດ, ງາມຕາ ແລະ ຍືນຍົງ. ທ່ານ ນາງ ເຄນໝັ້ນ ລໍມະນີ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ ໃຫ້ສຳພາດຕໍ່ສື່ມວນຊົນແຂວງບໍລິຄຳໄຊ ໃນຕົ້ນເດືອນຕຸລາ 2026 ວ່າ ປັດຈຸບັນມີຂີ້ເຫຍື້ອເກີດຂຶ້ນທົ່ວເມືອງປະມານ 36.5 ໂຕນຕໍ່ວັນ ແຕ່ຄວາມສາມາດເກັບກວດ ແລະ ຂົນສົ່ງໄດ້ພຽງ 10 ໂຕນຕໍ່ວັນ ເຮັດໃຫ້ມີຂີ້ເຫຍື້ອຕົກຄ້າງສະສົມສູງເຖິງ 26.5 ໂຕນຕໍ່ວັນ ເຊິ່ງເປັນສິ່ງທ້າທາຍທີ່ຕ້ອງແກ້ໄຂຢ່າງຮີບດ່ວນ.
ເພື່ອແກ້ໄຂບັນຫາ, ອົງການປົກຄອງເມືອງປາກຊັນ ໄດ້ຮ່ວມມືກັບເອກະຊົນພາຍໃຕ້ຮູບແບບ PPP 3 ຝ່າຍ ໂດຍແບ່ງສັດສ່ວນລາຍຮັບ 70-25-5. ໃນນັ້ນ, ວິສາຫະກິດສ່ວນບຸກຄົນ ໂຮງງານ ຊັບຈະເລີນບົດພລາສຕິກປາກຊັນ ຮັບຜິດຊອບການເກັບຂົນຂີ້ເຫຍື້ອ ແລະ ໄດ້ຮັບສ່ວນແບ່ງ 70%; ບໍລິສັດ ອິນຟຣາໂຊລ ຈຳກັດ ຮັບຜິດຊອບການບໍລິຫານຈັດການ ແລະ ຊຳລະຄ່າບໍລິການ ໄດ້ຮັບ 25%; ສ່ວນອົງການພັດທະນາ ແລະ ບໍລິຫານຕົວເມືອງ ເຮັດໜ້າທີ່ຄຸ້ມຄອງພາບລວມ ແລະ ໄດ້ຮັບ 5%. ນອກຈາກນີ້, ຍັງໄດ້ຮັບການສະໜັບສະໜູນຍານພາຫະນະ ແລະ ເຄື່ອງມືເກັບກວດຂີ້ເຫຍື້ອ ຈາກໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ 4 (GMS4).
ດ້ານການຄຸ້ມຄອງ ແລະ ການບໍລິການ ໄດ້ຫັນສູ່ຍຸກດີຈີຕອນ ໂດຍນຳໃຊ້ລະບົບຄຸ້ມຄອງວຽກຜ່ານ Dashboard ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນຊຳລະຄ່າບໍລິການຜ່ານແອັບ Wastepay, BCELOne ແລະ LDBTrust ເຊິ່ງຊ່ວຍເພີ່ມຄວາມໂປ່ງໃສ, ຫຼຸດຂັ້ນຕອນ ແລະ ເຮັດໃຫ້ການເກັບລາຍຮັບມີຄວາມເປັນຮູບປະທຳຫຼາຍຂຶ້ນ. ການຈັດການນີ້ບໍ່ພຽງແຕ່ຫຼຸດຂີ້ເຫຍື້ອຕົກຄ້າງ ແຕ່ຍັງເປັນກ້າວສຳຄັນໃນການພັດທະນາປາກຊັນໃຫ້ເປັນຕົວເມືອງທີ່ໜ້າຢູ່ ແລະ ພ້ອມຮອງຮັບການຂະຫຍາຍຕົວທາງເສດຖະກິດ-ສັງຄົມໃນອະນາຄົດ.
ຂໍ້ມູນ: ອົງການພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ ແຂວງບໍລິຄຳໄຊ


