ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຮງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027
ທ່ານ ອາຄົມ ປຣະເສີດ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານ:
ມີຍຸດທະສາດດ້ານແຮ່ທາດທີ່ຊັດເຈນ ແລະ ກວດຄືນການອະນຸຍາດ ແລະ ສັນຍາສຳປະທານບໍ່ແຮ່ ໂດຍນຳໃຊ້ເຄື່ອງມືທັນສະໄໝ ເພື່ອໃຫ້ຂໍ້ມູນໂປ່ງໃສ ແລະ ຮັດກຸມ;
ກວດກາປະລິມານແຮ່ທີ່ຂຸດຄົ້ນຕົວຈິງ, ການຈ່າຍພາສີ-ອາກອນ ແລະ ພັນທະອື່ນໆ ໃຫ້ຄົບຖ້ວນ;
ຫັນຈາກການສົ່ງອອກວັດຖຸດິບ ໄປສູ່ການປຸງແຕ່ງ ແລະ ແປຮູບພາຍໃນປະເທດ ເພື່ອເພີ່ມມູນຄ່າ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບ;
ໂຄງການບໍ່ແຮ່ ຕ້ອງມີມາດຕະການຈັດການຫາງແຮ່, ນ້ຳເສຍ, ການປົນເປື້ອນ ແລະ ຟື້ນຟູດິນ-ປ່າໄມ້ຢ່າງຈິງຈັງ ບໍ່ປ່ອຍໃຫ້ເປັນພາລະຂອງລັດຫຼັງປິດໂຄງການ;
ໃຫ້ປະຊາຊົນໃນເຂດໂຄງການໄດ້ຮັບຜົນປະໂຫຍດ ຜ່ານການຈ້າງງານ, ການຝຶກອາຊີບ ແລະ ການພັດທະນາໂຄງລ່າງພື້ນຖານ ພ້ອມມີກົນໄກຮັບຟັງ ແລະ ແກ້ໄຂຄຳຮ້ອງທຸກຢ່າງວ່ອງໄວ;
ເພີ່ມທະວີການຕິດຕາມໂຄງການທີ່ມີບັນຫາຂ້າມຂອບເຂດ, ດ້ານນ້ຳ ແລະ ສິ່ງແວດລ້ອມ;
ປະເມີນການພັດທະນາບໍ່ແຮ່ຈາກມູນຄ່າທີ່ປະເທດຊາດໄດ້ຮັບ, ລາຍຮັບເຂົ້າລັດ, ຜົນປະໂຫຍດຂອງປະຊາຊົນ ແລະ ການຮັກສາຊັບພະຍາກອນໃຫ້ຄົນຮຸ່ນຕໍ່ໄປ ບໍ່ແມ່ນພຽງຈຳນວນແຮ່ທີ່ຂຸດໄດ້.
ທ່ານ ນາງ ສອຍເພັດ ທອງສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ສະເໜີໃຫ້ພິຈາລະນາ ແລະ ຢຸດການອະນຸມັດໃໝ່ໂຄງການກວດຄົ້ນ-ສຳຫຼວດແຮ່ຫາຍາກ ເນື່ອງຈາກບາງໂຄງການຍັງສ້າງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ທຳມະຊາດ.
ສະເໜີໃຫ້ພິຈາລະນານຳເຂົ້ານ້ຳມັນເຊື້ອໄຟຈາກຫຼາຍທາງ ໂດຍສະເພາະຈາກຫວຽດນາມ ເຊິ່ງອາດເຮັດໃຫ້ແຂວງທີ່ຢູ່ໃກ້ຄຽງ ເຊັ່ນ ແຂວງຫົວພັນ ມີລາຄານ້ຳມັນຖືກລົງ. ປັດຈຸບັນ ລາຄານ້ຳມັນປ່ຽນແປງເກືອບທຸກອາທິດ ແລະ ແຂວງທີ່ຢູ່ໄກຈາກນະຄອນຫຼວງວຽງຈັນ ລາຄາຍິ່ງແພງ ເຊິ່ງອາດມາຈາກຄ່າຂົນສົ່ງ.
ສະເໜີໃຫ້ກະຊວງທີ່ກ່ຽວຂ້ອງ ຄົ້ນຄວ້າໃຫ້ແຂວງຫົວພັນ ເຮັດໜັງສືຜ່ານແດນໄດ້ຢູ່ແຂວງຂອງຕົນເອງ ເພາະປັດຈຸບັນຕ້ອງໄປເຮັດຢູ່ແຂວງຊຽງຂວາງ ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ໂດຍສະເພາະນັກຮຽນທີ່ຈະໄປຮຽນຕໍ່ຕ່າງປະເທດ.
ທ່ານ ນາງ ເກສອນ ແສງຍະວົງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ສະເໜີໃຫ້ລັດຖະບານ:
ກວດຄືນປະສິດທິຜົນຂອງສັນຍາເຊົ່າ-ສຳປະທານທີ່ດິນທົ່ວປະເທດ ເພື່ອຫຼີກລ່ຽງການຈັບຈອງທີ່ດິນ ຫຼື ນຳໃຊ້ບໍ່ຖືກຕາມວັດຖຸປະສົງ;
ໃຫ້ທ້ອງຖິ່ນກວດຄືນການເຊົ່າ-ສຳປະທານທີ່ດິນຂອງບໍລິສັດກະສິກຳ ແລະ ໂຄງການທີ່ບໍ່ມີຄວາມຄືບໜ້າ ຫຼື ບໍ່ເປັນໄປຕາມບົດວິພາກທີ່ໄດ້ເຊັນໄວ້;
ເພີ່ມທະວີຄຸ້ມຄອງລະບົບສາທາລະນະສຸກ ໂດຍວາງມາດຕະການຄຸ້ມຄອງຮ້ານຂາຍຢາໃຫ້ຮັດກຸມຂຶ້ນ ເພື່ອຮັບປະກັນສຸຂະພາບປະຊາຊົນ ເພາະເຖິງຈະມີໃບອະນຸຍາດ ແລະ ນິຕິກຳຄຸ້ມຄອງແລ້ວ ແຕ່ການປະຕິບັດຕົວຈິງຍັງບໍ່ທັນດີ.
ຮູບພາບ-ຂໍ້ມູນ: Lao people’s Army News


