ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ສະເໜີ 11 ວຽກຈຸດສຸມ ສຳລັບ 3 ເດືອນທ້າຍປີ 2026 ແລະ 16 ທິດທາງແຜນການປີ 2027 ໂດຍມີເປົ້າໝາຍຊຸກຍູ້ GDP ໃຫ້ບັນລຸ 5,5% ພ້ອມແກ້ໄຂບັນຫາເສດຖະກິດ-ສັງຄົມທີ່ຮີບດ່ວນ.
1. ຮັກສາສະຖຽນລະພາບ ແລະ ຄວາມສະຫງົບ ພ້ອມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຕ້ານຢາເສບຕິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
2. ເລັ່ງພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມແຜນ ແລະ ເປົ້າໝາຍ GDP 5,5% ຕາມມະຕິສະພາແຫ່ງຊາດ.
3. ເພີ່ມການເກັບລາຍຮັບລັດ ໂດຍສຸມໃສ່ຄ່າເຊົ່າ-ສຳປະທານທີ່ດິນ, ຄ່າຊັບພະຍາກອນແຮ່ທາດ ແລະ ພາສີ-ອາກອນແຮ່ທາດ ທີ່ຍັງເກັບໄດ້ຕ່ຳເມື່ອທຽບກັບໂຄງການທີ່ອະນຸມັດ.
4. ຄວບຄຸມເງິນເຟີ້ ແລະ ຄ່າຄອງຊີບ ຜ່ານນະໂຍບາຍເງິນຕາ, ສົ່ງເສີມການນຳໃຊ້ເງິນກີບ, ຊຸກຍູ້ເງິນຕາຈາກການສົ່ງອອກເຂົ້າລະບົບທະນາຄານ ແລະ ຄຸ້ມຄອງລາຄາສິນຄ້າ-ນ້ຳມັນເຊື້ອໄຟ ບໍ່ໃຫ້ກະທົບຕໍ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫຼວດ.
5. ລະດົມທຸກແຫຼ່ງທຶນ ເພື່ອສະໜັບສະໜູນແຜນພັດທະນາ ໂດຍລວມທັງທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຕາມມະຕິສະພາ 13.800 ຕື້ກີບ.
6. ຊຸກຍູ້ການຜະລິດ ໃນຂະແໜງເສດຖະກິດ ເພື່ອທົດແທນຜົນຜະລິດເຂົ້າທີ່ບໍ່ບັນລຸຕາມແຜນ ໂດຍເນັ້ນການປູກພືດລົ້ມລຸກ.
7. ກວດກາ ແລະ ປະເມີນໂຄງການລົງທຶນຂອງລັດ ເລັ່ງສ້ອມແປງ ແລະ ຟື້ນຟູເສັ້ນທາງ, ຊົນລະປະທານ ແລະ ໂຄງລ່າງທີ່ເສຍຫາຍຈາກໄພພິບັດໃຫ້ກັບຄືນມານຳໃຊ້ໄດ້.
8. ເຂັ້ມງວດການຄຸ້ມຄອງແຮ່ທາດ ກວດກາໂຄງການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດປະເພດ C ແລະ C+ ໃຫ້ສຳເລັດຕາມມະຕິສະພາ, ຄວບຄຸມຜົນກະທົບຕໍ່ຊຸມຊົນ-ສິ່ງແວດລ້ອມ, ບໍ່ໃຫ້ພາລະການຟື້ນຟູຕົກໃສ່ລັດ ແລະ ເນັ້ນການປຸງແຕ່ງພາຍໃນ ເພື່ອຫຼຸດການສົ່ງອອກແຮ່ດິບ.
9. ເລັ່ງແກ້ໄຂວຽກງານວັດທະນະທຳ-ສັງຄົມ ທີ່ຍັງບໍ່ບັນລຸຕາມແຜນ ເຊັ່ນ ການປະລະການຮຽນ, ການຝຶກວິຊາຊີບ, ການເກີດລູກມີແພດຊ່ວຍ, ພາວະຂາດສານອາຫານໃນເດັກອາຍຸຕ່ຳກວ່າ 5 ປີ, ການຍົກລະດັບຝີມືແຮງງານ, ການເກັບກູ້ລະເບີດບໍ່ທັນແຕກ, ການສະໜອງເລືອດປອດໄພ ແລະ ການຟື້ນຟູສຸກສາລາ, ໂຮງຮຽນ ແລະ ໂຄງລ່າງທີ່ປະສົບໄພພິບັດ ພ້ອມເລັ່ງສະໜອງຢາຈຳເປັນໃຫ້ສະຖານພະຍາບານ.
10. ສືບຕໍ່ແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດ ໂດຍເລັ່ງບັນລຸ 9 ຕົວຊີ້ວັດ ທີ່ຍັງບໍ່ຮອດເປົ້າໝາຍ, ຜັນຂະຫຍາຍວາລະແຫ່ງຊາດດ້ານການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ທົບທວນປັບປຸງດຳລັດເລກທີ 348/ລບ ໃຫ້ສອດຄ່ອງກັບສາກົນ ແລະ ສະພາບຕົວຈິງ.
11. ເຂັ້ມງວດການປ້ອງກັນ ແລະ ຕ້ານຢາເສບຕິດ ໂດຍນຳມະຕິວ່າດ້ວຍບັນຊີຢາເສບຕິດ, ສານເຄມີ ແລະ ສານທີ່ຖືກຄວບຄຸມ ເຂົ້າສູ່ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງເປັນຮູບປະທຳ.
ທັງ 11 ວຽກຈຸດສຸມດັ່ງກ່າວ ມຸ່ງເນັ້ນການແກ້ໄຂບັນຫາເສດຖະກິດ-ສັງຄົມທີ່ຮີບດ່ວນ, ຮັກສາສະຖຽນລະພາບ, ປັບປຸງຄ່າຄອງຊີບ, ເພີ່ມລາຍຮັບລັດ, ຟື້ນຟູໂຄງລ່າງ, ຍົກລະດັບວຽກງານສັງຄົມ ແລະ ສືບຕໍ່ແກ້ໄຂຢາເສບຕິດ ໃນໄລຍະ 3 ເດືອນທ້າຍປີ 2026.
ທີ່ມາ: ປະຊາຊົນ


