ຄຳມ່ວນຄົ້ນຄວ້າ ຍົກລະດັບເມືອງທ່າແຂກ ສູ່ “ນະຄອນທ່າແຂກ”

ໃນຕອນເຊົ້າວັນທີ 5 ຕຸລາ 2026 ທີ່ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການສ້າງຕັ້ງເມືອງທ່າແຂກໃຫ້ກາຍເປັນ “ນະຄອນທ່າແຂກ”. ກອງປະຊຸມມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ເປັນປະທານ. ມີຄະນະນຳເມືອງ ແລະ ບັນດາພາກສ່ວນກ່ຽວຂ້ອງ 42 ທ່ານ, ຍິງ 2 ທ່ານ ເຂົ້າຮ່ວມ.

ຈຸດປະສົງແມ່ນເພື່ອສຶກສາ, ປຶກສາຫາລື ແລະ ກະກຽມຄວາມພ້ອມດ້ານຕ່າງໆ. ທ່ານ ສັກດາ ແກ້ວມະນີໄຊ ປະທານຄະນະກຳມະການປົກຄອງເມືອງທ່າແຂກ ໄດ້ລາຍງານພາບລວມການກະກຽມ. ແນວທາງນີ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງສະໄໝທີ X ທີ່ກຳນົດໃຫ້ສືບຕໍ່ສ້າງເມືອງທ່າແຂກໃຫ້ກາຍເປັນນະຄອນ ແລະ ກະກຽມເງື່ອນໄຂເພື່ອສະເໜີຂໍຮັບຮອງໃນອະນາຄົດ.

ປັດຈຸບັນ ເມືອງທ່າແຂກກຳລັງເກັບກຳຂໍ້ມູນຕາມຄຳແນະນຳຂອງກະຊວງພາຍໃນ ເພື່ອກວດສອບໃຫ້ຄົບຕາມມາດຕະຖານ ແລະ ເງື່ອນໄຂ. ບັນດາຄະນະຊີ້ນຳ ແລະ ຄະນະຮັບຜິດຊອບ ໄດ້ແລກປ່ຽນຄຳຄິດເຫັນ ພ້ອມຖອດຖອນບົດຮຽນຈາກບັນດາເມືອງທີ່ໄດ້ຮັບການສ້າງຕັ້ງເປັນນະຄອນແລ້ວ.

ນອກຈາກນັ້ນ ຍັງຈະປະສານກັບພາກສ່ວນຕ່າງໆ ເພື່ອແບ່ງໜ້າທີ່ຮັບຜິດຊອບ, ເກັບກຳຂໍ້ມູນພື້ນຖານຂອງເຂດທີ່ຈະຈັດຕັ້ງເປັນນະຄອນ ແລະ ບັນດາບ້ານພາຍໃນເມືອງ. ພ້ອມກັນນັ້ນ ຈະຈັດເຮັດແຜນດຳເນີນງານ, ກະກຽມເອກະສານ, ກຳນົດຂັ້ນຕອນ ແລະ ວິທີເຮັດວຽກໃຫ້ຊັດເຈນ.

ພ້ອມນີ້ ຈະສຶກສາແຜນດ້ານອຸປະກອນ, ງົບປະມານ ແລະ ໂຄງການພັດທະນາໂຄງລ່າງທີ່ຈຳເປັນ ເພື່ອສະເໜີໃຫ້ການນຳແຂວງພິຈາລະນາ. ຜົນການດຳເນີນງານຈະສະຫຼຸບລາຍງານເປັນໄລຍະ ແລະ ຂໍທິດຊີ້ນຳຈາກຂັ້ນເທິງ.

ທັງນີ້ ການສ້າງຕັ້ງ “ນະຄອນທ່າແຂກ” ຍັງຢູ່ໃນຂັ້ນຄົ້ນຄວ້າ ແລະ ກະກຽມຂໍ້ມູນ ໂດຍຈະຕ້ອງປະເມີນຄວາມພ້ອມຕາມມາດຕະຖານ-ເງື່ອນໄຂທີ່ກຳນົດ ກ່ອນດຳເນີນຂັ້ນຕອນຕໍ່ໄປ.

ທີ່ມາ: Khammouane News

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles