ລາວ-ໄທ ຈັດກອງປະຊຸມ SOM ກະກຽມ JC ຄັ້ງທີ 23 ທົບທວນຜົນຮ່ວມມື ແລະ ກຳນົດແນວທາງໃໝ່

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 1 ຕຸລາ 2026 ທີ່ແຂວງຫຼວງພະບາງ ໂດຍມີ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດໄທ ເປັນປະທານຮ່ວມ ພ້ອມດ້ວຍຄະນະຜູ້ແທນຈາກສອງຝ່າຍ.

ກອງປະຊຸມໄດ້ປຶກສາຫາລື ແລະ ກະກຽມຄວາມພ້ອມທັງດ້ານເນື້ອໃນ ແລະ ພາລະທິການ ເພື່ອຮອງຮັບກອງປະຊຸມ JC ລາວ-ໄທ ຄັ້ງທີ 23 ທີ່ຈະຈັດຂຶ້ນໃນວັນທີ 2 ຕຸລາ 2026. ພ້ອມກັນນັ້ນ ຍັງໄດ້ທົບທວນຜົນການຈັດຕັ້ງບົດບັນທຶກກອງປະຊຸມ JC ລາວ-ໄທ ຄັ້ງທີ 22 ເຊິ່ງຈັດຂຶ້ນໃນປີ 2021.

ຕະຫຼອດໄລຍະ 5 ປີຜ່ານມາ, ການຮ່ວມມືລາວ-ໄທ ມີຄວາມຄືບໜ້າໃນຫຼາຍຂົງເຂດ ແລະ ໄດ້ປະກອບສ່ວນຕໍ່ການເສີມສ້າງສາຍພົວພັນມິດຕະພາບ ພ້ອມທັງການຮ່ວມມືຖານບ້ານໃກ້ເຮືອນຄຽງຂອງສອງປະເທດ.

ກອງປະຊຸມຍັງໄດ້ປຶກສາຫາລືທິດທາງ ແລະ ແຜນການຮ່ວມມືລາວ-ໄທ ສຳລັບຊຸມປີຕໍ່ໜ້າ ພ້ອມກະກຽມບົດບັນທຶກກອງປະຊຸມ JC ຄັ້ງທີ 23 ໃຫ້ມີຄວາມສົມບູນ. ເປົ້າໝາຍຄື ເສີມສ້າງການຮ່ວມມືຖານບ້ານໃກ້ເຮືອນຄຽງ ແລະ ພັດທະນາການເປັນຄູ່ຮ່ວມຍຸດທະສາດ ເພື່ອການເຕີບໂຕ ແລະ ການພັດທະນາຢ່າງຍືນຍົງ ໂດຍອາໄສມິດຕະພາບ ແລະ ການຊ່ວຍເຫຼືອຊຶ່ງກັນແລະກັນ.

ຂະນະດຽວກັນ ໃນຕອນເຊົ້າວັນທີ 1 ຕຸລາ ຍັງໄດ້ຈັດກອງປະຊຸມ 3 ກຸ່ມຍ່ອຍ ປະກອບມີ: ກຸ່ມການເມືອງ-ຄວາມໝັ້ນຄົງ, ກຸ່ມເສດຖະກິດ ແລະ ກຸ່ມສັງຄົມ-ການພັດທະນາ ເພື່ອທົບທວນຜົນການຜັນຂະຫຍາຍບົດບັນທຶກ JC ຄັ້ງທີ 22 ແລະ ຮ່ວມກັນກຳນົດແຜນການຮ່ວມມືສຳລັບຊຸມປີຕໍ່ໜ້າ.

ກອງປະຊຸມ SOM ຄັ້ງນີ້ດຳເນີນໄປດ້ວຍບັນຍາກາດດີ ເນັ້ນການເຂົ້າອົກເຂົ້າໃຈ ແລະ ການປຶກສາຫາລືຢ່າງກົງໄປກົງມາ ພ້ອມປູພື້ນຖານໃຫ້ແກ່ກອງປະຊຸມ JC ລາວ-ໄທ ຄັ້ງທີ 23 ໃນວັນທີ 2 ຕຸລາ 2026.

ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ / ວຽງຈັນໃໝ່ (Vientiane Mai)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles