ເພື່ອຍົກສູງຄວາມສຳຄັນຂອງອາຊີບ “ຄູ” ໃນທົ່ວໂລກ, ກິດຈະກຳວັນຄູໂລກ ໄດ້ຈັດຂຶ້ນເປັນປະຈຳ ເລີ່ມມາແຕ່ວັນທີ 5 ຕຸລາ 1966 ຖືກກໍານົດຂຶ້ນໂດຍອົງການ UNESCO ແລະດ້ວຍການຮ່ວມມືກັບຫຼາຍອົງການສາກົນອ້ອມຂ້າງ ໃນທົ່ວໂລກ.
“ຄູ” ບໍ່ພຽງແຕ່ຖ່າຍທອດຄວາມຮູ້ ແຕ່ຍັງເປັນຜູ້ປູກຝັງຄວາມຝັນ ສ້າງແຮງບັນດານໃຈ ແລະ ວາງຮາກຖານໃຫ້ອະນາຄົດຂອງສັງຄົມ.
ຂອບໃຈຄູທຸກທ່ານ ສຳລັບຄວາມທຸ່ມເທ ແລະ ຄວາມເສຍສະຫຼະເພື່ອລູກສິດທຸກຄົນ.


