ໃນໄລຍະ 9 ເດືອນປີ 2026 ລັດຖະບານໄດ້ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກ ຕາມມະຕິ 04/ກມສພ. ແນວທາງດັ່ງກ່າວເຮັດໃຫ້ການຜະລິດກະສິກຳ ແລະ ອຸດສາຫະກຳປຸງແຕ່ງຂະຫຍາຍຕົວ ໂດຍການຜະລິດພືດສະບຽງອາຫານປະຕິບັດໄດ້ 2,33 ລ້ານໂຕນ ຫຼື 90% ຂອງແຜນການ.
ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສຳລັບຜົນການຜະລິດ ແລະ ສົ່ງອອກ, ໃນ 9 ເດືອນ ລາວສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ໄດ້ 1,389 ລ້ານໂດລາ ຫຼື 73,17% ຂອງແຜນການ. ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ບັນລຸ 17.585,89 ຕື້ກີບ ຫຼື 75,21% ຂອງແຜນການ, ສ່ວນການຜະລິດກະແສໄຟຟ້າບັນລຸ 46.779,30 ລ້ານກິໂລວັດ ຫຼື 79,6% ຂອງແຜນການ.
ແນວໃດກໍຕາມ ການຜະລິດເຂົ້າເປືອກຄາດວ່າຈະບັນລຸ 3,75 ລ້ານໂຕນ ຫຼື 95,2% ຂອງແຜນການປີ, ຕ່ຳກວ່າຄາດໝາຍຕາມມະຕິສະພາທີ່ກຳນົດໄວ້ 3,94 ລ້ານໂຕນ. ສາເຫດຫຼັກແມ່ນຜົນກະທົບຈາກໄພພິບັດທຳມະຊາດ, ນ້ຳຖ້ວມ ແລະ ສັດຕູພືດລະບາດ.
ດ້ານການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ປະຕິບັດໄດ້ 38.240,19 ຕື້ກີບ ຫຼື 89,70% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 5,71%. ຄາດຄະເນໝົດປີຈະບັນລຸ 48.773,08 ຕື້ກີບ ຫຼື 114,41% ຂອງແຜນການ, ສູງກວ່າຄາດໝາຍຕາມມະຕິສະພາທີ່ 42.630,08 ຕື້ກີບ.
ພ້ອມນີ້ ລັດຖະບານໄດ້ເພີ່ມທະວີຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ ແລະ ນຳເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດທີ່ບໍ່ຖືກຕ້ອງຕາມກົດໝາຍ ພ້ອມທັງແຕ່ງຕັ້ງຄະນະຊີ້ນຳ ແລະ ຕິດຕາມກວດກາວຽກງານດັ່ງກ່າວຢ່າງເຂັ້ມງວດ.
ສຳລັບແນວທາງໃນໄລຍະໃໝ່ ໄດ້ຄົ້ນຄວ້າກຳນົດນະໂຍບາຍພັດທະນາແຮ່ທາດ ໂດຍຈະສົ່ງເສີມການສ້າງໂຮງງານປຸງແຕ່ງແຮ່ສຳເລັດຮູບ ເພື່ອສ້າງມູນຄ່າເພີ່ມ. ການອະນຸມັດໂຄງການໃໝ່ໃນຕໍ່ໜ້າ ຈະເນັ້ນໃຫ້ຜູ້ລົງທຶນມີ ຫຼື ສ້າງໂຮງງານປຸງແຕ່ງສຳເລັດຮູບ ພ້ອມຈຳກັດ ແລະ ກ້າວໄປສູ່ການຢຸດຕິການສົ່ງອອກແຮ່ດິບ ຫຼື ແຮ່ເຂັ້ມຂຸ້ນ.
ທີ່ມາ: ປະຊາຊົນ


