ປະກາດສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ຢ່າງເປັນທາງການ

ໃນວັນທີ 06 ຕຸລາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (07 ຕຸລາ 1994 – 07 ຕຸລາ 2026) ພ້ອມທັງປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ຢ່າງເປັນທາງການ ຢູ່ທີ່ມະຫາວິທະຍາໄລດັ່ງກ່າວ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີອັນສະຫງ່າລາສີນີ້ໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳ, ອະດີດການນຳ, ພະນັກງານ, ຄູ-ອາຈານ ແລະ ແຂກຖືກເຊີນຢ່າງພ້ອມພຽງ.

ພິທີໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະ-ວັນນະຄະດີຈາກນັກຮຽນ-ນັກສຶກສາ ຢ່າງຟົດຟື້ນມ່ວນຊື່ນ ບໍ່ວ່າຈະເປັນບົດຟ້ອນອວຍພອນວັນຄູ, ການຮ້ອງບົດເພງ “7 ຕຸລາໝັ້ນຍືນ” ແລະ ການອ່ານກອນອວຍພອນວັນຄູ ເພື່ອສະແດງຄວາມກັນຕະຍູກະຕະເວທີ ຕໍ່ພໍ່ແມ່ຄູ-ອາຈານ ຜູ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາໃນການອົບຮົມສັ່ງສອນອະນຸຊົນຮຸ່ນໜຸ່ມໃຫ້ກາຍເປັນພົນລະເມືອງດີຂອງຊາດ.

ໃນພິທີ, ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດ ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ແລະ ຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ໂດຍເຫັນດີແຕ່ງຕັ້ງ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຄະນະປະຈຳພັກກະຊວງ, ເປັນຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ທ່ານ ຮສ ນາງ ວົງເດືອນ ໂອໃສ ແລະ ທ່ານ ນາງ ວັນແສງ ຈຸນລະມະນີ ເປັນຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ.

ທີ່ມາ: ເສດຖະກິດສັງຄົມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles