ສສກ–ອົດສະຕຣາລີ ຮ່ວມພັດທະນາຄູ່ມືໃໝ່ ຊ່ວຍຄູສອນຫ້ອງຮຽນຄວບ

ຫຼາຍກວ່າ 40% ຂອງຫ້ອງຮຽນປະຖົມ ໃນ ສປປ ລາວ ເປັນຫ້ອງຮຽນຄວບ ໂດຍມີນັກຮຽນ 2 ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ ໂດຍສະເພາະໃນເຂດຫ່າງໄກ. ທ່າມກາງຄວາມທ້າທາຍດ້ານຈຳນວນຄູ, ຄາດວ່າຫ້ອງຮຽນລັກສະນະນີ້ອາດມີຈຳນວນເພີ່ມຂຶ້ນ.

ເພື່ອຊ່ວຍຄູໃນການຈັດການຮຽນ-ການສອນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ພັດທະນາຄູ່ມືແນະນຳການສອນຫ້ອງຄວບ ແລະ ກຳລັງທົດລອງນຳໃຊ້ໃນ 30 ໂຮງຮຽນ ຢູ່ແຂວງ ຫຼວງນ້ຳທາ, ຊຽງຂວາງ ແລະ ສະຫວັນນະເຂດ ໃນເດືອນຕຸລາ–ພະຈິກ 2026.

ຄູ່ມືນີ້ມີເນື້ອໃນ 6 ບົດ ຄອບຄຸມການແຕ່ງບົດສອນ, ການຈັດກິດຈະກຳ, ການບໍລິຫານເວລາ, ການຈັດຫ້ອງຮຽນ, ການນຳໃຊ້ສື່ການຮຽນ-ການສອນ ແລະ ການປະເມີນນັກຮຽນ ເພື່ອໃຫ້ຄູສາມາດສອນນັກຮຽນຫຼາຍລະດັບໃນຫ້ອງດຽວກັນໄດ້ຢ່າງເໝາະສົມ.

ຄູ່ມືດັ່ງກ່າວ ພັດທະນາຈາກຜົນການຄົ້ນຄວ້າຂອງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໃນປີ 2023 ໂດຍມີຜູ້ຊ່ຽວຊານຈາກຫຼາຍພາກສ່ວນຮ່ວມພັດທະນາ ເພື່ອໃຫ້ຄຳແນະນຳສາມາດນຳໄປໃຊ້ໄດ້ຈິງ.

ໃນໄລຍະທົດລອງ 2 ເດືອນ ຈະມີການເກັບກຳຄຳຄິດເຫັນຈາກຄູ ແລະ ໂຮງຮຽນ ເພື່ອນຳມາປັບປຸງຄູ່ມືກ່ອນການຮັບຮອງຢ່າງເປັນທາງການ.

ທ່ານ ປອ. ວົງເພັດ ອຸດົມລິດ, ຜູ້ອຳນວຍການ ສວສ ລະບຸວ່າ ຄາດວ່າຄູ່ມືຈະໄດ້ຮັບການຮັບຮອງໃນ ທ້າຍປີ 2026 ແລະ ພ້ອມນຳໃຊ້ໃນ ພາກຮຽນທີ 2 ສົກຮຽນ 2026–2027.

ດ້ານທ່ານ ໄມໂຄ ຄາຣີ, ເລຂາເອກສະຖານທູດອົດສະຕຣາລີ ກ່າວວ່າ ການຮ່ວມມືນີ້ມຸ່ງຊ່ວຍໃຫ້ຄູໃນເຂດຫ່າງໄກມີເຄື່ອງມື ແລະ ຄຳແນະນຳທີ່ເໝາະສົມ ເພື່ອໃຫ້ນັກຮຽນທຸກຄົນມີໂອກາດຮຽນຮູ້ ແລະ ພັດທະນາຢ່າງເຕັມສັກກະຍະພາບ.

ທີ່ມາ: Education Science And Sport News

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles