ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນ ແລະ ວາງແຜນຄຸ້ມຄອງ-ອະນຸລັກ ພື້ນທີ່ ອຸທິຍານທໍລະນີຫີນບູນ (Hinboun Geopark) ພ້ອມທັງຄົ້ນຄວ້າແນວທາງໃນການຈັດກຽມເອກະສານ ເພື່ອສະເໜີເຂົ້າສູ່ ອຸທິຍານທໍລະນີໂລກຂອງ UNESCO (UNESCO Global Geoparks).
ກອງປະຊຸມມີ ທ່ານ ບຸນປອນ ພຸດທະອາມາດ, ຫົວໜ້າພະແນກຄຸ້ມຄອງປ່າສະຫງວນ ຕາງໜ້າຈາກກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ທ່ານ ປອ. ບຸນປອນ ທອງສຸວັນນະລາດ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ຕາງໜ້າຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວເພື່ອ UNESCO, ພ້ອມດ້ວຍຄະນະຜູ້ແທນ, ຊ່ຽວຊານ ແລະ ນັກວິທະຍາສາດຈາກຫຼາຍສາຂາ ທັງພາຍໃນ ແລະ ຕ່າງປະເທດ.
ໃນວາລະກອງປະຊຸມ ໄດ້ມີການລາຍງານສະພາບລວມຂອງອຸທິຍານທໍລະນີຫີນບູນ, ພິຈາລະນາຂັ້ນຕອນການຈັດກຽມເອກະສານສະເໜີ UNESCO Global Geoparks, ນໍາສະເໜີລັກສະນະດ້ານທໍລະນີສາດ ແລະ ຄຸນຄ່າຂອງພື້ນທີ່ ພ້ອມທັງປຶກສາຫາລືແຜນການຄຸ້ມຄອງ, ອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ.
ພ້ອມນັ້ນ ຍັງໄດ້ປຶກສາຫາລືກ່ຽວກັບພາລະບົດບາດ ແລະ ຂໍ້ກໍານົດຂອງຄະນະວິທະຍາສາດ ພາຍໃຕ້ຄະນະກໍາມາທິການອຸທິຍານທໍລະນີແຫ່ງຊາດ ໂດຍເນັ້ນການຄົ້ນຄວ້າ ແລະ ປະເມີນຄຸນຄ່າຮອບດ້ານ ທັງດ້ານທໍາມະຊາດ, ກະສິກໍາ, ວັດທະນະທໍາ ແລະ ປະຫວັດສາດ.
ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ ທັດສະນີຍະພາບ ແລະ ພູມສັນຖານໃນເຂດອຸທິຍານທໍລະນີຫີນບູນ ມີຄວາມຜູກພັນກັບວິຖີຊີວິດ ແລະ ວັດທະນະທໍາຂອງຊຸມຊົນ ຈຶ່ງສາມາດເປັນພື້ນຖານສໍາຄັນສໍາລັບການວາງຜັງ ແລະ ການບໍລິຫານການທ່ອງທ່ຽວນິເວດ ໂດຍເນັ້ນການມີສ່ວນຮ່ວມຂອງຊຸມຊົນຢ່າງຍືນຍົງ.
ອີກຈຸດສໍາຄັນຂອງກອງປະຊຸມ ແມ່ນການລາຍງານຜົນການຄົ້ນຄວ້າແຫຼ່ງໂບຮານວິທະຍາ “ຖ້ຳຝາມື” ບໍລິເວນທາງເຂົ້າອຸທິຍານທໍລະນີຫີນບູນ, ໃກ້ບ້ານຄູນເງິນ ເມືອງຄູນຄໍາ. ຈາກຜົນການສັງເກດພົບຮູບແຕ້ມບູຮານເທິງໜ້າຜາຫີນຫຼາຍກວ່າ 285 ຮູບ ປະກອບມີຮູບຮອຍຝາມືປະທັບ ແລະ ສັນຍະລັກຕ່າງໆ ທີ່ມີໂທນສີຫຼາກຫຼາຍ.
ຮູບແຕ້ມເຫຼົ່ານີ້ຖືກລະບຸວ່າ ເປັນຫຼັກຖານທາງປະຫວັດສາດ ທີ່ສາມາດຊ່ວຍສະທ້ອນເຖິງການເຄື່ອນຍ້າຍ ແລະ ການແລກປ່ຽນທາງວັດທະນະທໍາໃນພູມິພາກໃນຍຸກກ່ອນປະຫວັດສາດ.
ກອງປະຊຸມຄັ້ງນີ້ ຈຶ່ງຖືເປັນອີກກ້າວສໍາຄັນໃນການຮວບຮວມຂໍ້ມູນດ້ານວິທະຍາສາດ, ຄວາມຮູ້ຈາກນັກວິຊາການ ແລະ ການປະສານງານກັບອົງກອນປົກຄອງທ້ອງຖິ່ນ ເພື່ອວາງທິດທາງຮ່ວມກັນໃນການຄຸ້ມຄອງ, ອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ ໃຫ້ສາມາດຮັກສາຄຸນຄ່າທາງທໍາມະຊາດ ແລະ ວັດທະນະທໍາ ຄຽງຄູ່ກັບການພັດທະນາຢ່າງຍືນຍົງໃນອະນາຄົດ.
ທີ່ມາ: Khammouane News


