ປກສ ບໍລິຄຳໄຊ ສະກັດລັອດໃຫຍ່! ຍຶດຢາບ້າ 800,000 ເມັດ ນ້ຳໜັກ 95 ກິໂລກຣາມ ຈັບຜູ້ຕ້ອງສົງໄສ 1 ຄົນ

ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງບໍລິຄຳໄຊ ສາມາດສະກັດກັ້ນການຂົນສົ່ງຢາເສບຕິດລັອດໃຫຍ່ ພ້ອມຍຶດຢາບ້າໄດ້ 800,000 ເມັດ ນ້ຳໜັກ 95 ກິໂລກຣາມ ພ້ອມລົດຈັກຕິດຊາເລັ້ງ 1 ຄັນ, ລົດຈັກອີກ 1 ຄັນ ແລະກັກຕົວຜູ້ຮ່ວມຂະບວນການໄດ້ 1 ຄົນ.

ເຫດການດັ່ງກ່າວ ເລີ່ມຈາກວັນທີ 15 ກັນຍາ 2026 ຫຼັງຈາກ ປກສ ແຂວງບໍລິຄຳໄຊ ໄດ້ຮັບແຈ້ງຂ່າວຈາກພົນລະເມືອງວ່າ ມີກຸ່ມຄົນຕ້ອງສົງໄສລັກລອບຂົນສົ່ງຢາເສບຕິດເຂົ້າມາໃນແຂວງ ໂດຍໃຊ້ເສັ້ນທາງເລກ 13 ໃຕ້ ແລະຄາດວ່າຈະຂົນສົ່ງຕໍ່ໄປຍັງປະເທດເພື່ອນບ້ານ.

ພາຍຫຼັງການກວດສອບຂ່າວ ແລະປະສານງານກັບໜ່ວຍງານປະຈຳພື້ນທີ່ ລວມເຖິງໜ່ວຍປະສານງານດ້ານຢາເສບຕິດ ບໍລິຄຳໄຊ-ຮ່າຕິ່ງ ສສ ຫວຽດນາມ, ເຈົ້າໜ້າທີ່ຢືນຢັນວ່າ ຂ່າວດັ່ງກ່າວມີມູນຄວາມຈິງ ຈຶ່ງໄດ້ວາງແຜນຕິດຕາມ ແລະສະກັດກັ້ນຂະບວນການຄ້າ-ຂົນສົ່ງຢາເສບຕິດ.

ຈົນຮອດເວລາ 21:00 ໂມງ ວັນທີ 2 ຕຸລາ 2026, ເຈົ້າໜ້າທີ່ພົບລົດຕູ້ສີດຳ ຍີ່ຫໍ້ເກຍ ທີ່ມີລັກສະນະຕ້ອງສົງໄສ ແລ່ນມາຕາມເສັ້ນທາງເລກ 13 ໃຕ້ ຈາກທິດທາງນະຄອນຫຼວງວຽງຈັນ ມຸ່ງໜ້າລົງມາຫາແຂວງບໍລິຄຳໄຊ.

ເມື່ອລົດຄັນດັ່ງກ່າວເຂົ້າຮອດເຂດບ້ານນ້ຳໂລ້ ເມືອງທ່າພະບາດ ລົດໄດ້ລ້ຽວເຂົ້າທາງຮ່ອມ ແລະມີການຂົນຖ່າຍສິ່ງຂອງຈາກລົດຕູ້ລົງໃສ່ລົດຈັກຕິດຊາເລັ້ງ. ເຈົ້າໜ້າທີ່ຈຶ່ງແສດງຕົວເຂົ້າສະກັດກັ້ນ.

ແຕ່ເນື່ອງຈາກເປັນເວລາກາງຄືນ ແລະພື້ນທີ່ເປັນປ່າ, ຜູ້ຕ້ອງສົງໄສບາງຄົນໄດ້ອາໄສຄວາມມືດ ແລະສະພາບພູມີປະເທດຫຼົບໜີເຂົ້າປ່າ. ສ່ວນຜູ້ຂັບລົດຕູ້ໄດ້ພະຍາຍາມຂັບຫຼົບໜີ ແຕ່ຕໍ່ມາໄດ້ຈອດລົດປະໄວ້ຂ້າງທາງ ແລະຫຼົບໜີ.

ຈາກການສະກັດກັ້ນຄັ້ງນີ້ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ສາມາດຍຶດຂອງກາງໄດ້ດັ່ງນີ້:

– ຢາບ້າ 4 ເປົາ ຈຳນວນ 800,000 ເມັດ

– ນ້ຳໜັກລວມ 95 ກິໂລກຣາມ

– ລົດຈັກຕິດຊາເລັ້ງ 1 ຄັນ

– ລົດຈັກສີປອນເທົາ ບໍ່ມີປ້າຍ 1 ຄັນ

ພ້ອມນີ້ ເຈົ້າໜ້າທີ່ສາມາດກັກຕົວ ທ້າວ ກ໋ອດ ຈັນທະບູນ (ໂນ່), ອາຍຸ 29 ປີ, ປະຊາຊົນບ້ານນ້ຳໂລ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເພື່ອນຳມາດຳເນີນຄະດີຕາມລະບຽບກົດໝາຍ.

ປັດຈຸບັນ ເຈົ້າໜ້າທີ່ຍັງສືບຕໍ່ສືບສວນ-ສອບສວນ ແລະຂະຫຍາຍຜົນ ເພື່ອຕິດຕາມຕົວຜູ້ຮ່ວມຂະບວນການຄົນອື່ນໆ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປກສ ບໍລິຄຳໄຊ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles