ອົງການ ສະຫະປະຊາຊາດ (UN) ໄດ້ອອກມາສົ່ງສັນຍານເຕືອນໄພຄັ້ງໃຫຍ່ ຫຼັງຈາກພົບວ່າໂລກກຳລັງປະເຊີນກັບ “ໜ້າຕ່າງແຫ່ງໂອກາດທີ່ແຄບລົງ” ໃນການກອບກູ້ຜືນປ່າ ເຊິ່ງເປັນຫົວໃຈສຳຄັນຂອງຄວາມໝັ້ນຄົງທາງອາຫານ, ການຮັບມືວິກິດສະພາບພູມອາກາດ ແລະ ຄວາມຫຼາກຫຼາຍທາງຊີວະພາບຂອງໂລກ.
ຈາກລາຍງານ State of the World’s Forests ຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ເປີດເຜີຍຄວາມຈິງທີ່ໜ້າຕົກໃຈ:
1. ເສຍຫາຍມະຫາສານ: ນັບຕັ້ງແຕ່ປີ 1990 ເປັນຕົ້ນມາ ໂລກເຮົາໄດ້ສູນເສຍເນື້ອທີ່ປ່າໄມ້ໄປແລ້ວຫຼາຍກວ່າ 3,056 ລ້ານເຮັກຕາ ແລະ ຍັງມີປ່າໄມ້ຈຳນວນຫຼວງຫຼາຍທີ່ຕົກຢູ່ໃນສະພາບເສື່ອມໂຊມ.
2. ຄຳໝັ້ນສັນຍາທີ່ຍັງບໍ່ທັນເປັນຄວາມຈິງ: ໃນຊ່ວງ 20 ປີຜ່ານມາ ຫລາຍປະເທດໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຟື້ນຟູພື້ນທີ່ປ່າຫຼາຍກວ່າ 6,250 ລ້ານເຮັກຕາ, ແຕ່ໃນຄວາມເປັນຈິງແລ້ວ ກັບມີການຟື້ນຟູໄດ້ພຽງແຕ່ 1 ໃນ 5 ຂອງເປົ້າໝາຍເທົ່ານັ້ນ.
ປ່າໄມ້ທົ່ວໂລກໃນປັດຈຸບັນກວມເອົາເນື້ອທີ່ປະມານ 25,875 ລ້ານgiad8k (ຫຼືປະມານ 1 ໃນ 3 ຂອງພື້ນຜິວໂລກ):
1. ເປັນບ່ອນເກັບກັກກາບອນໄດ້ເຖິງ 714 ກິກາຕັນ.
2. ເປັນບ່ອນຢູ່ອາໄສຂອງສິ່ງມີຊີວິດເທິງບົກສູງເຖິງ 80% ຂອງໂລກ.
3. ປະຊາກອນໂລກເກືອບ 1 ໃນ 3 ຕ້ອງເພິ່ງພາຊັບພະຍາກອນຈາກປ່າໃນການດຳລົງຊີວິດ.
ແຕ່ທ່າມກາງຄວາມສຳຄັນເຫຼົ່ານີ້ ຜືນປ່າກັບກຳລັງຖືກຄຸກຄາມຢ່າງໜັກໜ່ວງຈາກໄຟປ່າ, ໄພແຫ້ງແລ້ງ, ພະຍາດລະບາດ, ການຂະຫຍາຍເນື້ອທີ່ກະສິກຳ ແລະ ມົນລະພິດ ຖ້າຫາກຍັງປ່ອຍໄວ້ແບບນີ້ ຄວາມເສຍຫາຍອາດກາຍເປັນບັນຫາເຊີງໂຄງສ້າງ ທີ່ສົ່ງຜົນກະທົບຕໍ່ຄວາມຢູ່ລອດຂອງເສດຖະກິດໂລກ.
ທ່ານ Qu Dongyu ຜູ້ອໍານວຍການໃຫຍ່ FAO ໄດ້ເນັ້ນຢ້ຳວ່າ: ການຟື້ນຟູປ່າໄມ້ບໍ່ແມ່ນພຽງແຕ່ເລື່ອງສິ່ງແວດລ້ອມ, ແຕ່ເປັນການລົງທຶນເຊີງຍຸດທະສາດ ເພື່ອຄວາມໝັ້ນຄົງທາງອາຫານ.
ຖ້າໂລກສາມາດຟື້ນຟູພື້ນທີ່ປ່າໄດ້ຕາມເປົ້າໝາຍ 6,250 ລ້ານເຮັກຕາ ຈະສາມາດສ້າງຜົນປະໂຫຍດທາງເສດຖະກິດໄດ້ສູງເຖິງ 1.8 ລ້ານລ້ານໂດລາສະຫະລັດຕໍ່ປີ.
ດັ່ງນັ້ນ, FAO ຈຶ່ງຮຽກຮ້ອງໃຫ້ລັດຖະບານທົ່ວໂລກ ຍົກລະດັບການຟື້ນຟູປ່າຂຶ້ນເປັນ ວາລະສານທີ່ສຳຄັນລະດັບຊາດກ່ອນທີ່ທຸກຢ່າງຈະສາຍເກີນໄປ.
ແຫຼ່ງອ້າງອີງ: UN


