ສຳເລັດຢ່າງສະຫງ່າງາມ! “ງານເທດສະການຄຳລາວ 2026” ກ້າວຕໍ່ຈາກງານເທດສະການ ສູ່ການສ້າງໂອກາດໃໝ່ໃຫ້ອຸດສາຫະກຳຄຳ, ການເງິນ, ຫັດຖະກຳ ແລະ ວັດທະນະທຳລາວ

ພິທີຖະແຫຼງຂ່າວ ສະຫຼຸບຜົນສໍາເລັດ ງານເທດສະການຄໍາ ລາວ 2026 (Lao Gold Festival 2026) ໄດ້ຈັດຂຶ້ນເພື່ອສະຫຼຸບຜົນການຈັດງານທີ່ຜ່ານມາ ພ້ອມທັງຖອດຖອນບົດຮຽນ ແລະ ກຳນົດທິດທາງຕໍ່ຍອດສຳລັບປີ 2027.

ງານເທດສະການຄຳລາວ 2026 ຈັດຂຶ້ນແຕ່ວັນທີ 4–6 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ, ສາມາດດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ 50,000 ເທື່ອຄົນ, ເກືອບ 2 ເທົ່າຂອງປີຜ່ານມາ. ພາຍໃນງານມີຫຼາຍກວ່າ 50 ບູດຮ້ານຄຳ ແລະ ຜູ້ປະກອບການ, 40 ກວ່າບູດຜ້າໄໝ ແລະ ຜະລິດຕະພັນ, 15 ກວ່າທະນາຄານ ແລະ ສະຖາບັນການເງິນ, ພ້ອມດ້ວຍຄູ່ຮ່ວມ, ຜູ້ຊ່ຽວຊານ ແລະ ວິທະຍາກອນຈາກຫຼາຍກວ່າ 40 ບໍລິສັດ ໃນ 20 ກວ່າປະເທດ.

ອີກໜຶ່ງຜົນສຳເລັດສຳຄັນ ແມ່ນການລົງນາມ 6 ບົດບັນທຶກຄວາມເຂົ້າໃຈ (MOU) ກັບຄູ່ຮ່ວມທັງພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ ງານຍັງມີຫຼາຍກວ່າ 20 ຫົວຂໍ້ສຳມະນາ, ສົນທະນາ ແລະ ຝຶກອົບຮົມ ໂດຍມີວິທະຍາກອນຫຼາຍກວ່າ 60 ທ່ານ ຮ່ວມແລກປ່ຽນຄວາມຮູ້ ແລະ ປະສົບການ.

ດ້ານທຸລະກິດ ແລະ ການເງິນ, ການປະເມີນເບື້ອງຕົ້ນພົບວ່າ ມີ ຍອດຂາຍ ແລະ ລະດົມຄຳຝາກຫຼາຍກວ່າ 230 ກິໂລກຣາມ, ມີການດາວໂຫຼດແອັບ ແລະ ສະໝັກເປີດບັນຊີໃໝ່ຫຼາຍກວ່າ 12,000 ບັນຊີ, ແລະ ລະດົມເງິນຝາກຜ່ານທະນາຄານ ແລະ ສະຖາບັນການເງິນຫຼາຍກວ່າ 50 ຕື້ກີບ.

ນອກຈາກມິຕິດ້ານທຸລະກິດ, ງານຍັງໃຫ້ຄວາມສຳຄັນຕໍ່ ການອະນຸລັກຜ້າໄໝລາວ, ພາຂວັນ, ຫັດຖະກຳ ແລະ ການສ້າງສັນຄຳຮູບປະພັນ, ພ້ອມນຳຜົນງານດີເດັ່ນຈາກການປະກວດມາປະມູນເພື່ອການກຸສົນ ແລະ ຊ່ວຍເຫຼືອສັງຄົມ.

ສຳລັບທິດທາງປີ 2027, ເປົ້າໝາຍບໍ່ແມ່ນພຽງແຕ່ເຮັດໃຫ້ງານ “ໃຫຍ່ຂຶ້ນ” ແຕ່ຈະມຸ່ງເນັ້ນການສ້າງຜົນກະທົບທາງເສດຖະກິດໃຫ້ຊັດເຈນຂຶ້ນ, ຕໍ່ຍອດ MOU ສູ່ໂຄງການຕົວຈິງ, ຍົກລະດັບຈາກ “ຕະຫຼາດຄຳ” ສູ່ “ອຸດສາຫະກຳຄຳ” ແລະ ພັດທະນາຈາກ Lao Gold Festival → Lao Gold Ecosystem, ພາຍໃຕ້ວິໄສທັດ:

“ຄຳລາວ ສູ່ ຄຳໂລກ”

Connecting • Building Trust • Growing Together

ຂໍຂອບໃຈທຸກພາກສ່ວນ, ຄູ່ຮ່ວມງານ, ຜູ້ປະກອບການ, ສື່ມວນຊົນ ແລະ ປະຊາຊົນ ທີ່ຮ່ວມກັນສ້າງ Lao Gold Festival 2026 ໃຫ້ເປັນອີກໜຶ່ງກ້າວສຳຄັນຂອງຄຳລາວສູ່ເວທີສາກົນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles