ປອ. ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍຣະດົກ ແລະ ວິຈິດສິນ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ອອກຄຳຊີ້ແຈງກ່ຽວກັບກໍລະນີ ທາດດຳ ນະຄອນຫຼວງວຽງຈັນ ທີ່ກຳລັງມີການບູລະນະສ້ອມແປງ ໂດຍເນັ້ນວ່າ ການອະນຸລັກມໍຣະດົກຄວນໃຫ້ຄວາມສຳຄັນຕໍ່ຄຸນຄ່າ, ຄວາມແທ້ຈິງ ແລະ ຫຼັກຖານທາງປະຫວັດສາດ.
ຄຳຊີ້ແຈງລະບຸວ່າ ໃນເຊົ້າວັນທີ 30 ກັນຍາ 2026 ຜູ້ຂຽນໄດ້ພົບເຫັນກຸ່ມນາຍຊ່າງກຳລັງດຳເນີນງານບາງສ່ວນຢູ່ບໍລິເວນຖານຂອງທາດດຳ ໂດຍມີການນຳວັດສະດຸປະສົມປູນຊີມັງມາໃຊ້. ພາບດັ່ງກ່າວຖືກເຜີຍແຜ່ຜ່ານສື່ສັງຄົມ ແລະ ເກີດຄຳເຫັນຫຼາກຫຼາຍຈາກສາທາລະນະຊົນ.
ບາງຄຳເຫັນສະແດງຄວາມເປັນຫ່ວງຕໍ່ວິທີການ ແລະ ວັດສະດຸທີ່ນຳໃຊ້ ຂະນະທີ່ອີກສ່ວນໜຶ່ງເຫັນວ່າ ການບູລະນະສ້ອມແປງມໍຣະດົກເປັນສິ່ງຈຳເປັນ. ປອ. ທອງລິດ ເຫັນວ່າ ປະເດັນທາງວິຊາການບໍ່ຄວນຈຳກັດພຽງຄຳຖາມວ່າ “ສາມາດໃຊ້ປູນຊີມັງ, ກາວກັນຊຶມ ຫຼື ສີ ໄດ້ຫຼືບໍ່” ແຕ່ຄວນພິຈາລະນາວ່າ ວັດສະດຸນັ້ນເໝາະສົມກັບວັດສະດຸເດີມຫຼືບໍ່, ມີຫຼັກຖານວິຊາການຮອງຮັບຫຼືບໍ່ ແລະ ຈະກະທົບຕໍ່ຄຸນຄ່າຂອງມໍຣະດົກຫຼືບໍ່.
ຕາມຄຳຊີ້ແຈງ, ການບູລະນະ ແມ່ນຂະບວນການຮັກສາມໍຣະດົກໃຫ້ຄົງຢູ່ໃນໄລຍະຍາວ ໂດຍເຄົາລົບວັດສະດຸເດີມ, ຮູບຊົງ, ເຕັກນິກ, ປະຫວັດສາດ, ຄຸນຄ່າ ແລະ ບໍລິບົດ. ສ່ວນ ການປະຕິສັງຂອນ (Restoration) ແມ່ນການເຂົ້າເຖິງມໍຣະດົກຢ່າງມີຫຼັກວິຊາການ ໂດຍອາໄສຫຼັກຖານປະຫວັດສາດ, ບູຮານວິທະຍາ, ການສຳຫຼວດ ແລະ ການວິເຄາະວັດສະດຸ.
ກ່ອນການບູລະນະ ຫຼື ປະຕິສັງຂອນ ຄວນດຳເນີນຂັ້ນຕອນຈາກ ການສຳຫຼວດ → ສຶກສາ → ປະເມີນ → ວິເຄາະຫຼັກຖານ → ກຳນົດວິທີ → ອະນຸມັດ → ດຳເນີນງານ → ກວດສອບ → ບັນທຶກ ແລະ ຕິດຕາມ. ໂດຍຄວນສຶກສາທັງສະພາບໂຄງສ້າງ, ຮູບຖ່າຍເກົ່າ, ເອກະສານ, ແຜນຜັງ ແລະ ວັດສະດຸເດີມ ກ່ອນເລືອກວັດສະດຸໃໝ່.
