ຂ່າວດີມາແລ້ວ! ໂຮງຫມໍແຂວງຫຼວງພະບາງໄດ້ຮ່ວມມືກັບໂຄງການ Korean Open Doctors Socciety ຈາກ ປະເທດ ສ. ເກົາຫຼີ ໃນການໃຫ້ບໍລິການ ປັກເຂັມ (ຝັງເຂັມ) ໂດຍບໍ່ເສຍຄ່າ ລະຫວ່າງວັນທີ 08–10 ຕຸລາ 2026, ໃຫ້ພໍ່ ແມ່ປະຊາຊົນຊາວແຂວງຫຼວງພະບາງ ແລະ ແຂວງໃກ້ຄຽງ.
ທາງຄະນະອໍານວຍການໂຮງຫມໍແຂວງຫຼວງພະບາງຂໍແຈ້ງມາ ຍັງຜູ້ທີ່ມີບັນຫາກ່ຽວກັບ:
1) ອາການປະສາດຫນ້າລ່ອຍ
2) ອາການເຈັບກ້ານຄໍ
3) ອາການເຈັບປະສາດພວງແຂນ
4) ອາການເຈັບປະສາດຂາ
5) ອາການເຈັບກ້າມຊີ້ນຕ່າງໆ
6) ອາການກ້າມຊີ້ນແຂນ-ຂາອ່ອນແຮງ
7) ອາການກ້າມຊີ້ນຂະເມັ່ນ (ພາກສ່ວນຫນ້າ)
ກວດພະຍາດທົ່ວໄປ ແລະ ບໍລິການກວດແຂ້ວ
ສະນັ້ນທ່ານ ຜູ້ທີ່ມີບັນຫາດັ່ງກ່າວ ແມ່ນສາມາດເຂົ້າມາກວດໄດ້, ຕາມວັນເວລາດັ່ງລຸ່ມນີ້:
1. ວັນທີ 08/10/2026 ເລີ່ມໃຫ້ການກວດ ເວລາ 13:00-17:00 ໂມງ
2. ວັນທີ 09/10/2026 ເລີ່ມໃຫ້ການກວດ ເວລາ 09:00-17:00 ໂມງ
3. ວັນທີ 10/10/2026 ເລີ່ມໃຫ້ການກວດ ເວລາ 09:30-17:00 ໂມງ
ແຈ້ງການດ້ານລຸ່ມ



