ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ລາຊະອານາຈັກໄທ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ. ໂຄງການນີ້ໄດ້ເລີ່ມຕົ້ນຈາກການລົງນາມບົດບັນທຶກການຊ່ວຍເຫຼືອລ້າ ເພື່ອສຳຫຼວດສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ໃນເດືອນມັງກອນ ປີ 2020. ເຖິງແມ່ນວ່າຈະມີການເລື່ອນການສຳຫຼວດໄປເປັນປີ 2022 ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ມາຮອດປັດຈຸບັນ, ໂຄງການແມ່ນໄດ້ສຳເລັດການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ໄດ້ຮັບຮອງການອອກແບບລະອຽດ, ແລະ ເຈລະຈາສັນຍາເງິນກູ້ຢືມດອກເບ້ຍຜ່ອນຜັນກັບ ອົງການຄວາມຮ່ວມມືເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ສຳເລັດ, ໂດຍໄດ້ຮັບການອະນຸມັດເງິນກູ້ຈາກລັດຖະບານໄທ ໃນວັນທີ 8 ກັນຍາ 2026 ທີ່ຜ່ານມາ ແລະ ປັດຈຸບັນກຳລັງກະກຽມລົງນາມສັນຍາເງິນກູ້ຢ່າງເປັນທາງການ.
ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ ຖືເປັນໂຄງການບູລິມະສິດພາຍໃນແຜນຍຸດທະສາດການຮ່ວມມື, ທີ່ຈະຊ່ວຍຊຸກຍູ້ການຂະຫຍາຍໂຕດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຝ່າຍ, ທັງເປັນການສະໜັບສະໜູນແຜນພັດທະນາຕົວເມືອງຂອງນະຄອນຫຼວງພະບາງ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງ.
ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ ເຊື່ອມຕໍ່ຈາກບ້ານມ່ວງຄໍາ (ເມືອງຈອມເພັດ) ຫາ ບ້ານດອນໃໝ່ (ນະຄອນຫຼວງພະບາງ). ເຊິ່ງມີລວງຍາວ 820 ແມັດ, ຄວາມກວ້າງ 21.6 ແມັດ, ເປັນຂົວຮູບແບບ Box-Girder ຈໍານວນ 5 ຊ່ວງ. ສະເພາະຊ່ວງກາງຂົວມີຄວາມກວ້າງ 120 ແມັດ (ຈໍານວນ 3 ຊ່ວງ) ແລະ ສູງ 15 ແມັດ ເພື່ອຄວາມສະດວກໃນການເດີນເຮືອ.
ພ້ອມນີ້, ຍັງມີທາງເຊື່ອມຕໍ່ສອງສົ້ນຂົວ ລວງຍາວ 14 ກິໂລແມັດ. ຮູບແບບສັນຍາ ແລະ ໄລຍະເວລາຈັດຕັ້ງປະຕິບັດໃນຮູບແບບສັນຍາ OPBC (Output and Performance-Based Contract), ມີໄລຍະເວລາກໍ່ສ້າງ 4 ປີ ແລະ ໄລຍະບູລະນະຮັກສາ-ສ້ອມແປງ (O&M) 7 ປີ, ລວມໄລຍະເວລາທັງໝົດ 11 ປີ. ຄາດວ່າຈະໄດ້ເລີ່ມການກໍ່ສ້າງ ໃນປີ 2027.
ທີ່ມາ: ກະຊວງ ຍທຂ


