ໃນວັນທີ 07 ຕຸລາ 2026, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມະເນດ, ຮອງປະທານພັກ ປະຊາຊົນກໍາປູເຈຍ, ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ
ການພົບປະກັນໃນຄັ້ງນີ້ ດຳເນີນໄປໃນທ່າມກາງບັນຍາກາດອັນອົບອຸ່ນ ທີ່ເຕັມໄປດ້ວຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ພວມສືບຕໍ່ໄດ້ຮັບການເພີ່ມພູນຄຸນສ້າງ ແລະ ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພິເສດ ໃນປີ 2026 ນີ້ ແມ່ນເປັນປີທີ່ມີຄວາມໝາຍປະຫວັດສາດ ແຫ່ງການສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ (15/6/1956-15/6/2026).
ທັງສອງຝ່າຍ ເປັນເອກະພາບກັນ ກ່ຽວກັບ ທິດທາງການຮ່ວມມືຂອງຊາວໜຸ່ມທີ່ສໍາຄັນ ຄື:
1. ເຫັນດີໃນການແລກປ່ຽນຊາວໜຸ່ມຂອງສອງປະເທດໃນການຮຽນຮູ້ທາງດ້ານປະຫວັດສາດ ມູນເຊື້ອ ແລະ ວັດທະນະທຳ.
2. ເຫັນດີເພີ່ມການ ສົ່ງເສີມການຮ່ວມມືດ້ານເສດຖະກິດຂອງຊາວໜຸ່ມ ສ້າງໂອກາດໃຫ້ສະມາຄົມນັກທຸລະກິດໜຸ່ມຂອງສອງປະເທດ ໄດ້ພົບປະ, ຈັບຄູ່ທຸລະກິດ, ແລກປ່ຽນບົດຮຽນການຄ້າ ແລະ ການລົງທຶນຮ່ວມກັນ.
3. ເຫັນດີຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນ ສົ່ງເສີມການແລກປ່ຽນກິດຈະກຳຂອງຊາວໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ທາງດ້ານວັດທະນະທຳ, ກິລາ ແລະ ການໄປມາຫາສູ່ກັນ ບົນຈິດໃຈສັນຕິພາບ ແລະ ມິດຕະພາບ.
ໃນຕອນທ້າຍຂອງການພົບປະ, ຝ່າຍລາວໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງການນຳສອງປະເທດ ຈະສາມາດນຳເອົາເນື້ອໃນຈິດໃຈຂອງການເອກະພາບ ແລະ ທິດຊີ້ນຳຈາກການພົບປະຄັ້ງນີ້ໄປສູ່ຜົນງານຕົວຈິງ. ພ້ອມນີ້, ທ່ານ ທອງລີ ສຸລິດ ໄດ້ຖືເປັນກຽດເຊື້ອເຊີນ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມະເນດ ພ້ອມດ້ວຍ ຄະນະ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ.