ອີກຫຼັກການໜຶ່ງທີ່ຖືກເນັ້ນໃນຄຳຊີ້ແຈງຄື Minimum Intervention ຫຼື ການແຊກແຊງໜ້ອຍທີ່ສຸດ ໝາຍເຖິງການດຳເນີນງານເທົ່າທີ່ຈຳເປັນ ໂດຍຕ້ອງຄຳນຶງເຖິງຄຸນຄ່າ ແລະ ຄວາມໝັ້ນຄົງຂອງມໍຣະດົກ. ຫາກຈະນຳວັດສະດຸໃໝ່ມາໃຊ້ ຄວນມີການທົດລອງ ແລະ ປະເມີນຜົນກ່ອນ.
ສຳລັບຄຳຖາມວ່າ “ປູນຊີມັງສາມາດໃຊ້ກັບມໍຣະດົກໄດ້ຫຼືບໍ່?” ຄຳຊີ້ແຈງເນັ້ນວ່າ ບໍ່ຄວນສະຫຼຸບວ່າຊີມັງ “ຜິດສະເໝີ” ຫຼື “ໃຊ້ໄດ້ສະເໝີ”. ຕ້ອງພິຈາລະນາຄວາມເຂົ້າກັນໄດ້ກັບວັດສະດຸເດີມ, ຄວາມແຂງ, ການຫົດຕົວ, ການຖ່າຍເທຄວາມຊຸ່ມ, ຜົນຕໍ່ດິນຈີ່ ແລະ ປູນປະທາຍເດີມ ລວມເຖິງຄວາມສາມາດໃນການຖອນວັດສະດຸອອກໃນອະນາຄົດ.
ສຳລັບກໍລະນີທາດດຳ ຄຳຊີ້ແຈງສະເໜີໃຫ້ກວດສອບໂຄງການ, ແບບ, ວິທີການ ແລະ ເອກະສານອະນຸຍາດ, ສຳຫຼວດສະພາບທາດດຳ, ກວດສອບວັດສະດຸເດີມ ແລະ ວັດສະດຸທີ່ຈະນຳມາໃຊ້ ກ່ອນໃຫ້ຄະນະວິຊາການປະເມີນ ແລະ ກຳນົດວິທີການທີ່ເໝາະສົມ. ຈາກນັ້ນຈຶ່ງດຳເນີນງານຕາມແບບ ແລະ ວິທີການທີ່ຜ່ານການຮັບຮອງ ພ້ອມຈັດເຮັດລາຍງານ ແລະ ປະເມີນຜົນ.
ຄຳຊີ້ແຈງຍັງເນັ້ນວ່າ ບໍ່ຄວນຮື້ວຽກທີ່ເຮັດໄປແລ້ວພຽງແຕ່ເຫັນວ່າມີການໃຊ້ຊີມັງ ແຕ່ຄວນກວດສອບກ່ອນວ່າວິທີການນັ້ນມີບັນຫາທາງວິຊາການຫຼືບໍ່ ແລະ ຫາກພົບວ່າບໍ່ເໝາະສົມ ຈຶ່ງກຳນົດວິທີແກ້ໄຂຕາມຫຼັກວິຊາການ.
ທ້າຍຄຳຊີ້ແຈງ ປອ. ທອງລິດ ຫຼວງໂຄດ ລະບຸວ່າ ເຈດຕະນາຂອງການອອກຄຳຊີ້ແຈງແມ່ນເພື່ອແລກປ່ຽນຄວາມຮູ້ ແລະ ສົ່ງເສີມການອະນຸລັກມໍຣະດົກວັດທະນະທຳ ໂດຍບໍ່ມີເຈດຕະນາກ່າວຫາ ຫຼື ຕັດສິນບຸກຄົນ ຫຼື ໜ່ວຍງານໃດ.
ທີ່ມາ: ກົມມໍຣະດົກ ແລະ ວິຈິດສິນ


